ກອງບັນຊາການ ປກສ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈັດກອງປະຊຸມເຊື່ອມຊຶມເອກະສານຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດຂອງພະນັກງານ-ນັກຮົບໃນໄລຍະໃໝ່ ແລະ ເອກະສານດັດແປງແບບ ແຜນວິທີເຮັດວຽກນໍາພາ-ບັນຊາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນວັນທີ 15 ກໍລະກົດ 2019, ເຜີຍ ແຜ່ໂດຍ ພົຈວ ດວງປີ ດາມະນີວົງ ຄະນະພັກກະຊວງ ຫົວໜ້າກົມກວດກາ-ກວດການ ກະຊວງ ປກສ, ມີຄະນະພັກ-ຄະນະກອງບັນຊາການ, ພະແນກ, ຫ້ອງ ແລະ ສະມາຊິກພັກ ເຂົ້າຮ່ວມ.

ການເຜີຍແຜ່ເອກະສານໃນຄັ້ງນີ້, ເພື່ອໃຫ້ພະນັກງານ-ນັກຮົບຮັບຮູ້ເຂົ້າໃຈແຈ້ງຕື່ມອີກກ່ຽວກັບຄວາມໝາຍ, ຄວາມສໍາຄັນ ແລະ ເນື້ອໃນທີ່ຈະຕ້ອງໄດ້ຝຶກຝົນຫຼໍ່ຫຼອມຕົນເອງໃນສະພາບການໃໝ່, ໃຫ້ທຸກສະຫາຍເຫັນໄດ້ຄວາມຈໍາເປັນພາວະວິໄສຈະຕ້ອງຍົກສູງຄວາມເອົາໃຈໃສ່ໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ ໃຫ້ຕົນເອງກາຍເປັນພະນັກງານ-ນັກຮົບປະຕິວັດທີ່ແໜ້ນແກ່ນ, ເປັນການປັບປຸງທາງດ້ານຄຸນທາດການເມືອງໃຫ້ສະຫາຍມີຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສັດຊື່ບໍລິສຸດ, ດໍາລົງຊີວິດປອດໃສ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ ເຮັດສໍາເລັດໜ້າທີ່ການເມືອງຂອງຕົນໃນສະພາບການໃໝ່.

ນອກນັ້ນ, ຍັງເປັນການເຮັດໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ພະນັກງານ, ສະມາຊິກພັກ ນັກຮົບທຸກສະຫາຍເຊື່ອມຊຶມກໍາແໜ້ນຕື່ມກ່ຽວກັບແບບແຜນວິທີເຮັດວຽກທີ່ຖືກຕ້ອງ ເພື່ອເປັນການປັບປຸງຄວາມຮູ້, ຄວາມສາ ມາດ, ຮູ້ສ້າງແຜນການ, ກໍານົດເນື້ອ ໃນວຽກງານ, ຊັບຊ້ອນກໍາລັງພົນ ໃຫ້ແທດເໝາະ ຮູ້ຊີ້ນໍາຈັດຕັ້ງປະຕິ ບັດເຮັດໃຫ້ວຽກງານມີຜົນສໍາເລັດປະສິດທິພາບສູງ, ເຮັດໃຫ້ແນວ ທາງ ແລະ ແຜນນະໂຍບາຍຂອງພັກ, ທິດ ທາງວຽກງານຂອງຄະນະພັກແຕ່ລະຂັ້ນຂອງກົມກອງທ້ອງຖິ່ນໄດ້ຮັບການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຢ່າງຖືກຕ້ອງເຂົ້າໃນໜ້າທີ່ວຽກງານ ແລະ ພຶດຕິກໍາຕົວຈິງຂອງກົມກອງ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ຂອງຕົນໃນແຕ່ລະໄລຍະ.