ບໍລິສັດ ໄອຣິນ ພຣັອບເພີຕີ້ ທຸ່ມເງິນ 1.000 ລ້ານບາດ ສ້າງ ໂຄງການທີ່ພັກອາໄສ ຈັບມື ແບຣນ ວິນແດມ ໂຮເທລ ກຣຸບ, ບໍລິສັດ ອີອາເອ ( ປະເທດໄທ ) ຈໍາກັດ ແລະ ບໍລິສັດ ບິກບລູ ລາວ ຈໍາກັດ ຮ່ວມເປີດໂຕໂຄງການ ພາຍໃຕ້ຊື່ ” ວິນແດມ ກາເດັ້ນ ໄອຣິນ ບາງສະເລ່ ພັດທະຍາ ” ຄອນໂດ ເພື່ອການລົງທຶນ 100% ຄອນໂດມີນຽມ ຕົກແຕ່ງຮູບແບບທັນສະໄໝ ແຖວບາງສະເລ່ ພັດທະຍາ ຊຸກຍູ້ຈຸດຂາຍຜົນຕອບແທນ 6% ໃນ 5 ປີທຳອິດ ແລະ ຜົນຕອບແທນ ໃນຮູບແບບການລົງທຶນທຸລະກິດໂຮງແຮມ ໄລຍະຍາວນານເຖິງ 30 ປີ ເພື່ອຕອບໂຈດນັກລົງທຶນ ໄລຍະຍາວ ໂດຍເຈາະກຸ່ມເປົ້າໝາຍນັກລົງທຶນໃນ ສປປ ລາວ.

ທ່ານ ນາງ ໄອຣິນຣະຍາ ພັດທະນະວິຣະນົນ ກຳມະການບໍລິຫານ ບໍລິສັດ ໄອຣິນ ພຣັອບເພີຕີ້ ຈຳກັດ ໄດ້ຖະແຫຼງຕໍ່ສື່ມວນຊົນ ແລະ ນັກລົງທຶນໃນ ສປປ ລາວ ເມື່ອບໍ່ດົນມານີ້ ໂດຍມີ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເຂົ້າຮ່ວມ ວ່າ:

ບໍລິສັດ ໄດ້ເປີດໂຕ ໂຄງການຄອນໂດມີນຽມ ຮູບແບບໃໝ່ ເຊິ່ງເປັນການສ້າງມິຕິໃໝ່ຂອງ ການລົງທຶນ ຄອນໂດມີນຽມ ໃນຮູບແບບການບໍລິຫານງານແບບໂຮງແຮມ 4 ດາວ ນັບເປັນຮູບແບບໃໝ່ໃນວົງການອະ ສັງຫາລິມະຊັບ ໂດຍຮ່ວມກັບ ວິນແດມ ໂຮເທລ ກຣຸບ ທີມບໍລິຫານໂຄງການ ໂດຍໃຊ້ຫຼັກການໂຮງແຮມລະດັບສາກົນ ໃນການພັດທະນາໂຄງການ ” ວິນແດມ ກາເດັ້ນ ໄອຣິນ ບາງສະເລ່ ພັດທະຍາ ” ເພື່ອຮອງຮັບໂຄງການລົງທຶນອະສັງຫາລິມະຊັບ ເພື່ອການປ່ອຍເຊົ່າໄລຍະຍາວ ທີ່ມີການຮັບປະກັນຜົນຕອບແທນການລົງທຶນ 6% ໃນໄລຍະ 5 ປີທຳອິດ ແລະ ເບິ່ງແຍງຜົນຕອບແທນການລົງທຶນ ໄລຍະຕໍ່ໄປ ໃນຮູບແບບການເຊົ່າ ເພື່ອທຸລະກິດໂຮງແຮມຍາວນານເຖິງ 30 ປີ ພ້ອມມອບສິດທິພິເສດສຳຫຼັບລູກຄ້າຊື້ໂຄງການ ໃຊ້ບໍລິການຫ້ອງພັກໃນໂຮງແຮມໃນເຄືອ ” ວິນແດມ ” ທີ່ມີເຄືອຂ່າຍຫຼາຍກວ່າ 9,000 ສາຂາທົ່ວໂລກ ໂດຍບໍ່ເສຍຄ່າປີລະ 7-40 ວັນ ຍາວນານເຖິງ 35 ປີ; ນອກຈາກນີ້, ຄາດວ່າ ຈະສາມາດຕອບໂຈດ ແລະ ໄດ້ຮັບການຕອບຮັບຈາກກຸ່ມຜູ້ສົນໃຈ ການລົງທຶນໄລຍະຍາວ ໄດ້ເປັນຢ່າງດີ.

