ໃນວັນທີ 12 ກໍລະກົດ 2019, ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ ຂໍ້ຕົກລົງ ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ, ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ແລະ ການນຳໃຊ້ອຸປະກອນສື່ສານ ຂອງ ກຳລັງປ້ອງກັນຄວາມສະຫງົບ ແລະ ຄຳສັ່ງ ກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບ ການເພີ່ມທະວີການສະກັດກັ້ນ ແລະ ຕ້ານຢາເສບຕິດ; ເຊິ່ງເຜີຍແຜ່ເອກະສານໂດຍ ພັທ ວຽງທອງ ຫຼ້າບົວພອນ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ເຊິ່ງມີ ບັນດາພະແນກ ອ້ອມຂ້າງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັທ ວຽງທອງ ຫຼ້າບົວພອນ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັບຄວາມສະຫງົບ ສະບັບເລກທີ 564/ປກສ ລົງວັນທີ 3 ເມສາ 2019 ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ, ເຊິ່ງປະກອບ ມີ 6 ໝວດ ແລະ 21 ມາດຕາ ຄື:

ພັທ ວຽງທອງ ຫຼ້າບົວພອນ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
ພັທ ວຽງທອງ ຫຼ້າບົວພອນ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
  • ໝວດທີ 1: ບົດບັນຍັດທົ່ວໄປ.
  • ໝວດທີ່ 2: ຂໍ້ຫ້າມ ຕໍ່ນາຍ ແລະ ພົນຕຳຫຼວດ.
  • ໝວດທີ 3: ມາດຕະການຕໍ່ຜູ້ລະເມີດ.
  • ໝວດທີ 4: ການພິຈາລະນາ.
  • ໝວດທີ 5: ອົງການ ກວດກາ.
  • ໝວດທີ 6: ບົດບັນຍັດສຸດທ້າຍ.

+ ການເຜີຍແຜ່ເອກະສານ ຫຼັກການຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ມີຄື:

ຫຼັກການສອດຄ່ອງກັບ ແນວທາງແຜນນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ພິຈາລະນາແກ້ໄຂເປັນ ໝູ່ຄະນະ, ຖືເອົາກອງປະຊຸມ ຄະນະກໍາມະການພິຈາລະນາວິໄນ ເປັນຕົ້ນຕໍ ໃນການນໍາໃຊ້ມາດຕະການຕໍ່ ຜູ້ລະເມີດ, ປະຕິບັດລະບອບການກວດກາ ແລະ ປ້ອງກັນກໍາລັງ ພາຍໃຕ້ການຊີ້ນໍາໂດຍກົງຂອງ ຄະນະພັກ – ຄະນະບັນຊາແຕ່ລະຂັ້ນ ຢ່າງເຂັ້ມງວດ, ຮັບປະກັນ ຄວາມວ່ອງໄວ, ທັນການ, ເຂັ້ມງວດ, ໂປ່ງໃສ, ພາວະວິໄສ ແລະ ຍຸຕິທໍາ.

ການເຜີຍແຜ່ເອກະສານໃນຄັ້ງນີ້ ກໍເພື່ອຍົກສູງຄວາມຮັບຜິດຊອບຕໍ່ ໜ້າທີ່ການເມືອງ, ສ້າງຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດການສະກັດກັ້ນ ແລະ ແກ້ໄຂບັນຫາ ປະກົດການຫຍໍ້ທໍ້ ໃນກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ; ນອກຈາກນີ້, ກໍເພື່ອແນໃສ່ຫຼຸດຜ່ອນ ຫາງສຽງວິພາກວິຈານຂອງສັງຄົມ ແລະ ເຮັດໃຫ້ກໍາລັງ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີແບບແຜນທີ່ທັນສະໄໝ, ມີຈັນຍາບັນ – ຈັນຍາທໍາ, ມີລະບຽບວິໄນເຂັ້ມງວດ, ສົມເປັນ ກໍາລັງປະກອບອາວຸດປະຕິວັດ ທີ່ມີຄວາມຈົງຮັກພັກດີຕໍ່ ພັກ – ລັດ, ປະເທດຊາດ ແລະ ປະຊາຊົນ.