ເຫດການຄາດຕະກຳ ທີ່ເກີດຂຶ້ນຍ້ອນ ເຫດຜົນພຽງເລັກນ້ອຍ – ep 1/3

0
2787

ໃນນະຄອນໂຮ່ຈິມິນ ແລະ ບັນດາແຂວງອ້ອມຂ້າງ ໄດ້ມີເຫດການຄະດີຄາດຕະກຳໂຫດຮ້າຍ ເກີດຂຶ້ນຫຼາຍຄັ້ງ ເຊິ່ງເຫດການເຫຼົ່ານີ້ ລ້ວນແຕ່ມີກົກປາຍສາເຫດມາຈາກ ເລື່ອງພຽງເລັກນ້ອຍ; ໂດຍສະເພາະ ແມ່ນ ຄູ່ຜົວ – ເມຍ ທີ່ໃຊ້ຊີວິດຢູ່ຮ່ວມກັນ ໃນແຕ່ລະມື້ ແລະ ຈາກຄຳເວົ້າຄຳຈາບໍ່ພຽງເທົ່າໃດຄຳ ແຕ່ມັນໄດ້ກາຍເປັນເຫດທີ່ໂຫດຮ້າຍ ຕາມມາແບບບໍ່ຄາດຄິດ; ສະນັ້ນ, ການກະທຳທີ່ຂາດຄວາມຕຶກຕອງນັ້ນ ມັນໄດ້ແຕະຕ້ອງເຖິງຊີວິດ ແລະ ຈິດໃຈຜູ້ອື່ນ ແບບບໍ່ມີທາງເອົາກັບຄືນມາໄດ້, ດັ່ງເຫດການທີ່ຈະກ່າວເຖິງ ຂ້າງລຸ່ມນີ້:

1. ຫຼາຍວັນຜ່ານມາ, ເທິງສື່ອອນລາຍ ກໍຄື ທົ່ວສັງຄົມ ໄດ້ກ່າວປະນາມ ແລະ ວິພາກວິຈານ, ເກີດຄວາມຢ້ານກົວ ແລະ ວິຕົກກັງວົນຕໍ່ກັບ ເຫດການທີ່ເກີດຂຶ້ນ ຢູ່ທີ່ເຕິ້ນບາ ຄຸ້ມຖຸ້ຍຮວ່າ ຕາແສງເຕິ້ນອຽນ ແຂວງບິ່ງເຢື້ອງ ເຊິ່ງເປັນເຫດການທີ່ ທ້າວ ເຈິ່ນຈ້ອງລວນ ໄດ້ລົງມືຄາດຕະກຳ 3 ແມ່ລູກ ໃນເຮືອນດຽວກັນ; ໂດຍສາເຫດທີ່ເປັນແຮງຈູງໃຈ ແມ່ນ ຍ້ອນແຄ້ນທີ່ຜູ້ຕາຍ ພົບເຫັນໂຕເອງ ເບິ່ງໜັງໂປ້ ໃນຮ້ານກາເຟ.

ສິ່ງທີ່ບໍ່ຄາດຄິດ ໄດ້ເກີດຂຶ້ນ ຈາກການທີ່ຜູ້ລົງມືກໍ່ເຫດ ຖືກຜູ້ເປັນພະນັກງານ ທີ່ເຮັດວຽກຢູ່ຮ້ານກາເຟຂອງແມ່ຕົນເອງ ພົບເຫັນພຶດຕິກຳຂອງຕົນທີ່ກຳລັງເບິ່ງໜັງໂປ້ ໃນຮ້ານ ແລະ ຖືກພະນັກງານດັ່ງກ່າວ ກ່າວເຕືອນວ່າ: “ ບໍ່ສົມຄວນ ”; ຄຳເວົ້ານັ້ນ ໄດ້ເຮັດໃຫ້ຜູ້ກ່ຽວ ເກີດຄວາມຄຽດແຄ້ນ ແລ້ວວາງແຜນການຄາດຕະກຳ ທັງ 3 ແມ່ລູກ; ທັງ 3 ຊີວິດ ຕ້ອງມາຈົບຊີວິດລົງແບບບໍ່ຄາດຄິດ ດ້ວຍເຫດຜົນພຽງເລັກນ້ອຍ ແລະ ກາຍເປັນຄະດີຄາດຕະກຳກັນ ແບບບໍ່ມີຄວາມຢ້ານກົວຕໍ່ ລະບຽບກົດໝາຍ.