ທ່ານ ເດວິດ ເຣ ຮອງອໍານວຍການ ຝ່າຍການຄວບຄຸມກິດຈະການ ແລະ ພັດທະນາໂຄງການ ໃນເຄືອກຸ່ມໂຮງແຮມ ວິນແດມ ໃນພູມມິພາກອາຊີຕາເວັນອອກສຽງໃຕ້ ແລະ ອາຊີປາຊີຟິກ ກ່າວວ່າ:

ໃນພື້ນທີ່ເຂດບາງສະເລ່ ຍັງມີໂຮງແຮມຈໍານວນບາງແຫ່ງ ແລະ ໂຮງແຮມ ຍັງຂາດຄຸນນະພາບມາດຕະຖານການບໍລິການທີ່ດີ; ສະນັ້ນ, ທາງໂຮງແຮມລະດັບໂລກຢ່າງ ວິນແດມ ໂຮເທລ ກຣຸບ ຈຶ່ງເບິ່ງເຫັນໂອກາດທີ່ຈະສ້າງມາດຕະຖານໂຮງແຮມ WYNDHAM GARDEN Irin Bangsaray Pattaya ຄຸນນະພາບການບໍລິການໂຮງແຮມລະດັບ 4 ດາວ ເພື່ອຮອງຮັບລູກຄ້ານັກທ່ອງທ່ຽວຕ່າງປະ ທດ ແລະ ທາງລັດຖະບານ ຍັງມີນະໂຍບາຍພັດທະນາ ສະໜາມບິນນາໆຊາດ ອູ່ຕະເພົາ ເພື່ອຮອງຮັບຜູ້ໂດຍສານນັກທ່ອງທ່ຽວ ຫຼາຍລ້ານຄົນຕໍ່ໄປ; ເຊິ່ງຄາດວ່າ ຈະເຮັດໃຫ້ເຂດພື້ນທີ່ບາງສະເລ່ ເປັນແຫຼ່ງທ່ອງທ່ຽວໂຊນໃໝ່ ທີ່ມີຄວາມສະດວກສະບາຍໃນການຄົມມະນາຄົມ ແລະ ກະຕຸ້ນເສດຖະກິດການທ່ອງທ່ຽວ ພ້ອມທັງເປັນການສ້າງໂອກາດສ້າງລາຍໄດ້ຕໍ່ ທຸລະກິດໂຮງແຮມ ແລະ ທີ່ພັກອາໄສ ໃນເຂດພື້ນທີ່ບາງສະເລ່ ອີກດ້ວຍ.

