ໃນອາທິດທີ່ຜ່ານມາ, ຕໍາຫຼວດຄ້າຍຄຸມຂັງ – ດັດສ້າງ ນາໄຊ ປກສ ແຂວງສາລະວັນ ໄດ້ສໍາເລັດການຝຶກອົບຮົມ ກ່ຽວກັບ ວຽກງານຄຸມຂັງ – ດັດສ້າງ ໄລຍະສັ້ນ ຢູ່ທີ່ ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 6, ເປັນປະທານໂດຍ ພັທ ກໍລະກັນ ບຸດໂທ ຮັກສາການຫົວໜ້າຄ້າຍຄຸມຂັງ – ດັດສ້າງ ນາໄຊ, ເຂົ້າຮ່ວມໂດຍ ພັທ ຊົມພູສາຍ ຈັນທະເວດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ພັອ ພັດສະດີ ນວນອາສາ ຮອງກົມຕໍາຫຼວດຄຸມຂັງ – ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ, ຄູ – ອາຈານ, ນັກຝຶກອົບຮົມຈາກ ກອງບັນຊາການ ປກສ 8 ເມືອງ, ຄ້າຍກັກຂັງຊົ່ວຄາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສໍາລັບເອກະສານທີ່ນໍາມາຝຶກອົບຮົມຄັ້ງນີ້ ປະກອບມີດັ່ງຕໍ່ໄປນີ້:

ເອກະສານ ກ່ຽວກັບ ຍຸດທະສາດປ້ອງກັນຄ້າຍ, ການຮຽນຮູ້ວິທີການກວດຄົ້ນການຄຸ້ມຄອງ – ຈັດແບ່ງປະເພດນັກໂທດ, ການຮັກສາຂໍ້ມູນສໍານວນ – ສໍາເນົາ ແລະ ສະຖິຕິນັກໂທດ, ສຶກສາອົບຮົມຜູ້ດັດສ້າງ – ນັກໂທດ, ການກໍ່ສ້າງ ແລະ ນໍາໃຊ້ ເພື່ອນຮ່ວມງານ, ການເຈາະຈິ້ມ ແລະ ຊອກຫາຂໍ້ມູນຂອງ ນັກໂທດ, ການນໍາໃຊ້ ແຮງງານນັກໂທດ ເຂົ້າໃນການຜະລິດທີ່ເປັນການຝຶກຝົນ ຜູ້ດັດສ້າງ ແລະ ນັກໂທດ ໃຫ້ມີອາຊີບກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເຊື່ອມຊຶມແໜ້ນ ກ່ຽວກັບ ການປະຕິບັດນະໂຍບາຍຕໍ່ເຂົາເຈົ້າ ຕາມຄວາມຈິງ.

ການຝຶກອົບຮົມດັ່ງກ່າວ ຈັດຂຶ້ນ ເພື່ອເນັ້ນໃຫ້ ພະນັກງານ ປະຈໍາ ຄ້າຍຄຸມຂັງ – ດັດສ້າງ ມີຄວາມເຂັ້ມງວດ ແລະ ຮູ້ຈັກສືບຄົ້ນຫານັກໂທດ ຜູ້ທີ່ມີແນວຄິດຄອນແຄນ, ແນວຄິດສ້າງກຸ່ມ – ສ້າງພວກ, ສ້າງໂອກາດຫຼອຍລັກໂຕນໜີ, ພະນັກງານ ປະຈໍາຄ້າຍ ເຊື່ອມຊຶມແໜ້ນກົດລະບຽບວິໄນຫຼັກຂອງ ກໍາລັງ ປກສ, ຮູ້ຈັກໜ້າທີ່ ພາລະບົດບາດຄວາມຮັບຜິດຊອບ, ມີສະຕິຕໍ່ເລ່ລ່ຽມກົນອຸບາຍຂອງ ຝ່າຍກົງກັນຂ້າມ ແລະ ກຸ່ມຄົນບໍ່ດີຫວັງຊື້ຈ້າງຈອບອອຍ ໃຫ້ກັບຝ່າຍຕົນພົ້ນຄວາມຜິດ.

ຄຽງຄູ່ກັນນັ້ນ, ທ່ານຮອງຫົວໜ້າກອງບັນຊາການ ປກສ ແຂວງ ກໍໃຫ້ກຽດມອບໃບຢັ້ງຢືນໃຫ້ນັກຝຶກອົບຮົມ 15 ສະຫາຍ ຄືນເມືອຈັດຕັ້ງປະຕິບັດ ວຽກງານຄຸມຂັງທີ່ຕົນໄດ້ຮຽນຮູ້ ມາໝູນໃຊ້ໃນແຕ່ລະເມືອງ ໃຫ້ເກີດປະສິດທິຜົນສູງ.