ແຂວງໄຊຍະບູລີ ໄດ້ຈັດຝຶກອົບຮົມ ກົດໝາຍຂັ້ນພື້ນຖານ ລະບົບບໍາລຸງ ໃຫ້ພະນັກງານຫຼັກແຫຼ່ງ ຂອງບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ຊຸດທີ IV ປະຈໍາປີ 2019 ໃນວັນທີ 10 ກໍລະກົດ 2019, ເປັນປະທານໂດຍ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໆໄຊຍະບູລີ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທໍາ, ມີ ຄະນະກົມຂອງ ກະຊວງຍຸຕິທໍາ, ຕາງໜ້າຈາກ ພະແນກການ, ກົມກອງອ້ອມຂ້າງແຂວງ, ຄະນະຮັບຜິບຊອບ, ຄູສອນ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໆໄຊຍະບູລີ ໄດ້ຂຶ້ນກ່າວເປີດພິທີ ວ່າ:

ການຈັດຝຶກອົບຮົມຄັ້ງນີ້ ແມ່ນເປັນການບໍາລຸງຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີການເມືອງ ແລະ ຄວາມຮູ້ທາງດ້ານກົດໝາຍ ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງແຂວງ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຮັບປະກັນທາງດ້ານຄຸນນະພາບ; ພ້ອມນັ້ນ, ກໍຍັງເປັນການຈັດຕັ້ງໂຄສະນາເຜີຍແຜ່ ກົດໝາຍ, ສ້າງສະຕິເຄົາລົບ ກົດໝາຍ ໃຫ້ທຸກອົງການຈັດຕັ້ງ ແລະ ພົນລະເມືອງທຸກຄົນ ຢູ່ໃນສັງຄົມ ໃຫ້ສູງຂຶ້ນກວ່າເກົ່າ.

ໂດຍຊຸດຝຶກອົບຮົມຄັ້ງນີ້, ນັກສໍາມະນາກອນ ຈະໄດ້ພ້ອມກັນຄົ້ນຄວ້າຮໍ່າຮຽນ, ສົນທະນາແລກປ່ຽນບົດຮຽນ ທັງພາກທິດສະດີ ແລະ ພຶດຕິກໍາຕົວຈິງ ກ່ຽວກັບ ການຈັດຕັ້ງປະຕິບັດ ກົດໝາຍ ເຊິ່ງລວມມີທັງໝົດ ຈໍານວນ 32 ວິຊາຮຽນ, ມີ 22 ໜ່ວຍກິດ ໂດຍຈະໃຊ້ເວລາ 45 ວັນ ຈຶ່ງສໍາເລັດ.

ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ທັງເປັນ ຫົວໜ້າຄະນະຮັບຜິບຊອບ ຊຸດຝຶກອົບຮົມ ຍັງໄດ້ຮຽກຮ້ອງມາຍັງ ບັນດານັກສໍາມະນາກອນ ແຕ່ລະທ່ານ ຈົ່ງຍົກສູງຄວາມຮັບຜິດຊອບ, ສຸມທຸກສະຕິປັນຍາ ເພື່ອປະກອບສ່ວນເຂົ້າໃນການຝຶກອົບຮົມໃນຄັ້ງນີ້ ໃຫ້ສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້; ນອກນັ້ນ, ກໍພ້ອມກັນເອົາໃຈໃສ່ຄົ້ນຄວ້າ ບັນດານິຕິກໍາຕ່າງໆ ທາງກົດໝາຍ, ພ້ອມກັນຍາດແຍ່ງ ແລະ ສົນທະນາແລກປ່ຽນບົດຮຽນ ດ້ວຍການສົມທຽບດ້ານທິດສະດີ ໃສ່ພຶດຕິກໍາຕົວຈິງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ໃນໄລຍະຜ່ານມາ ເພື່ອຊອກຫາວິທີການປັບປຸງ ແລະ ແກ້ໄຂ ໃຫ້ດີຂຶ້ນກວ່າເກົ່າ.