ໂຄງການ ວິນແດມ ກາເດັ້ນ ບາງສະເລ່ ພັດທະຍາ ເປັນຄອນໂດມີນຽມ ໂລໄລສ ສະໄຕຣໂມເດິນ ລັກຊົວລີ ເພື່ອການລົງທຶນ, ມີຈໍານວນ 2 ຕຶກ, ຕຶກລະ 8 ຊັ້ັ້ນ, ຕັ້ງຢູ່ເທິງພື້ນທີ່ຈໍານວນ 2 ໄລ່ 29 ຕາແມັດ, ຕັ້ງຢູ່ໃນເຂດບາງສະເລ່ 250 ແມັດ, ມີຈໍານວນ 235 ຫ້ອງ, ຂະໜາດພື້ນທີ່ 27.13 – 47.29 ຕາແມັດ, ລາຄາສະເລ່ຍຕາແມັດລະ 120,000 ບາດ/ຕາແມັດ; ໂດຍຫ້ອງພັກອາໄສ ຈະມີການຕົກແຕ່ງເຟີນີເຈີ ແລະ ເຄື່ອງໃຊ້ໄຟຟ້າແບບ Fully Furnished, ມີທັງແບບສະແຕນດາດ ເໝາະສໍາລັບລູກຄ້າພັກຊົ່ວຄາວ ແລະ ຫ້ອງລັກຊົວລີ່ ເໝາະສໍາລັບລູກຄ້າພັກໄລຍະຍາວ, ມີທັງແບບ 1 ຫ້ອງນອນ ພື້ນທີ່ໃຊ້ສອຍ 27.13 – 39.96 ຕາແມັດ ແລະ 2 ຫ້ອງນອນ 1 ຫ້ອງນໍ້າ ພື້ນທີ່ໃຊ້ສອຍເລີ່ມຕົ້ນທີ່ 47.29 ຕາແມັດ; ນອກຈາກນີ້, ພາຍໃນຫ້ອງທຸກຫ້ອງ ມີການເພີ່ມຕື່ມລະບົບອ່າງ ຈາກຸດຊີ່ ລະບົບນວດໂຕ ແລະ ສະປາຊາວເວີ້ ທຸກຫ້ອງ ເພື່ອສ້າງຈຸດເດັ່ນທີ່ແຕກຕ່າງຈາກ ຄອນໂດມີນຽມ ທີ່ຈະມີການປ່ອຍໃຫ້ເຊົ່າ ເພື່ອທຸລະກິດໂຮງແຮມດ້ວຍ ແລະ ການພັດທະນາໂຄງການ ໃຫ້ມີຮູບແບບການບໍລິຫານງານແບບທຸລະກິດໂຮງແຮມ ເຮັດໃຫ້ຜູ້ລົງທຶນບໍ່ຕ້ອງກັງວົນເລື່ອງ ການສ້ອມແປງ ແລະ ການເຮັດຜິດຕໍ່ຂໍ້ກົດໝາຍ ເລື່ອງການນໍາທຸລະກິດອະສັງຫາລິມະຊັບ ມາເພື່ອການປ່ອຍໃຫ້ເຊົ່າດ້ວຍ; ສໍາລັບລາຄາການຂາຍ ໂຄງການ ວິນແດມ ກາເດັ້ນ ໄອຣິນ ບາງສະເລ່ ພັດທະຍາ ເລີ່ມຕົ້ນຫ້ອງລະ 3.2 – 7.3 ລ້ານບາດ.

ນອກຈາກນີ້, ໂຄງການ ຍັງມີຄວາມໂດດເດັ່ນ ດ້ານການພັດທະນາສິ່ງອໍານວຍຄວາມສະດວກ ທີ່ຄົບຖ້ວນ ເພື່ອສ້າງຄວາມຜ່ອນຄາຍ ແລະ ຄວາມສະດວກສະບາຍສູງສຸດ ໃຫ້ກັບຜູ້ພັກອາໄສ ເຊັ່ນ:

ໂຖງລອບບີ້ຕ້ອນຮັບຂະໜາດໃຫຍ່ ກວ້າງຂວາງ ເຊື່ອມຕໍ່ລະຫວ່າງຕຶກ A ແລະ ຕຶກ B, ກາເຟ ແລະ ບໍລິເວນລອບບີ້ ແລະ ຊັ້ນດາດຟ້າ ພັດຕະຄານອາຫານ ຂະໜາດໃຫຍ່ ແລະ ບາ ທີ່ຊັ້ນດາດຟ້າ ບັນຍາກາດວິວທະເລ ບາງສະເລ່ ແລະ ວິວພູເຂົາ; ພ້ອມນັ້ນ, ຊັ້ນດາດຟ້າ ກໍຍັງມີ ສະລອຍນໍ້າ 2 ຈຸດ ທີ່ຕຶກ A 1 ຈຸດ ແລະ ທີ່ຕຶກ B 1 ຈຸດ, ມີ ຟິດເນັດ, ຫ້ອງປະຊຸມ ສໍາລັບງານລ້ຽງ ແລະ ງານສໍາມະນາຕ່າງໆ; ຍັງມີການຕົກແຕ່ງສໍາລັບເປັນຈຸດພັກຜ່ອນ ເທິງຊັ້ນດາດຟ້າ ແລະ ໂດຍຮອບໂຄງການ, ມີ ສະໜາມເດັກຫຼິ້ນ ແລະ ມີ ນໍ້າຕົກຂະໜາດນ້ອຍ ຕາມຈຸດຕ່າງໆຮອບໂຄງການ ໃຫ້ຜູ້ພັກອາໄສ ໄດ້ມີຄວາມເພີດເພີນກັບການພັກພ່ອນ ຢ່າງແທ້ຈິງ ແລະ ບໍລິການຄົບວົງຈອນ ໃນລະບົບມາດຕະຖານຕາມໂຮງແຮມ 4 ດາວ ເປັນຕົ້ນ.