ໃນວັນທີ 17 ກໍລະກົດນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນ ກາງສະຫະພັນແມ່ຍິງລາວ (ສສຍລ ) ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ທີ່ຫໍພິພິທະພັນປະທານໄກສອນ ພົມວິຫານ ຜູ້ນໍາແສນເຄົາລົບຮັກຂອງປວງຊົນລາວ ເນື່ອງໃນໂອກາດວັນສ້າງຕັ້ງອົງການຈັດ ຕັ້ງສະຫະພັນແມ່ຍິງ ລາວ ຄົບຮອບ 64 ປີ ( 20 ກໍລະກົດ 1955-20 ກໍລະກົດ 2019) ທີ່ຈະມາເຖິງໃນມໍ່ໆນີ້ ແລະ ໂອກາດດັ່ງກ່າວ ຍັງໄດ້ເຂົ້າວາງກະຕ່າດອກໄມ້ຢູ່ທີ່ຫໍພິພິທະພັນປະທານສຸພານຸວົງ ເພື່ອລະລຶກເຖິງວັນ ເກີດ ຄົບຮອບ 110 ປີ ( 13 ກໍລະກົດ 1909-13 ກໍລະກົດ 2019) ນຳອີກ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກ່າວວ່າ: ການເຂົ້າວາງກະຕ່າດອກໄມ້ໃນຄັ້ງນີ້, ກໍເພື່ອເປັນການສະ ແດງຄວາມຮູ້ບຸນຄຸນມາຍັງຜູ້ນໍາທີ່ແສນເຄົາລົບຮັກ, ທີ່ມີນໍ້າໃຈອົງອາດກ້າຫານໃນການນໍາພາປະຊາຊົນບັນດາເຜົ່າລຸກຮື້ຂຶ້ນຕໍ່ສູ້ໃນທຸກໆສະໜາມຮົບ ນັບແຕ່ເໜືອເຖິງໃຕ້ເພື່ອກອບກູ້ເອົາຜືນແຜ່ນດິນຈາກພວກລ່າເມືອງຂຶ້ນ ແລະ ສັດຕູຜູ້ຮຸກຮານຈົນໄດ້ຮັບໄຊຊະນະຢ່າງສະຫງ່າຜ່າເຜີຍເປັນກ້າວໆ; ນອກນີ້, ຍັງເປັນການສະເຫຼີມສະ ຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ, ເຊິ່ງແມ່ຍິງໃນຂອບເຂດທົ່ວປະເທດທີ່ໄດ້ອຸທິດຕົນເຂົ້າໃນການສ້າງຂະບວນການປົດປ່ອຍຊາດ ຄຽງບ່າຄຽງໄຫຼ່ເຊັ່ນດຽວກັນກັບເພດຊາຍນັບແຕ່ອະດີດເຖິງປັດຈຸບັນ.

ໂອກາດດຽວກັນນີ້, ຍັງໄດ້ນໍາພາເອື້ອຍນ້ອງສະມາຊິກແມ່ຍິງສ້າງຂະບວນການກິລາຍິງປືນຢູ່ທີ່ສະໜາມຍິງປືນ 5 ເມສາ ໂດຍໄດ້ຮັບເຊີນເອົາບັນດາການນຳກະຊວງອ້ອມຂ້າງ ເປັນຕົ້ນແມ່ນກະຊວງ ປ້ອງກັນຄວາມສະຫງົບ ເຂົ້າຮ່ວມ ໂດຍ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍຄະນະ ເພື່ອຮ່ວມສ້າງຂະບວນການຕ້ອນຮັບວັນສຳຄັນດັ່ງກ່າວ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊືນ ແລະ ຮັດ ແໜ້ນຄວາມສະມັກຄີໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໄປ.