ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ໃນວັນທີ 16 ກໍລະກົດ 2019, ເຜີຍແຜ່ເອກະສານໂດຍ ພົຈວ ດວງປີ ດາມະນີວົງ ຄະນະພັກກະຊວງ ຫົວໜ້າກົມກວດກາ-ກວດການ ກະຊວງ ປກສ, ມີຄະນະກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ຄະນະກອງບັນຊາການ ປກສ ເມືອງສີສັດຕະນາກ, ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພົຈວ ດວງປີ ດາມະນີວົງ ກ່າວວ່າ: ເອກະສານທີ່ນຳມາເຜີຍແຜ່ປະກອບມີ 3 ເອກະສານຄື: ເອກະສານຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດຂອງພະນັກງານ-ນັກຮົບໃນໄລຍະໃໝ່, ເອກະສານດັດແປງແບບ ແຜນວິທີເຮັດວຽກ ນໍາພາ-ບັນຊາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະ ມະຕິຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫົງບວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ບັນຊາໃນກຳລັງປ້ອງ ກັນຄວາມສະ ຫົງບ ເພື່ອໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ພະນັກງານສະມາຊິກພັກ, ພະນັກງານ-ນັກ ຮົບໄດ້ເຊື່ອມຊຶມ ກຳແໜ້ນກ່ຽວກັບແບບແຜນວິທີເຮັດວຽກທີ່ຖືກຕ້ອງ ເພື່ອເປັນການປັບປຸງຄວາມຮູ້ຄວາມສາມາດ, ຮູ້ສ້າງແຜນການ, ກຳນົດເນື້ອໃນວຽກງານ, ສັບຊ້ອນກຳລັງພົນໃຫ້ແທດເໝາະ, ຊີ້ນຳການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ ແລະ ມີປະສິດທິພາບສູງ, ເພື່ອເຮັດໃຫ້ແນວທາງ ແລະ ແຜນນະໂຍບາຍຂອງພັກ, ທິດທາງວຽກງານຂອງຄະນະ ພັກແຕ່ລະຂັ້ນຂອງກົມກອງທ້ອງຖິ່ນໄດ້ຮັບການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຢ່າງຖືກຕ້ອງເຂົ້າໃນໜ້າທີ່ວຽກງານ ແລະ ພຶດຕິກຳຕົວຈິງຂອງກົມກອງ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນໃນແຕ່ລະໄລຍະ ພ້ອມດຽວກັນນັ້ນ, ເພື່ອເຮັດໃຫ້ພະນັກງານ-ນັກຮົບຮັບຮູ້ເຂົ້າໃຈແຈ້ງກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ເນື້ອໃນທີ່ຈະຕ້ອງໄດ້ຝຶກຝົນຫຼໍ່ຫຼອມຕົນເອງໃນສະ ພາບການໃໝ່ ເພື່ອໃຫ້ທຸກສະຫາຍເຫັນໄດ້ຄວາມຈຳເປັນພາ ວະວິໄສທີ່ຈະຕ້ອງຍົກສູງຄວາມ ເອົາໃຈໃສ່ໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດໃຫ້ຕົນເອງກາຍເປັນພະນັກງານນັກຮົບປະຕິວັດທີ່ໜັກແໜ້ນ, ເປັນການປັບປຸງທາງດ້ານຄຸນທາດການເມືອງ, ໃຫ້ທຸກຄົນມີຄຸນສົມບັດ ສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ສັດຊື່ບໍລິສຸດດຳລົງຊີວິດປອດໃສ ເຊື່ອໝັ້ນຕໍ່ການນຳພາຂອງພັກ ເຮັດສຳເລັດໜ້າທີ່ການເມືອງຂອງຕົນໃນສະພາບ ການໃໝ່.

ພາຍຫຼັງເຊື່ອມຊຶມເອກະສານສຳເລັດກໍໄດ້ມີການປ່ອນບັດທາບທາມຢັ່ງຫາງສຽງຄະນະພັກ-ຄະນະກອງບັນຊາ ການ ປກສ ເມືອງສີສັດຕະນາກ ແລະ ຈະໄດ້ຂຽນໃບສຳຫຼວດກວດກາຕີລາຄາຄືນໃນບຸກຄົນ ແລະ ໃນຄະນະ ພັກ, ການດຳເນີນຊີວິດການເມືອງໃນຄັ້ງນີ້ຈະດຳເນີນເປັນເວລາ 4 ວັນຈຶ່ງສຳເລັດ (ວັນທີ 16 ຫາ 22 ກໍລະ ກົດ).