ເນັ້ນນາຍບ້ານອາມອນ ຜູ້ໃໝ່ສືບຕໍ່ນຳພາປະຊາຊົນແກ້ໄຂປະກົດການຫຍໍ້ທໍ້

0
818

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ VI ຂອງບ້ານອາມອນ, ພັທ ຄໍາເກິ່ງ ຈັນສຸລິມາດ ຫົວໜ້າກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເນັ້ນໃຫ້ນາຍບ້ານອາ ມອນ ຜູ້ໃໝ່ ສືບຕໍ່ນໍາພາປະຊາຊົນແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນບ້ານ ໂດຍການປຸກລະດົມຊຸກຍູ້ພໍ່-ແມ່ປະຊາຊົນ ປະຕິບັດຕາມແນວທາງ ປກຊ-ປກສ ເພື່ອເຮັດໃຫ້ບັນຫາຫຍໍ້ທໍ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງບ້ານອາມອນ

ທ່ານກ່າວວ່າ: ທິດທາງແຜນການໃນໄລຍະ 5 ປີ ( 2019-2024) ຕໍ່ໜ້າ, ນາຍບ້ານຜູ້ໃໝ່ ຕ້ອງປຸກລະດົມຊຸກຍູ້ພໍ່ແມ່ປະຊາ ຊົນບັນດາເຜົ່າ ປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນ, ຍົກສູງສະຕິລະວັງຕົວ ແລະ ເຂົ້າຮ່ວມຕ້ານ ແລະ ສະກັດກັ້ນກົນອຸບາຍເລ່ລ່ຽມຂອງສັດຕູ, ກຸ່ມຄົນບໍ່ດີ, ຕິດຕາມຄົນເຂົ້າ-ຄົນອອກ, ຄຸ້ມຄອງສໍາມະໂນຄົວ, ກວດກາຄົນພັກເຊົາຊົ່ວຄາວ, ຄົນບໍ່ມີໜ້າຊົ່ວຄາວ, ເອົາໃຈໃສ່ສຶກສາອົບຮົມ ແລະ ຈັດປະເພດເປົ້າໝາຍເພື່ອຄຸ້ມຄອງການເຄື່ອນໄຫວຂອງເຂົາເຈົ້າໃຫ້ຖືກຕ້ອງຕາມ ກົດລະບຽບຂອງບ້ານ, ກົດໝາຍຂອງລັດວາງອອກ, ຄຸ້ມຄອງຈຸດຫຼ່ໍແຫຼມພ້ອມທັງບັນຈຸກໍາລັງເວນຍາມຢ່າງເຄັ່ງຄັດ, ເອົາໃຈໃສ່ປັບປຸງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ການຈັດຕັ້ງມີຄວາມເຂັ້ມແຂງ ສາມາດເຄື່ອນໄຫວຕາມສິດ -ໜ້າທີ່ຂອງຕົນດີຂຶ້ນກວ່າເກົ່າ, ເອົາໃຈໃສ່ບໍາລຸງດ້ານສິນລະປະຍຸດທະວິທີໃຫ້ກໍາລັງ ປກສ ກອງ ຫຼອນບ້ານ ປີລະ 4 ຄັ້ງ. ສ້າງກໍາລັງດັ່ງກ່າວໃຫ້ເປັນຫຼັກແຫຼ່ງ ໃນການຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ໃນບ້ານ, ເປັນເຈົ້າການປະກອບສ່ວນເຂົ້າໃນການປອງກັນຮັກສາຄວາມສະຫງົບໃນງານບຸນ, ກອງປະຊຸມສໍາຄັນຕ່າງໆຂອງພັກ-ຊາດ ແລະ ຮັບປະກັນຄວາມສະຫງົບປອດໄພໃຫ້ໄດ້ 100%.

