ຫ້ອງການ ບໍລິການປະຊາຊົນ ກຸ່ມບ້ານນາເຕີຍ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້

0
1202

ຫ້ອງການ ບໍລິການປະຊາຊົນ ກຸ່ມບ້ານນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນ້ຳທາ ໄດ້ເອົາໃຈໃສ່ແກ້ໄຂ ປະກົດການຫຍໍ້ທໍ້ ໃນໄລຍະ 6 ເດືອນ ຕົ້ນປີ 2019 ໂດຍສຸມໃສ່ຄຸ້ມຄອງເປົ້າໝາຍຕ່າງໆ ຢ່າງຈິງຈັງ.

ພັຕ ກອງຄຳ ເກດຄຳຊາວ ຮອງເລຂາຄະນະພັກຮາກຖານ ຫົວໜ້າ ປກສ ກຸ່ມບ້ານນາເຕີຍ ໃຫ້ຮູ້ວ່າ:

+ ໃນໄລຍະ 6 ເດືອນ ຜ່ານມາ

ຫ້ອງການ ບໍລິການປະຊາຊົນ ກຸ່ມບ້ານນາເຕີຍ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ – ນໍາພາແນວຄິດ ໃຫ້ພະນັກງານ – ນັກຮົບ ຢ່າງເປັນປົກກະຕິ ແລະ ເອົາໃຈໃສ່ຊີ້ນຳ – ນຳພາ ປກສ ບ້ານ ເຄື່ອນໄຫວວຽກງານວິຊາສະເພາະ, ຕິດຕາມຄຸ້ມຄອງເປົ້າໝາຍຕ່າງໆ ແລະ ຕິດຕາມການເໜັງຕີງຂອງພົນລະເມືອງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເຊິ່ງສະແດງອອກ 6 ເດືອນ ຜ່ານມາ ຄື:

ພັຕ ກອງຄຳ ເກດຄຳຊາວ ຮອງເລຂາຄະນະພັກຮາກຖານ ຫົວໜ້າ ປກສ ກຸ່ມບ້ານນາເຕີຍ
ພັຕ ກອງຄຳ ເກດຄຳຊາວ ຮອງເລຂາຄະນະພັກຮາກຖານ ຫົວໜ້າ ປກສ ກຸ່ມບ້ານນາເຕີ
  • ກັກໄດ້ ຜູ້ທີ່ມີຢາເສບຕິດໄວ້ໃນຄອບຄອງ ( ປະເພດຢາບ້າ ) ຈຳນວນ 5 ຄົນ ພ້ອມຂອງກາງ ຢາບ້າ ຈຳນວນ 60 ເມັດ;
  • ກັກຜູ້ຖືກຫາ ໄດ້ 26 ຄົນ, ສັນຊາດຈີນ 1 ຄົນ;
  • ສຶກສາອົບຮົມໄວລຸ້ນອາລະວາດຕີກັນ 3 ຄັ້ງ;
  • ກວດພົບ ຜູ້ລະເມີດ ມີກາໝາຍຊ້າງ 3 ຫົວ 1 ຄັ້ງ, ມີ 1 ຄົນ;
  • ລົງກວດກາສະຖານທີ່ເກີດເຫດ ຄົນເສຍຊິວີດ 3 ຄົນ, ສັນຊາດໄທ 1 ຄົນ;
  • ກວດສະຖານທີ່ ໄຟໄໝ້ 3 ຄັ້ງ;
  • ຄະດີຂີ້ລັກງັດແງະ 3 ຄັ້ງ;
  • ອອກເຄື່ອນໄຫວຕາມຂອບເຂດຮັບຜິດຊອບຂອງກຸ່ມ 24 ຄັ້ງ, ມີ 96 ແຮງງານ;
  • ກວດພົບເຫັນຄົນຕ່າງປະເທດລັກລອບເຂົ້າເມືອງ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ 11 ຄົນ;
  • ກວດພົບ ຄະດີຕ້ານການຄ້າມະນຸດ 3 ຄັ້ງ, ໃນນັ້ນ ສັນຊາດ ຈີນ 2 ຄົນ;
  • ດັດແກ້ ປຶ້ມສໍາມະໂນຄົວ ສໍາເລັດແລ້ວຈໍານວນໜຶ່ງ.

+ ສໍາລັບທິດທາງແຜນການ 6 ເດືອນ ຕໍ່ໜ້າ

ຈະສືບຕໍ່ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມ ການເມືອງ – ນໍາພາແນວຄິດ ໃຫ້ພະນັກງານ – ນັກຮົບ ເປັນປົກກະຕິ, ສືບຕໍ່ເຮັດວຽກງານປັບປຸງ, ກໍ່ສ້າງ ປກສ ບ້ານ ໃຫ້ເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ຢູ່ແຕ່ລະບ້ານ ໃຫ້ປົກກະຕິ ແລະ ກຳໃຫ້ໄດ້ການເໜັງຕີງຂອງ ພົນລະເມືອງ ແລະ ການເຄື່ອນໄຫວຂອງ ກຸ່ມຄົນບໍ່ຫວັງດີ ເພື່ອຮັບປະກັນໃຫ້ຂົງເຂດຄວາມຮັບຜິດຊອບຂອງຕົນ ມີຄວາມສະຫງົບ ແລະ ປອດໄພ ໂດຍພື້ນຖານ.