ໜ່ວຍພັກສານເຂດ II ເຜີຍແຜ່ເອກະສານກຽມຈັດກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ

0
873

ໃນວັນທີ 15 ກໍລະກົດນີ້, ໜ່ວຍພັກສານປະຊາຊົນເຂດ II ຈັດກອງປະຊຸມເຜີຍແຜ່ເອກະສານສຶກສາອົບຮົມການເມືອງ-ແນວຄິດ ເພື່ອກະກຽມກອງປະຊຸມໃຫຍ່ 3 ຂັ້ນ ໂດຍການເປັນປະທານ ຂອງສະຫາຍ ສັກກຸນາ ຍະພິຈິດ ເລຂາໜ່ວຍພັກ ປະທານສານປະຊາຊົນເຂດ II, ມີສະຫາຍ ໜູກີ ສີຫາລາດ ຄະນະປະຈຳພັກ ຮອງເຈົ້າເມືອງໆໄຊທານີ ພ້ອມດ້ວຍ ສະມາຊິກພັກ ແລະ ພະນັກງານພາຍໃນ ເຂົ້າຮ່ວມ.

ກອງປະຊຸມໜ່ວຍພັກສານເຂດ II ເຜີຍແຜ່ເອກະສານກຽມຈັດກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ
ກອງປະຊຸມໜ່ວຍພັກສານເຂດ II ເຜີຍແຜ່ເອກະສານກຽມຈັດກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ

ສະຫາຍ ສັກກຸນາ ຍະພິຈິດ ກ່າວວ່າ:

ການຈັດກອງປະຊຸມໃນຄັ້ງນີ້, ເພື່ອເຜີຍແຜ່ເອກະສານກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ລວມມີ ເອກະສານທີ 1, ເສີມຂະຫຍາຍມູນເຊື້ອ ແລະຄວາມສາມັກຄີເປັນເອກະພາບ ພາຍໃນພັກ; ເອກະສານທີ 2, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງ ພັກ ແລະ ເອກະສານ ທີ 3, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນທາດການ ເມືອງ ແລະ ຄຸນສົມບັດສິນທຳປະຕິວັດ.

ທັງນີ້, ເພື່ອເຮັດໃຫ້ຄະນະ ໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານເຊື່ອມຊຶມກຳແໜ້ນ ມູນເຊື້ອ, ຄວາມສາມັກຄີ, ຄວາມສາມາດນຳພາ, ຄວາມເປັນແບບ ຢ່າງນໍາໜ້າ, ການຝຶກຝົນຫຼ່ໍຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດຂອງພັກເຂົ້າ ໃນການຍົກສູງຄຸນນະພາບໃນໜ້າທີ່ວຽກງານໃຫ້ດີຂຶ້ນ ເວົ້າລວມ ເວົ້າສະເພາະ ແມ່ນວຽກງານການແກ້ໄຂຄະດີ ເພື່ອໃຫ້ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍ, ເຄົາລົບ ລັດຖະທຳມະນູນ, ກົດໝາຍ, ເອົາໃຈໃສ່ຢ່າງຕັ້ງໜ້າເຮັດໃຫ້ວຽກງານແກ້ໄຂຄະດີ, ຕັດສິນຄະດີຮັບປະກັນໄດ້ຄວາມຖືກຕ້ອງ, ໂປ່ງໃສ ແລະ ເປັນທຳທີ່ສຸດ.

ກອງປະຊຸມໜ່ວຍພັກສານເຂດ II ເຜີຍແຜ່ເອກະສານກຽມຈັດກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ
ກອງປະຊຸມໜ່ວຍພັກສານເຂດ II ເຜີຍແຜ່ເອກະສານກຽມຈັດກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ

ໃນພິທີ ຍັງໄດ້ມອບໃບຢັ້ງຢ ືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2018 ໃຫ້ສານ ປະຊາຊົນເຂດ II ມອບໂດຍ ສະຫາຍ ໜູກີ ສີຫາລາດ.