ຫ້ອງການຍຸຕິທໍາ ເມືອງນາຊາຍທອງ ໄດ້ປິດຊຸດຝຶກອົບຮົມກົດໝາຍ 45 ວັນ ຊຸດທີ I ໃຫ້ບັນດາຮາກຖານ ບ້ານ ໃນວັນທີ 12 ກໍລະກົດຜ່ານມາ, ໂດຍການເປັນປະທານຂອງ ທ່ານ ວຽງຄໍາ ສີຫາໂຄດ ຮອງເຈົ້າເມືອງໆ ນາຊາຍທອງ, ມີທ່ານ ບົວເກດ ພົມມະຈັນ ຮອງຫົວໜ້າພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ, ນັກສໍາມະນາ ກອນ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ກອງປະຊຸມຫ້ອງການຍຸຕິທຳ ເມືອງນາຊາຍທອງ ປິດຊຸດຝຶກອົບຮົມ

ທ່ານ ໄຊຍະສິດ ພົມມະໄຊສີ ຫົວໜ້າຫ້ອງການຍຸຕິທໍາເມືອງນາ ຊາຍທອງ ກ່າວວ່າ: ຊຸດຝຶກອົບຮົມກົດໝາຍດັ່ງກ່າວ ແມ່ນໄດ້ດໍາເນີນເປັນເວລາ 45 ວັນ ໂດຍເລີ່ມແຕ່ວັນທີ 20 ພຶດສະພາ ຫາ ວັນທີ 8 ກໍລະກົດ 2019, ລວມມີນັກສໍາມະນາ ກອນທັງໝົດ 47 ສະຫາຍ. ໃນນີ້,ປະກອບມີ 5 ກຸ່ມວິຊາ ຄື: ກຸ່ມວິຊາທິດສະດີການເມືອງ-ການປົກຄອງ, ກຸ່ມວິຊາກົດໝາຍ, ກຸ່ມວິຊາວຽກງານຍຸຕິທໍາ ແລະ ກຸ່ມວິຊາເຕັກນິກ ລວມ ທັງໝົດ 34 ວິຊາ, 34 ໜ່ວຍກິດ ແລະ 34 ຊົ່ວໂມງ. ສໍາລັບການຮຽນແມ່ນຮຽນຈົບວິຊາໃດ ກໍເສັງວິຊານັ້ນໄປພ້ອມ, ເຊິ່ງຕະຫຼອດໄລຍະການຝຶກ ອົບຮົມ ເຫັນວ່ານັກສໍາມະນາກອນ ມີຄວາມເຂົ້າໃຈ ແລະ ຮັບຮູ້ຢ່າງຈະ ແຈ້ງ ສະແດງອອກໃນການເອົາໃຈໃສ່ ຕິດຕາມການບັນຍາຍຂອງອາຈານ, ຕັ້ງຄໍາຖາມສົນທະນາບັນຫາຕ່າງໆທີ່ ບໍ່ເຂົ້າໃຈ, ຄູ-ອາຈານ ຍັງໄດ້ສຸມໃສ່ ທຸກຄວາມສາມາດ ເພື່ອສົ່ງຄວາມຮູ້ໃຫ້ແກ່ນັກຝຶກອົບຮົມໃຫ້ເຂົ້າໃຈຈະ ແຈ້ງ ເຊັ່ນ: ໄດ້ນໍາພາຄະນະນັກຝຶກ ອົບຮົມໄປເບິ່ງ ແລະ ຮັບຟັງການຕັດ ສິນຂອງສານປະຊາຊົນເຂດ I ຈໍານວນ 2 ຄັ້ງ ພ້ອມທັງນໍາພາສ້າງຂະບວນການຕ່າງໆ ແມ່ນສໍາເລັດດ້ວຍ ຄວາມຮັບຜິດຊອບຕາມລະດັບຄາດໝາຍ.

ພິທີມອບໃບປະກາສະນີສະບັດໃຫ້ແກ່ນັກສໍາມະນາກອນທີ່ໄດ້ສໍາເລັດການຝຶກອົບຮົມ

ໂອກາດດັ່ງກ່າວ, ໃນພິທີທ່ານ ຮອງເຈົ້າເມືອງຍັງໄດ້ມອບໃບປະກາສະນີສະບັດໃຫ້ແກ່ນັກສໍາມະນາກອນທີ່ໄດ້ສໍາເລັດການຝຶກອົບຮົມ ແລະ ຮຽກຮ້ອງໃຫ້ນໍາເອົາຄວາມຮູ້-ຄວາມສາມາດ, ທິດສະດີທີ່ຄູ-ອາຈານນໍາມາສິດສອນໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ດີຂຶ້ນກວ່າເກົ່າ, ຮັບປະກັນໄດ້ທັງຄຸນນະພາບ ແລະ ປະລິມານສູງ.