ຕາມການສັງເກດ ແລະ ຕີລາຄາຂອງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃຫ້ຮູ້ວ່າ:

ຜ່ານຜົນການສືບສວນ – ສອບສວນ ຫຼາຍຄະດີຄາດຕະກຳ ທີ່ເກີດຂຶ້ນຜ່ານມາ, ສ່ວນຫຼາຍສາເຫດຂອງການລົງມືຄາດຕະກຳ ຜູ້ອື່ນ ແມ່ນເກີດມາຈາກການຜິດຖຽງກັນ ດ້ວຍເຫດຜົນນ້ອຍໆ ເຊັ່ນ: ຜິດຖຽງກັນໃນຊີວິດປະຈຳວັນ, ຂັດແຍ່ງທາງທຸລະກິດ, ຂັດແຍ່ງຜົນປະໂຫຍດອື່ນໆ ແລະ ການໄກ້ເກ່ຍບໍ່ລົງລອຍກັນ ຈຶ່ງເກີດມີຄວາມແຄ້ນຢູ່ໃນຫົວຂອງອີກຝ່າຍ ຈົນກາຍເປັນການລົງມືທຳຮ້າຍຮ່າງກາຍ ແລະ ຜົນທີ່ໄດ້ຮັບແມ່ນ ເຖິງຂັ້ນບາດເຈັບສາຫັດ ຫຼື ໜັກກວ່ານັ້ນ ກາຍເປັນເຫດການຄາດຕະກຳ ດັ່ງກໍລະນີທີ 2 ລຸ່ມນີ້:

ຄະດີຄາດຕະກຳ ທີ່ເກີດຂຶ້ນໂດຍຜູ້ກໍ່ເຫດແມ່ນ ທ້າວ ຫງວຽນກີ້ມຟອງ ເກີດປີ 1996, ຢູ່ຄຸ້ມ 12, ເຂດ 8 ນະຄອນໂຮ່ຈິມິນ ໄດ້ລົງມືກໍ່ເຫດຄາດຕະກຳນ້າສາວຂອງຕົນເອງ ໂດຍໃຊ້ຄ້ອນຕີ; ເຫດການດັ່ງກ່າວ ເຮັດໃຫ້ປະຊາຊົນທີ່ດຳລົງຊີວິດ ຢູ່ເຂດ 146, ຫງວຽນກີ້ມຟອງ, ຄຸ້ມ 12, ເຂດ 8 ມີຄວາມແຕກຕື່ນ ແລະ ຢ້ານກົວ ເພາະວ່າ ໃນແຕ່ລະມື້ ທ້າວ ຟອງ ຖືກປະຊາຊົນເຂດດັ່ງກ່າວເບິ່ງວ່າ ເປັນຄົນບໍ່ມັກປາກ, ບໍ່ມັກພົບປະກັບປະຊາຊົນ ຫຼື ຄົນອື່ນ ແຕ່ສຸດທ້າຍກາຍເປັນ ຄາດຕະກອນ ລົງມືໄດ້ຢ່າງເລືອດເຢັນ.

ທ້າວ ຟອງ ໄດ້ຮຽນຈົບ ວິທະຍາໄລ ຈາກນັ້ນແມ່ນ ບໍ່ໄດ້ເຮັດວຽກ ແລະ ດົນໆຈຶ່ງໄປເຮັດວຽກນຳພໍ່ ເຊິ່ງພໍ່ເຮັດວຽກເປັນກຳມະກອນ, ສ່ວນຕົວຜູ້ກ່ຽວ ກໍຍັງເປັນໄວລຸ້ນທີ່ຍັງຄອງຄອຍວຽກເຮັດ ທີ່ແນ່ນອນ.

