ພົທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ ໄດ້ເນັ້ນໃຫ້ຄະນະກອງບັນຊາ ປກສ ແຂວງຊຽງຂວາງ ເອົາໃຈໃສ່ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ການສວຍໃຊ້ໜ້າທີ່ຕຳແໜ່ງໃນທາງທີ່ບໍ່ຖືກຕ້ອງໃຫ້ເດັດຂາດ ແລະ ແກ້ໄຂບັນດາໜໍ່ແໜງປະກົດການຫຍໍ້ທໍ້ ເພື່ອຮັບປະກັນຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃຫ້ດີຂຶ້ນກວ່າເກົ່າ ໃນໂອກາດທີ່ເດີນທາງຢ້ຽມຢາມກອງບັນຊາການ ປກສ ແຂວງຊຽງຂວາງ ໃນວັນທີ 9 ກໍລະກົດ 2019.

ໃນພິທີ, ທ່ານລັດຖະມົນຕີ ກະຊວງ ປກສ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງ, ການເຄື່ອນໄຫວວຽກ ງານວິຊາສະເພາະ, ການແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນແຂວງ ເປັນຕົ້ນສະພາບຂີ້ລັກ-ງັດແງະ, ປຸ້ນຈີ້ຊິງຊັບ, ບັນຫາຢາເສບຕິດ ແລະ ບັນຫາອື່ນໆ ທີ່ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບບໍ່ມີຄວາມເປັນລະບຽບຮຽບຮ້ອຍ ທັງເປັນການກົດໜ່ວງທ່ວງດຶງການພັດທະນາປະເທດຊາດ; ເຊິ່ງໄລຍະຜ່ານມາ, ກອງບັນຊາການ ປກສ ແຂວງຊຽງຂວາງ ສາມາດແກ້ໄຂໄດ້ຫຼາຍກໍລະນີດຳເນີນຄະດີຕໍ່ຜູ້ທີ່ເຄື່ອນໄຫວກະທຳຜິດຕາມຂັ້ນຕອນຂອງກົດໝາຍ ເຮັດໃຫ້ມີຄວາມສະຫງົບມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ.

ໃນໂອກາດນີ້, ພົທ ວິໄລ ຫຼ້າຄຳຟອງ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບ ທຸກສະຫາຍສືບຕໍ່ເສີມຂະຫຍາຍດ້ານດີ-ຜົນງານທີ່ເປັນມູນເຊື້ອ ແລະ ເພີ່ມທະວີປັບປຸງແກ້ໄຂຂໍ້ບົກພ່ອງທີ່ເປັນບັນຫາຫຍໍ້ທໍ້ ໂດຍກຳແໜ້ນສະພາບການທັງພາຍໃນ ແລະ ພາຍນອກໃຫ້ທົ່ວເຖິງ, ເອົາໃຈໃສ່ສຶກສາອົບຮົມພະນັກງານ-ນັກ ຮົບໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງມີທັດສະນະຄຸນສົມ ບັດ, ມີລະບຽບວິໄນທີ່ເຂັ້ມງວດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມສາມັກຄີໃຫ້ແໜ້ນແຟ້ນ, ມີແບບແຜນໃນການເຄື່ອນໄຫວວິຊາສະເພາະໃຫ້ຖືກຕ້ອງຕາມກົດໝາຍ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນກຳລັງ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການສວຍໃຊ້ໜ້າທີ່ຕຳແໜ່ງໃນທາງທີ່ບໍ່ຖືກຕ້ອງໃຫ້ເດັດຂາດຫາກເກີດຂຶ້ນບ່ອນໃດແກ້ໄຂຢູ່ບ່ອນນັ້ນໃຫ້ທັນເວລາ, ຈັດຕັ້ງລະບອບປະຈໍາການໃຫ້ເຂັ້ມງວດຫັນພະນັກງານລົງກໍ່ສ້າງຮາກຖານປຸກລະດົມປະຊາຊົນໃຫ້ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເພື່ອສະກັດກັ້ນແກ້ໄຂບັນດາໜໍ່ແໜງທີ່ສ້າງຄວາມບໍ່ສະຫງົບ ທາງດ້ານການເມືອງ ຄວາມບໍ່ເປັນລະບຽບຮຽບທາງສັງຄົມ ເປັນຕົ້ນແມ່ນບັນຫາຢາເສບຕິດ, ສໍ້ໂກງຊັບ, ລັກຊັບ, ອຸບັດຕິເຫດຕາມທ້ອງຖະໜົນ, ແກ້ໄຂຄົນຕ່າງປະເທດທີ່ມາເຄື່ອນໄຫວກະທຳຜິດກົດໝາຍຂອງ ສປປ ລາວ, ແກ້ໄຂບັນຫາໂສເພນີ ແລະ ບັນຫາການຄ້າມະນຸດໃຫ້ຫຼຸດໜ້ອຍລົງ.