ໃນ 6 ເດືອນຕົ້ນປີ 2019, ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນ 3.554 ຄັ້ງ, ມີຄົນເສຍຊີວິດທັງໝົດ 612 ຄົນ; ໃນນັ້ນ, ລົດຈັກຕໍາກັບລົດຈັກ ເກີດຂຶ້ນຫຼາຍກວ່າໝູ່; ເຊິ່ງສາເຫດທີ່ພາໃຫ້ເກີດ ອຸບັດຕິເຫດແມ່ນຍ້ອນສະຕິເຄົາລົບກົດຈະລາຈອນບໍ່ທັນສູງ ເຊັ່ນ: ດື່ມສິ່ງມຶນເມົາແລ້ວຂັບຂີ່, ຂັບຂີ່ລົດໄວເກີນກຳນົດ, ລ່ວງປ້າຍຫ້າມ, ໄຟແດງ, ແລ່ນບໍ່ຖືກຕາມຊ່ອງຈະລາຈອນ, ຊິງແຊງບໍ່ຮັບປະກັນ ແລະອື່ນໆ.

ກົມຕໍາຫຼວດຈະລາຈອນ ໃຫ້ຮູ້ວ່າ: ໃນຈໍານວນອຸບັດຕິເຫດເກີດຂຶ້ນ 3.554 ຄັ້ງ, ມີພາຫະນະເປ່ເພທັງໝົດ 6.279 ຄັນ, ຄົນໄດ້ຮັບບາດເຈັບ 5.601 ຄົນ ແລະ ເສຍຊີວິດ 612 ຄົນ; ຈາກອຸບັດ ຕິເຫດທີ່ເກີດຂຶ້ນ ແລະ ມີຜູ້ເສຍຊີວິດ ຫຼາຍກວ່າໝູ່ ແມ່ນລົດຈັກຕໍາລົດຈັກ ເກີດຂຶ້ນ 1.112 ຄັ້ງ ມີຜູ້ເສຍຊີວິດສູງ ເຖິງ 264 ຄົນ, ລົດຈັກຕໍາລົດຍົນ 460 ຄັ້ງ ເສຍຊີວິດ 89 ຄົນ, ລົດຍົນປີ້ນເອງ 92 ຄັ້ງ ເສຍຊີວິດ 35 ຄົນ, ລົດ ຍົນຕໍາລົດຍົນ ເກີດຂຶ້ນ 597 ຄັ້ງ, ເສຍຊີວິດ 31 ຄົນ, ລົດຈັກລົ້ມເອງ ເກີດຂຶ້ນ 127 ຄັ້ງ ເສຍຊີວິດ 23 ຄົນ, ລົດຍົນຕໍາຄົນຍ່າງ ເກີດຂຶ້ນ 116 ຄັ້ງ ເສຍຊີວິດ 20 ຄົນ, ລົດຈັກຕໍາຄົນຍ່າງ ເກີດຂຶ້ນ 93 ຄັ້ງ ເສຍຊີວິດ 21 ຄົນ, ລົດ ຈັກຕໍາລົດບັນທຸກ ເກີດຂຶ້ນ 103 ຄັ້ງ ເສຍຊີວິດ 12 ຄົນ, ລົດຍົນຕໍາລົດບັນ ທຸກເກີດຂຶ້ນ 166 ຄັ້ງ ເສຍຊີວິດ 10 ຄົນ.

ນອກຈາກນີ້, ຍັງມີລົດຈັກຕໍາສັດລ້ຽງ ເກີດຂຶ້ນ 41 ຄັ້ງ ເສຍຊີວິດ 9 ຄົນ, ລົດຈັກຕໍາກໍາແພງ ເກີດຂຶ້ນ 14 ຄັ້ງ ເສຍຊີວິດ 3 ຄົນ, ລົດບັນທຸກຕໍາລົດບັນທຸກ 114 ຄັ້ງ ເສຍຊີວິດ 5 ຄົນ, ລົດຍົນຕໍາລົດຖີບ ເກີດຂຶ້ນ 12 ຄັ້ງ ເສຍຊີວິດ 3 ຄົນ, ລົດຍົນຕໍາເສົາໄຟ ເກີດຂຶ້ນ 39 ຄັ້ງ ເສຍຊີວິດ 2 ຄົນ ແລະອື່ນໆ ເກີດຂຶ້ນ 296 ຄັ້ງ ເສຍຊີວິດ 130 ຄົນ, ລວມມູນຄ່າເສຍຫາຍ 58.290.370.000 ກີບ.

ໃນຈໍານວນອຸບັດຕິເຫດທີ່ເກີດຂຶ້ນ ລວມມີດື່ມສິ່ງມຶນເມົາແລ້ວຂັບຂີ່ ມີ 915 ຄົນ, ໃຊ້ຄວາມໄວເກີນ 474 ຄັນ, ບໍ່ປ່ອຍສິດ 342 ຄັນ, ປ່ຽນທິດທາງ ການສັນຈອນບໍ່ຖືກຕາມກົດລະບຽບ ຈະລາຈອນ 328 ຄັນ, ຊິງບໍ່ຮັບປະກັນ 301 ຄັນ, ເຕັກນິກບໍ່ຮັບປະກັນ 200 ຄັນ, ລ່ວງປ້າຍຫ້າມ 171 ຄັນ ແລະອື່ນໆ 828 ຄັນ.