6 ເດືອນທ້າຍປີນີ້, ຄະນະພັກກົມໃຫຍ່ການເມືອງ ປກສ ຈະສືບຕໍ່ເພີ່ມທະວີການຊີ້ນຳ-ນຳພາວຽກງານສຶກສາອົບຮົມການເມືອງ-ແນວ ຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ເປັນເຈົ້າການຍົກສູງຄວາມຮັບຜິດຊອບການເມືອງ ເຮັດສໍາເລັດໜ້າທີ່ໆໄດ້ຮັບມອບໝາຍ, ເຊື່ອມຊຶມບັນດາເອກະສານສຳ ຄັນຕ່າງໆໃຫ້ເລິກເຊິ່ງ ແລະ ທົ່ວເຖິງ.

ໃນກອງປະຊຸມເປີດກວ້າງ ຄະນະບໍລິຫານງານພັກກົມໃຫຍ່ການເມືອງ ປກສ ຄັ້ງທີ 8 ສະໄໝທີ V ຄັ້ງວັນທີ 17 ກໍລະກົດ 2019 ໂດຍການເປັນປະທານຂອງສະຫາຍ ພົຕ ວັນທອງ ກອງມະນີ ຄະນະປະຈໍາພັກກະຊວງ ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະປະຈໍາພັກຄະນະພັກກົມໃຫຍ່, ຮອງເລຂາຄະນະພັກ, ບັນດາເລຂາ-ຮອງເລຂາໜ່ວຍ ພັກຮາກຖານ ແລະ ໜ່ວຍພັກອ້ອມຂ້າງກົມໃຫຍ່ເຂົ້າຮ່ວມ.

ສະຫາຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງເລຂາຄະນະພັກ ຮອງຫົວ ໜ້າກົມໃຫຍ່ການເມືອງ ປກສ ໄດ້ໃຫ້ຮູ້ວ່າ: ທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2019 ຄະນະພັກກົມໃຫຍ່ການເມືອງ ປກສ ຈະສືບຕໍ່ເພີ່ມທະວີການຊີ້ນຳ-ນຳພາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ຍົກສູງຄວາມຮັບຜິດຊອບການເມືອງ ເຮັດສໍາເລັດໜ້າທີ່ໆໄດ້ຮັບມອບໝາຍ.

ໂດຍຖືເອົາການຈັດຕັ້ງເຊື່ອມຊຶມທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດຮັບປະກັນເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບ ມີແນວຄິດການເມືອງໜັກແໜ້ນ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມທັດສະນະຫຼັກໝັ້ນຊົນຊັ້ນ, ຈຳແນກມິດ-ສັດຕູຢ່າງຈະແຈ້ງ, ຝຶກຝົນຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໃຫ້ໜັກແໜ້ນ, ມີນໍ້າໃຈຮັກຊາດ, ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາ ຊົນ, ເປັນກໍາລັງຫຼັກແຫຼ່ງໃນການປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ, ໂດຍສະ ເພາະແມ່ນວຽກງານປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ການຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ໄລຍະ 6 ເດືອນຜ່ານມາ, ຄະນະພັກກົມໃຫຍ່ການເມືອງ ປກສ ໄດ້ຕັ້ງໜ້າເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຄະນະພັກ-ຄະນະບັນຊາ, ຕະຫຼອດຮອດສະມາຊິກພັກ, ພະນັກງານ-ນັກຮົບຢ່າງເປັນປົກກະຕິ ພ້ອມທັງເອົາໃຈໃສ່ຕໍ່ການປັບປຸງພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາ ພາ ໂດຍຍຶດໝັ້ນລັດທິມາກ-ເລນິນ, ເຮັດວຽກມີແຜນການ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ປະຕິ ບັດຕາມຫຼັກການລວມສູນປະຊາທິປະໄຕ, ຮັກສາໄດ້ລະບອບຮ່ວມຊີວິດເສຍເງິນບໍາລຸງພັກລະບອບປະຊຸມ ຄະນະພັກປະຈໍາເດືອນ, ໄຕມາດ ແລະ 6 ເດືອນ, ໄດ້ສະເໜີມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າຮຽນສະໜັບ ສະໜູນ ແລະ ຮຽນກົດລະບຽບພັກທັງໝົດ ຈໍານວນ 88 ສະຫາຍ ຍິງ 26 ສະຫາຍ, ຂະຫຍາຍເຂົ້າເປັນສະມາ ຊິກພັກສໍາຮອງ ຈໍານວນ 22 ສະຫາຍ ຍິງ 9 ສະຫາຍ, ເລື່ອນສະມາຊິກສໍາຮອງເປັນສະມາຊິກສົມບູນຈໍານວນ 9 ສະຫາຍ ຍິງ 1 ສະຫາຍ.