ນາງ C.T.K.H ເກີດປີ 1960, ເປັນນ້າສາວແທ້ໆຂອງ ທ້າວ ຟອງ ແລະ ຍັງເປັນໂສດ; ດັ່ງນັ້ນ, ຈຶ່ງໄດ້ຢູ່ຮ່ວມກັນໃນຄອບຄົວຂອງ ທ້າວ ຟອງ. ນາງ H ເຮັດວຽກເປັນແມ່ບ້ານ ໃນເຮືອນທີ່ອາໄສຢູ່ນຳຄອບຄົວຂອງອ້າຍ ເຊິ່ງຜູ້ກ່ຽວເປັນຄົນເຮັດວຽກດຸໝັ່ນ, ເປັນລະບຽບທຸກຢ່າງ, ໃນເຮືອນຕ້ອງຂຶ້ນກັບຜູ້ກ່ຽວ ເປັນຜູ້ຈັດການ ນັບແຕ່ ການກິນ, ຢູ່ ແລະ ອະນາໄມທຸກຢ່າງ; ຍ້ອນເຫດນັ້ນ ຈຶ່ງເປັນເສັ້ນທາງທີ່ຂັດກັບຊີວິດໄວລຸ້ນຂອງ ທ້າວ ຟອງ ແລະ ເປັນເຫດໃຫ້ທັງ 2 ຜິດຖຽງກັນມາຕະຫຼອດ ຈົນມາເຖິງວັນທີ່ເກີດການຜິດຖຽງກັນ ຢ່າງຮຸນແຮງ ແລ້ວກາຍເປັນເຫດໃຫ້ ທ້າວ ຟອງ ລົງມືຄາດຕະກຳນ້າສາວຂອງຕົນ ຢ່າງບໍ່ມີຄວາມຢ້ານກົວ.

ຕາມການສອບສວນຂອງ ເຈົ້າໜ້າທີ່ ໃຫ້ຮູ້ວ່າ:

ຕອນແລງຂອງວັນທີ 7 ເມສາ 2019, ຫຼັງຈາກທີ່ກັບມາແຕ່ນອກ ທັງ 2 ຄົນ ນ້າສາວ – ຫຼານຊາຍ ເກີດຜິດຖຽງກັນຂັ້ນຮຸນແຮງ; ໃນຂະນະຜິດຖຽງກັນນັ້ນ, ຍ້ອນຄວາມໂມໂຫ ແລະ ຂາດສະຕິ ຈຶ່ງເຮັດໃຫ້ ທ້າວ ຟອງ ລົງມືຄາດຕະກຳນ້າສາວຂອງຕົນ ດ້ວຍການໃຊ້ຄ້ອນຕີທຸບຕີທີ່ຫົວ ນາງ H ຈົນເສຍຊີວິດຄາທີ່; ຈາກນັ້ນ, ຜູ້ກ່ຽວ ໄດ້ໂທລະສັບແຈ້ງ ເຈົ້າໜ້າທີ່ຕຳຫຼວດ ເຂດ 8 ເພື່ອມອບຕົວ.

ຜ່ານການສອບສວນ ຜູ້ກ່ຽວ, ເຈົ້າໜ້າທີ່ ຮູ້ສາເຫດ ແລະ ແຮງຈູງໃຈຂອງການກໍ່ເຫດຄັ້ງນີ້ ເຊິ່ງແມ່ນຍ້ອນອົດທົນຕໍ່ການຖືກຈິກຫົວໃຫ້ເຮັດຕາມທຸກຢ່າງຂອງນ້າສາວຕົນເອງ ບໍ່ໄຫວແລ້ວ ແລະ ກໍອົດທົນມາຫຼາຍຄັ້ງ, ແຕ່ຄັ້ງນີ້ອົດທົນບໍ່ໄດ້ ຈຶ່ງລົງມືທຳຮ້າຍຈົນເສຍຊີວິດ; ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດ ກຳລັງເລັ່ງສະຫຼຸບສຳນວນເອກະສານຄະດີ ເພື່ອສົ່ງໃຫ້ ໄອຍະການ ປະຕິບັດຕາມຂັ້ນຕອນຕໍ່ໄປ.

( ຕິດຕາມຕອນຕໍ່ໄປ… )