ໃນວັນທີ 11 ກໍລະກົດ 2019, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວກວດກາເບິ່ງ ຄວາມເສຍຫາຍສວນສາລີ ຂອງປະຊາຊົນເມືອງປາກລາຍ ແຂວງໄຊຍະບູລີ ທີ່ຖືກຝູງບົ້ງທໍາລາຍ, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ມີ ເຈົ້າເມືອງໆປາກລາຍ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ ໃຫ້ການຕ້ອນຮັບ ແລະ ນໍາພາເບິ່ງຜົນເສຍຫາຍຂອງສວນສາລີ ທີ່ຖືກຝູງບົ້ງທຳລາຍ ໃນເຂດກຸ່ມບ້ານຜາແກ້ວ ແລະ ບ້ານປ່າໄລ່ ເມືອງປາກລາຍ.

ກ່ອນອື່ນ, ທ່ານໄດ້ຮັບຟັງ ການລາຍານຜົນເສຍຫາຍຈາກ ວິຊາການຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ, ເຊິ່ງໃນລະຫວ່າງວັນທີ 20 ພຶດສະພາ 2019 ໄດ້ເກີດມີການລະບາດຂອງຝູງບົ້ງສາລີ ຢູ່ເມືອງປາກລາຍ ດັ່ງນີ້:

ພົບການລະບາດເບື້ອງຕົ້ນ ຈຳນວນ 7 ບ້ານ, ມີເນື້ອທີ່ຖືກທຳລາຍ ຈຳນວນ 2.700 ກວ່າເຮັກຕາ; ມາຮອດວັນທີ 24 ມີຖຸນາ 2019 ບົ້ງດັ່ງກ່າວ ກໍໄດ້ແຜ່ລາມອອກເປັນວົງກວ້າງ ໃນຂອບເຂດທົ່ວແຂວງ ທີ່ມີການປູກສາລີ ໃນເນື້ອທີ່ 35.000 ກວ່າເຮັກຕາ, ມີເນື້ອທີ່ສາລີຖືກຜົນກະທົບຈາກບົ້ງຝູງທຳລາຍ ຈຳນວນ 15.300 ກວ່າເຮັກຕາ, ຄາດຄະເນ ຄວາມເສຍຫາຍໃນປັດຈຸບັນ ປະມານ 30% ຂອງເນື້ອທີ່ ທີ່ຖືກຜົນກະທົບ ເທົ່າກັບ 4.600 ກວ່າເຮັກຕາ, ຄິດເປັນຜົນຜະລິດເສຍຫາຍ ປະມານ 24.800 ກວ່າໂຕນ, ມີ 168 ບ້ານ, ມີ 7.000 ກວ່າ ຄອບຄົວ.

ຕໍ່ກັບເຫດການດັ່ງກ່າວ, ພາກສ່ວນກ່ຽວຂ້ອງ ໄດ້ເອົາໃຈໃສ່ໃນການປ້ອງກັນ ແລະ ກຳຈັດບົ້ງຝູງສາລີ ແບບປະສົມປະສານ ເຊັ່ນ: ໃຊ້ມືເກັບບົ້ງ, ເກັບກຸ່ມໄຂ່ບົ້ງ, ໃຊ້ກັບດັກແມ່ບົ້ງມາທຳລາຍ, ກຳຈັດວັດສະພືດທີ່ເປັນແຫຼ່ງອາໄສຂອງບົ້ງ, ທົດລອງໃຊ້ຂີ້ກະເດືອນຝອຍ ໃນອັດຕາສ່ວນ 4 ຖົງຕໍ່ນໍ້າ 20 ລິດ, ທົດລອງໃຊ້ກັບດັກກາກນ້ຳຕານລໍ້ແມ່ບົ້ງ, ໃຊ້ກັບດັກແສງໄຟລໍ້ແມ່ບົ້ງ, ໃຊ້ສານເຄມີສີດພົ່ນ ເຊັ່ນ: ເຊື້້ອ Bt ໃນອັດຕາ 80 ກຼາມຕໍ່ນໍ້າ 20 ລິດ, ຊະນິດຢາເມຕາລີຊຽມ ເອັດພີ ໃນອັດຕາ 1 ກິໂລກຼາມຕໍ່ນໍ້າ 20 ລິດ, ໃຊ້ຢາ Emamectin benzoate ໃນອັດຕາ 10 – 15 ກຼາມຕໍ່ນໍ້າ 20 ລິດ ສີດໃນຕອນເຊົ້າ ແລະ ຕອນແລງ; ໂດຍຜ່ານການປ້ອງກັນ ແລະ ທໍາລາຍບົ້ງຝູງດັ່ງກ່າວ ແມ່ນສາມາດຄວບຄຸມໄດ້ 20% ຂອງເນື້ອທີ່ – ທີ່ຖືກກທໍາລາຍທັງໝົດ.

