ເຫດການຄາດຕະກຳ ທີ່ເກີດຂຶ້ນຍ້ອນ ເຫດຜົນພຽງເລັກນ້ອຍ – ep 2/3

0
921

2. ເຈົ້າໜ້າທີ່ຕຳຫຼວດ ນະຄອນບິ່ງແຈງ ແຂວງບິ່ງເຢື້ອງ ໄດ້ຈັບກຸມຕົວເປົ້າໝາຍ 2 ຄົນ ຄື: ນາງ ຫງວຽນທິຫງັອກຮ່ຽນ ອາຍຸ 28 ປີ ແລະ ທ້າວ ຫງວຽນມິ້ງຢຸງ ອາຍຸ 37 ປີ, ທັງ 2 ແມ່ນພັກຢູ່ ນະຄອນບິ່ງແຈງ ແຂວງບິ່ງເຢື້ອງ ຖືກຈັບກຸມໃນສະຖານ ກັກຂັງບຸກຄົນອື່ນ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ພະຍາຍາມທຳຮ້າຍຮ່າງກາຍຄົນອື່ນ ໂດຍເຈດຕະນາ.

ເຊິ່ງນີ້ແມ່ນ 2 ເປົ້າໝາຍທີ່ເປັນຫົວໂປ່ ໃນຄະດີທຳຮ້າຍຮ່າງກາຍ ນາງ H.N.Y ອາຍຸ 18 ປີ ຢູ່ແຂວງລອງອານ, ເຮັດໃຫ້ ນາງ Y ໄດ້ຮັບຜົນກະທົບເຖິງຂັ້ນຕ້ອງແທ້ງລູກທີ່ຖືພາໄດ້ 6 ເດືອນ; ຕໍ່ກັບເຫດການດັ່ງກ່າວ, ໄດ້ເຮັດໃຫ້ຄົນອ້ອມຂ້າງ ເກີດຄວາມກັງວົນ ແລະ ວິພາກວິຈານ ຢ່າງໜັກ.

ຕາມເນື້ອໃນເອກະສານສຳນວນຄະດີ ໃຫ້ຮູ້ວ່າ:

ຄູ່ຜົວ – ເມຍຂອງ ນາງ Y ແລະ ຜູ້ເປັນອ້າຍຂອງຕົນເອງ ຊື່ ທ້າວ HVL ອາຍຸ 21 ປີ ໄດ້ຮູ້ຈັກລຶ້ງເຄີຍ ແລະ ທຳມາຫາກິນຮ່ວມກັນກັບ ທ້າວ ຢຸງ ແລະ ນາງ ຮ່ຽນ; ໄລຍະກ່ອນເກີດເຫດ, ທັງ 2 ຝ່າຍ ເກີດຜິດຖຽງກັນ ເຊິ່ງໃນນີ້ ທ້າວ L ໄດ້ຢືມເງິນຂອງ ທ້າວ ຢຸງ ຈຳນວນ 1,6 ລ້ານດົ່ງ ແຕ່ບໍ່ຍອມຈ່າຍ ແຖມຍັງລັກເອົານໍ້າຕານຖອກໃສ່ຖັງນໍ້າມັດລົດຂອງ ທ້າວ ຢຸງ, ເຮັດໃຫ້ລົດ ທ້າວ ຢຸງ ເປ່ເພ ຕ້ອງໄດ້ນຳໄປແປງ ເສຍເງິນຈຳນວນຫຼາຍ ແຕ່ພວກກ່ຽວກໍບໍ່ຍອມຊົດໃຊ້ຄ່າເສຍຫາຍ; ດັ່ງນັ້ນ, ທ້າວ ຢຸງ ຈຶ່ງເກີດຄວາມໂກດເຄືອງ ແລະ ຊອກຫາວິທີທາງເພື່ອພົບກັບ ທ້າວ L ແລ້ວມາຕົກລົງກັນໃຫ້ເຂົ້າໃຈ.

ໃນໄລຍະດັ່ງກ່າວ, ນາງ Y ໄດ້ອອກໄປຫຼິ້ນເຮືອນ ທ້າວ ຢຸງ ເພື່ອຫາວິທີລົມກັນກ່ຽວກັບ ເລື່ອງເງິນທີ່ຢືມໄປ ແລະ ຂໍທົດແທນເງິນຄ່າແປງລົດນັ້ນຄືນໃຫ້; ເມື່ອເຫັນ ນາງ Y ເຂົ້າມາເຮືອນໃນຂະນະທີ່ ຕົນກຳລັງມີຄວາມຄຽດແຄ້ນ ຕໍ່ກັບເລື່ອງທີ່ເກີດຂຶ້ນຢູ່ແລ້ວ; ດັ່ງນັ້ນ, ທ້າວ ຢຸງ ໄດ້ຈັບຕົວ ນາງ Y ເພື່ອເປັນການບີບບັງຄັບຕໍ່ ທ້າວ L ໃຫ້ມາຍອມຈ່າຍໜີ້ ແລະ ຄ່າແປງລົດໃຫ້; ໃນໄລຍະທີ່ຖືກກັກຂັງຕົວ, ນາງ Y ໄດ້ເສບຢາບ້າ ແລະ ສູບຢາສູບ ຈຶ່ງເຮັດໃຫ້ ນາງ ຮ່ຽນ ( ນ້ອງສາວ ທ້າວ ຢຸງ ) ອົດທົນບໍ່ໄດ້ ບວກກັບຕົນເອງເປັນຝ່າຍເສຍຜົນປະໂຫຍດຈາກພວກກ່ຽວ; ສະນັ້ນ, ຈຶ່ງໄດ້ລະບາຍຄວາມແຄ້ນກັບ ນາງ Y.

