ກົມພັກ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າຜູ້ເກົ່າ ແລະ ຜູ້ໃໝ່ ໃນວັນທີ 12 ກໍລະ ກົດ 2019 ເຂົ້າຮ່ວມໂດຍ ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫ່ຍການເມືອງ ປກສ ມີຄະນະ ພັກ-ຄະນະບັນຊາ, ຫົວໜ້າຫ້ອງການເມືອງ, ຫ້ອງການ, ກົມປ້ອງກັນກຳລັງ ພ້ອມດ້ວຍພະ ນັກງານ ຫຼັກແຫຼ່ງພາຍໃນກົມພັກ ເຂົ້າຮ່ວມ.

ພັທ ຄໍາພູມີ ສີອານຸລັກ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1239/ປກສ, ລົງວັນທີ 24 ມິຖຸນາ 2019 ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມພັກ ທີ່ຂຶ້ນກັບກົມໃຫຍ່ການເມືອງ ປກສ ໂດຍໄດ້ແຕ່ງຕັ້ງ ພັທ ຫຸມພັນ ຜິດເຂັມພອນ ເປັນຫົວໜ້າກົມພັກ. ດັ່ງນັ້ນ, ຈຶ່ງໄດ້ຈັດພິທີ ມອບ-ຮັບຢ່າງເປັນທາງການລະຫວ່າງ ພັທ ຄໍາພູມີ ສີອານຸລັກ ຮັກສາການຫົວໜ້າກົມພັກ ແລະ ພັທ ຫຸມພັນ ຜິດເຂັມພອນ ຫົວໜ້າກົມພັກຜູ້ໃໝ່.

ໂອກາດນີ້, ພົຕ ວັນທອງ ກອງມະນີ ຍັງຮຽກຮ້ອງໃຫ້ບັນດາສະຫາຍຜູ້ໃໝ່ ແລະ ຜູ້ເກົ່າ ສືບຕໍ່ເອົາໃຈໃສ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນຜູ້ບັນຊາທີ່ມີຄຸນນະພາບຖືກຕ້ອງຕາມລັກສະນະ ກໍຄືນຳພາດ້ວຍຄວາມເປັນແບບຢ່າງ, ດຸໝັ່ນອົດທົນຜ່ານຜ່າຕໍ່ຄວາມຫຍຸ້ງຍາກນາໆປະການ, ເປັນຜູ້ນຳພາ-ບັນຊາທີ່ມີຄວາມທ່ຽງທຳ, ໃຫ້ຄວາມເປັນທຳຕໍ່ພະນັກງານ-ນັກຮົບ ພ້ອມທັງປັບປຸງກຳລັງໃຫ້ມີຄວາມໜັກແໜ້ນທາງດ້ານແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງໃຫ້ດີຂຶ້ນເລື້ອຍໆ.