ລມຕ ກະຊວງ ປກສ ເນັ້ນໃຫ້ຄະນະ ພັກປ້ອງກັນທີ່ຕັ້ງ ສ້າງໃຫ້ໄດ້ກຳລັງເຫຼົ່າຮົບວິຊາສະເພາະທີ່ເຂັ້ມແຂງ

0
1419

ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກອງ ບັນ ຊາການປ້ອງກັນທີ່ຕັ້ງເອົາໃຈ ສ້າງໃຫ້ໄດ້ກໍາລັງເຫຼົ່າວິຊາສະເພາະທີ່ໜັກແໜ້ນເຂັ້ມແຂງ, ເກັ່ງກ້າສາມາດ, ມີອຸ ດົມການເປັນນັກຮົບທີ່ເສຍສະຫຼະຕໍ່ປະເທດຊາດຢ່າງແທ້ຈິງ. ການຊີ້ນໍາຄັ້ງນີ້, ມີຂຶ້ນໃນໂອກາດທີ່ທ່ານໄດ້ພົບປະຢ້ຽມຢາມ, ຊີ້ນໍາວຽກງານຢູ່ກອງບັນຊາການປ້ອງກັນທີ່ຕັ້ງ ໃນວັນທີ 17 ກໍລະກົດ 2019, ໂດຍມີຄະນະພັກ-ຄະນະນໍາ, ຫົວໜ້າ-ຮອງກອງບັນຊາການ, ຫົວໜ້າ-ຮອງກອງພັນ, ກອງຮ້ອຍ, ກໍາລັງຫຼັກແຫຼ່ງເຂົ້າຮ່ວມ.

ພົທ ວິໄລ ຫຼ້າຄໍາຟອງ ກ່າວວ່າ: ຄະນະພັກ-ຄະນະນໍາກອງບັນຊາການປ້ອງກັນທີ່ຕັ້ງທຸກຂັ້ນຕ້ອງສຶກສາອົບຮົມການເມືອງ-ແນວຄິດຕໍ່ພະນັກງານ-ນັກຮົບ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບຂອງກໍາລັງ ເພື່ອແນໃສ່ສ້າງໃຫ້ໄດ້ກໍາລັງເຫຼົ່າວິຊາສະເພາະປ້ອງ ກັນທີ່ຕັ້ງທີ່ເຂັ້ມແຂງ, ເກັ່ງກ້າສາມາດ, ຄ່ອງແຄ້ວ, ວ່ອງໄວໃນການປະຕິບັດໜ້າທີ່ວິຊາສະເພາະ, ມີຄຸນສົມບັດສິນທໍາປະຕິວັດ, ມີແບບແຜນການດໍາລົງຊີວິດ, ເຮັດວຽກຢ່າງປອດໃສ, ຊື່ສັດບໍລິສຸດ, ມີລະບຽບວິໄນເຂັ້ມງວດ, ມີນໍ້າໃຈ ເສຍສະຫຼະ, ມີຄວາມຮັບຜິດຊອບສູງເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ, ການຈັດຕັ້ງມອບໝາຍໃຫ້.

ນອກຈາກການສ້າງໃຫ້ໄດ້ກໍາລັງທີ່ເຂັ້ມແຂງແລ້ວ, ຄະນະພັກ-ຄະນະບັນຊາປ້ອງກັນທີ່ຕັ້ງຕ້ອງ ເອົາໃຈໃສ່ຕິດ ຕາມ, ກວດກາ, ກໍາແໜ້ນສະພາບການຕ່າງໆ, ລົງໃກ້ຊິດຕິດແທດກໍາລັງວິຊາສະເພາະທີ່ລົງປ້ອງກັນຕາມຈຸດຕ່າງໆ ເພື່ອ ເນັ້ນໜັກຊີ້ນໍາ-ບັນຊາໃນການປ້ອງ ກັນໃຫ້ເຂັ້ມງວດ ແລະ ສອດຄ່ອງກັບລະບຽບຫຼັກການວິຊາສະເພາະ ເຊັ່ນ: ການປ້ອງກັນແຂກ, ກອງປະຊຸມລະດັບຊາດ-ສາກົນ, ງານໂຮມຊຸມນຸມ, ວັນບຸນສໍາຄັນຕ່າງໆຂອງພັກ-ຂອງຊາດ ສາມາດສະກັດກັ້ນ ແລະ ທັບມ້າງບັນດາປັດໄຈໜໍ່ແໜງຄວາມບໍ່ສະຫງົບ-ຄວາມບໍ່ເປັນລະບຽບຮຽບຮ້ອຍທີ່ກຸ່ມຄົນບໍ່ດີຫັວງກໍ່ຂຶ້ນ ເພື່ອຮັບປະກັນໃຫ້ສັງຄົມມີຄວາມສະຫງົບປອດໄພ.