ຈາກນັ້ນ, ທີມງານດັ່ງກ່າວ ກໍໄດ້ຢ້ຽມຢາມ ດ່ານສາກົນ ພູດູ່, ຮັບຟັງການລາຍງານ ສະພາບການປະຕິບັດໜ້າທີ່່ວຽກງານວິຊາສະເພາະຂອງ ແຕ່ລະຂະແໜງການພາຍໃນດ່ານ; ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກໃຫ້ ພະນັກງານແຕ່ລະສະຫາຍ ຈົ່ງສືບຕໍ່ປະຕິບັດໜ້າທີ່ວິຊາສິເພາະ ໃຫ້ດີ, ໃຫ້ການບໍລິການ ແລະ ອໍານວຍຄວາມສະດວກແກ່ປະຊາຊົນ ໃນການເຂົ້າ – ອອກດ່ານ; ສ່ວນຕໍ່ກັບບັນຫາຝູງບົ້ງທໍາລາຍສາລີ ແມ່ນໃຫ້ວິຊາການສືບຕໍ່ຊ່ວຍປະຊາຊົນໃນການປາບ ແລະ ປ້ອງກັນຝູງບົ້ງ ບໍ່ໃຫ້ຂະຫຍາຍ ແລະ ລະບາດສູ່ຂົງເຂດອື່ນ ດ້ວຍວິທີການຕ່າງໆຕາມເຕັກນິກວິຊາການ, ສືບຕໍ່ຟື້ນຟູສວນສາລີທີ່ຍັງເຫຼືອ ໃຫ້ໄດ້ຮັບຜົນຜະລິດ, ຊຸກຍູ້ປະຊາຊົນປູກພືດອື່ນ ທົດແທນສາລີທີ່ຖືກບົ້ງທໍາລາຍ, ເປັນຕົ້ນແມ່ນ ພືດອາຍຸສັ້ນ ທີ່ໃຊ້ນໍ້ານ້ອຍທີ່ສຸດ; ນອກນີ້, ກໍສົ່ງເສີມໃຫ້ປະຊາຊົນ ປູກຫຍ້າລ້ຽງສັດໃຫຍ່ໃຫ້ຫຼາຍ.

ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ມອບເງິນຈໍານວນ 30 ລ້ານກີບ ໃຫ້ຊາວສວນສາລີທີ່ຖືກບົ້ງທໍາລາຍ ເພື່ອເປັນທຶນຮອນໃນການຈັດຊື້ອຸປະກອນ ແລະ ຢາປາບບົ້ງ; ໃນວັນດຽວກັນ, ທ່ານກໍຍັງໄດ້ຢ້ຽມຢາມ ໂຮງງານແປ້ງມັນຕົ້ນ, ໂຄງການຂຸດຄົ້ນບໍ່ຄໍາ ຂອງບໍລິສັດ ເອັມພີຈີ ມາຍນິ່ງ ທີ່ເມືອງປາກລາຍ, ລົງຕິດຕາມເບິ່ງສວນສາລີ, ສວນໝາກຜຸກ ຢູ່ບ້ານໂພນສັກ ເມືອງພຽງ ແລະ ຢ້ຽມຢາມ ກອງພັນໃຫຍ່ 202 ພ້ອມທັງມອບເງິນ ຈໍານວນ 30 ລ້ານ ເພື່ອປະກອບສ່ວນເຂົ້າໃນ ການພັດຖະນາພື້ນຖານໂຄງລ່າງ ແລະ ສ້າງຫ້ອງການຂອງກົມກອງດັ່ງກ່າວ ຕື່ມອີກ.