ສິ່ງທີ່ຢາກເວົ້າຢູ່ທີ່ນີ້ ກໍຄື ທັງ 2 ອ້າຍ – ນ້ອງ ທ້າວ ຢຸງ ກໍເສບຢາເສບຕິດເຊັ່ນດຽວກັນ. ເມື່ອໄດ້ເສບຢາເຂົ້າໄປແລ້ວ, ກໍເຮັດໃຫ້ພວກກ່ຽວ ເກີດຄວາມຄິດຢາກທຳຮ້າຍ ນາງ Y ແລະ ພວກເຂົາກໍໄດ້ພ້ອມກັນທຳຮ້າຍ ນາງ Y ຈົນໄດ້ຮັບບາດເຈັບສາຫັດ; ເຊິ່ງການທຳຮ້າຍຂອງພວກກ່ຽວ ເປັນການກະທຳທີ່ສາມານ ເຊັ່ນ:

ພວກກ່ຽວ ໄດ້ຕົ້ມນໍ້າກາວຮ້ອນໆ ແລ້ວເອົາມາຢອດໃສ່ຮ່າງກາຍຂອງ ນາງ Y ຈາກນັ້ນເອົາບັ້ງແກັດຊະນິດນ້ອຍເຜົາໄຟ ມາດາດຕາມມື – ຂາ ຈົນເຮັດໃຫ້ຕາມຕົນຕົວຂອງ ນາງ Y ໄຄ່ພອງເກືອບໝົດຕົວ; ທີ່ຮ້າຍແຮງໄປກວ່ານັ້ນ, ນາງ Y ກຳລັງຖືພາຢູ່ ແລະ ເມື່ອຖືກທຳຮ້າຍຢ່າປ່າເຖື່ອນ ກໍເຮັດໃຫ້ລູກທີ່ຢູ່ໃນທ້ອງຂອງຜູ້ກ່ຽວ ແທ້ງ ແລະ ເສຍຊີວິດ.

ຫຼັງຈາກເຫດການດັ່ງກ່າວເກີດຂຶ້ນ, ສະພາບຮ່າງກາຍ ແລະ ຈິດໃຈຂອງ ນາງ Y ຖືກກະທົບຢ່າງຮຸນແຮງ, ຜົນທີ່ໄດ້ຮັບຈາກຮູບການກະທຳຂອງພວກກ່ຽວຕໍ່ນາງ ແມ່ນໄດ້ສ້າງຄວາມຢ້ານກົວຕໍ່ ພໍ່ – ແມ່ປະຊາຊົນ ໃນຂົງເຂດດັ່ງກ່າວ ແລະ ມັນເປັນການກະທຳຂອງທັງ 3 ເປົ້າໝາຍ; ຫຼັງຈາກກໍ່ເຫດ ທ້າວ ຢຸງ ແລະ ນາງ ຮ່ຽນ ( ສອງອ້າຍ – ນ້ອງ ) ໄດ້ພ້ອມກັນເອົາຕົວຫຼົບໜີ ແລ້ວປະໃຫ້ຜູ້ເປັນເມຍຂອງຜູ້ກ່ຽວ ມາຮັບຜິດຊອບກັບເຫດການທີ່ເກີດຂຶ້ນ.

ເມຍຂອງ ທ້າວ ຢຸງ ໄດ້ສົ່ງຕົວ ນາງ Y ໄປໂຮງໝໍ ເພື່ອຮັບການປິ່ນປົວ, ສ່ວນແມ່ຂອງ ທ້າວ ຢຸງ ໄດ້ຮັບຜິດຊອບມ້ຽນສົບຂອງເດັກທີ່ແທ້ງນັ້ນ ພ້ອມທັງໄປພົບກັບ ພໍ່-ແມ່ຂອງ ນາງ Y ເພື່ອມອບເງິນຊົດເຊີຍກັບເຫດການທີເກີດຂຶ້ນ ແຕ່ ນາງ Y ບ່ໍຍອມ ຈຶ່ງໄດ້ເຂົ້າແຈ້ງຄວາມ ເອົາຄວາມຜິດກັບພວກກ່ຽວທັງ 2 ອ້າຍ – ນ້ອງ; ສຸດທ້າຍ, ເຈົ້າໜ້າທີ່ ໄດ້ນຳຕິດຕາມຈັບຕົວທັງ 2 ມາຮັບຜິດຊອບຕໍ່ເຫດການທີ່ເກີດຂຶ້ນ ແລະ ຮັບຜິດຊອບຕໍ່ໜ້າກົດໝາຍຕໍ່ໄປ.

( ຕິດຕາມຕອນຕໍ່ໄປ… )