ພິທີປ່ອນບັດນາຍບ້ານໆອາມອນ
ພິທີປ່ອນບັດນາຍບ້ານໆອາມອນ

ໃນໄລຍະ 5 ປີ ( 2014-2018) ຜ່ານມາ, ໄດ້ເປັນເຈົ້າການສຶກສາອົບຮົມໃຫ້ພໍ່-ແມ່ປະຊາຊົນ ທຸກຊັ້ນຄົນ, ທຸກເພດໄວ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ ແລະ ກຸ່ມຄົນບໍ່ດີ; ແນໃສ່ຕ້ານ ແລະ ສະກັດກັ້ນແກ້ໄຂທຸກປັດໄຈໜໍ່ແໜງຄວາມບໍ່ສະຫງົບ ເປັນຕົ້ນແມ່ນ ການປຸ້ນຈີ້ຊິງຊັບ, ລັກຊັບ, ຄ້າຂາຍຜິດກົດໝາຍ, ຊື້-ຂາຍ, ເສບຢາເສບຕິດ ແລະ ອື່ນໆ ສະແດງອອກໃນຜົນງານ ຕົວຈິງໄລຍະ 5 ປີ ຜ່ານມາມີ ປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 14 ເລື່ອງ ຄື: ໜີ້ສິນ 14 ເລື່ອງ, ຂໍ້ຂັດແຍ່ງຜົວ-ເມຍ 26 ເລື່ອງ, ອຸບັດຕິເຫດ 36 ເລື່ອງ, ມົ້ວສຸມ ຢາເສບຕິດ 23 ຄົນ, ສົ່ງໄປສູນສົມສະຫງ່າ ຈໍານວນ 23 ຄົນ, ພາຍໃນບ້ານມີເປົ້າໝາຍທັງໝົດ 31 ຄົນ ຍິງ 6 ຄົນ. ໃນນັ້ນ; ເປົ້າໝາຍ ປະເພດ 1 ມີ 26 ຄົນ ຍິງ 2 ຄົນ, ປະເພດ 2 ມີ 4 ຄົນ ຍິງ 2 ຄົນ ແລະ ປະເພດ 3 ມີ 1 ຄົນ, ໄດ້ຂຶ້ນບັນຊີຄຸ້ມຄອງຕິດຕາມເປົ້າໝາຍ ເຄື່ອນໄຫວກະທໍາຜິດຕໍ່ກົດລະບຽບກົດໝາຍບ້ານເມືອງ ມີເປົ້າໝາຍເຄື່ອນໄຫວປຸ້ນຈີ້ຊິງຊັບ ມີ 3 ຄົນ, ດໍາເນີນຄະດີຕາມລະບຽບກົດໝາຍ 3 ຄົນ, ເປົ້າໝາຍຂີ້ລັກງັດແງະ, ເສບຢາເສບຕິດ 23 ຄົນ, ໄດ້ສົ່ງສູນບໍາບັດ 23 ຄົນ ຍິງ 1 ຄົນ, ໄດ້ສຶກສາອົບຮົມເປົ້າໝາຍ ມີ 78 ຄັ້ງ, ມີເປົ້າໝາຍເຂົ້າຮ່ວມ 34 ເທື່ອຄົນ, ເປັນຍິງ 8 ຄົນ, ຈັບຜູ້ຄ້າຂາຍຢາເສບຕິດ 5 ຄົນ ແລະ ຂອງກາງຢາເສບຕິດ 587 ເມັດ, ເປັນເງິນ 3.300.000 ກີບ, ຄຳ 1 ບາດ, ປັດຈຸບັນ ເປົ້າໝາຍທີ່ຄຸ້ມຄອງ ມີ 18 ຄົນ, ເປັນຍິງ 4 ຄົນ; ຜ່ານການສຶກສາອົບຮົມເປົ້າໝາຍຕ່າງໆເຫັນວ່າສະພາບປະກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານແມ່ນຫຼຸດລົງ.

ພິທີປ່ອນບັດນາຍບ້ານໆອາມອນ
ພິທີປ່ອນບັດນາຍບ້ານໆອາມອນ

ກອງປະຊຸມ ໄດ້ຈັດຂຶ້ນໃນ ວັນທີ 13 ກໍລະກົດ 2019 ໂດຍ ການເປັນປະທານຂອງ ທ່ານ ນາງ ວຽງຄໍາ ສຸກຂະວະດີ ນາຍບ້ານໆ ອາມອນ, ມີຫົວໜ້າ ປກສ ກຸ່ມ, ແຂກທີ່ຖືກເຊີນອ້ອມຂ້າງບ້ານພ້ອມດ້ວຍພໍ່-ແມ່ປະຊາຊົນພາຍ ໃນບ້ານເຂົ້າຮ່ວມ; ໃນນັ້ນ, ກອງປະຊຸມດັ່ງກ່າວໄດ້ເປັນເອກະສັນ ເລືອກເອົາ ທ່ານ ນາງ ວຽງຄໍາ ສຸກ ຂະວະດີ ເປັນນາຍບ້ານຄົນໃໝ່.