ນັບແຕ່ເດືອນມັງກອນ ຈົນເຖິງປັດຈຸບັນ ຫ້ອງການສາທາລະນະສຸກ ເມືອງນາຊາຍທອງ ນະ ຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ 100 ກວ່າຄົນ; ໃນນີ້, ມີຜູ້ເສຍຊີວິດແລ້ວ 1 ຄົນ ເມື່ອທຽບໃສ່ປີ 2013 ເຫັນວ່າຜູ້ຕິດເຊື້ອໄຂ້ຍຸງລາຍມີທ່າອ່ຽງເພີ່ມຂຶ້ນສູງ.

ພາຍຫຼັງຫ້ອງການສາທາລະນະສຸກ ເມືອງນາຊາຍທອງ ພົບຜູ້ຕິດເຊື້ອໄຂຍຸງລາຍເພີ່ມຂຶ້ນສູງ ຈຶ່ງໄດ້ເປີດຂະບວນການຕະລຸມບອນທຳລາຍແຫຼ່ງເພາະພັນຂອງໄຂ່ຍຸງຂຶ້ນໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2019 ເພື່ອຕ້ານ ແລະ ຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ, ໂດຍການນຳພາ ຂອງ ທ່ານ ວິລະສັກ ນາມມົນຕີ ເຈົ້າເມືອງໆນາຊາຍທອງ ແລະ ທ່ານ ດຣ ຄຳພັນ ຂັນຕິລາດ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງນາຊາຍທອງ, ມີພະແນກສາທາລະນະສຸກ ນວ, ຫ້ອງການອ້ອມຂ້າງເມືອງ, ປກຊ-ປກສ ເມືອງ, ອົງການຈັດຕັ້ງບ້ານອ້ອມຂ້າງເມືອງເຂົ້າຮ່ວມ; ທ່ານ ດຣ ຄຳພັນ ຂັນຕິລາດ ໃຫ້ຮູ້ວ່າ: ພະ ຍາດໄຂ້ຍຸງລາຍ ປີ 2019 ຢູ່ພາຍ ໃນເມືອງນາຊາຍທອງ ນັບແຕ່ອາທິດທີ 1 ຮອດອາ ທິດທີ 28 ທົ່ວເມືອງ ໄດ້ມີຄົນເປັນພະຍາດໄຂ້ຍຸງລາຍ ລວມທັງໝົດ 105 ຄົນ; ໃນນີ້, ມີຄົນເສຍຊີວິດ 1 ຄົນ, ເມື່ອທຽບໃສ່ປີ 2013 ທີ່ ເຄີຍເກີດຂຶ້ນຫຼາຍ ເຫັນວ່າ ປີ 2019 ມີທ່າອ່ຽງເພີ່ມຂຶ້ນສົມ ທົບກັບດິນຟ້າອາກາດມີການປ່ຽນແປງ ເປັນສິ່ງເອື້ອອໍານວຍໃຫ້ຍຸງມີການວາງໄຂ່ ແລະ ຂະຫຍາຍພັນຢ່າງໄວວາ; ເຊິ່ງເຫັນໄດ້ວ່າໃນ ວັນເສົາ-ອາທິດຜ່ານມາ ໄດ້ລົງສໍາຫຼວດຄວາມໜາແໜ້ນຂອງຍຸງທີມງານແພດ ແລະ ອສບ 29 ບ້ານ ເຫັນວ່າຄວາມໜາແໜ້ນຂອງໜອນນໍ້າຍຸງ ຫຼາຍກວ່າ 10% ຂອງຈໍານວນ 100 ຫຼັງຄາເຮືອນ.

ເມື່ອສະພາບເປັນຄືແນວນັ້ນ, ຫ້ອງການສາທາລະນະສຸກເມືອງ ຈຶ່ງໄດ້ເປີດຂະບວນການຕະລຸມບອນທຳລາຍແຫຼ່ງເພາະພັນຂອງໄຂ່ຍຸງ ເພື່ອສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໄຂ້ຍຸງລາຍ ໂດຍການທຳລາຍແຫຼ່ງເພາະພັນຂອງໜອນນ້ຳຍຸງລາຍ, ໂຄສະນາສຸຂະສຶກສາ ແລະ ໃຫ້ຄວາມຮູ້ທາງດ້ານວິທີການປ້ອງກັນຕົນເອງ ແລະ ຄອບຄົວ ເພື່ອບໍ່ໃຫ້ຕິດເຊື້ອພະຍາດໄຂ້ຍຸງລາຍ ແລະ ບໍ່ໃຫ້ມີການເສຍຊີວິດຂອງປະຊາຊົນ, ປຸກລະດົມການມີສ່ວນຮ່ວມກັນລະຫວ່າງຫ້ອງການອ້ອມຂ້າງເມືອງ, ບັນດາກຸ່ມບ້ານ, ອຳນາດການປົກຄອງທ້ອງຖິ່ນ, ນາຍບ້ານ ແລະ ພໍ່-ແມ່ປະຊາຊົນພາຍໃນບ້ານໃຫ້ ມີສ່ວນຮ່ວມ ແລະ ເປັນເຈົ້າການໃນການທຳລາຍແຫຼ່ງເພາະພັນຂອງໜອນນ້ຳຍຸງລາຍ ພ້ອມກັນສ້າງຂະບວນການວັນເສົາແດງ ຖືເອົາວຽກປ້ອງກັນໄຂ້ຍຸງລາຍເປັນວຽກບຸລິມະສິດຕິດກັນ 4 ອາທິດ ເພື່ອຫຼຸດປະລິມານຈຳນວນຍຸງລົງ.