ເຫດການຄາດຕະກຳ ທີ່ເກີດຂຶ້ນຍ້ອນ ເຫດຜົນພຽງເລັກໜ້ອຍ – ep 3/3

0
1794

3. ບັນດາຮູບພາບຂອງ ເຫດການຄະດີຄາດຕະກໍາຕ່າງໆ ທີ່ຖືກໂພດລົງໃນສື່ສັງຄົມອອນລາຍ ໄດ້ເຮັດໃຫ້ຫຼາຍຄົນເກີດມີຄວາມແຕກຕື່ນ ແລະ ເກີດຄວາມໂກດແຄ້ນ ເພາະວ່າ ພຽງເຫດຜົນໜ້ອຍໆ ເຊິ່ງບໍ່ສົມຄວນລົງມືທຳ ຮ້າຍກັນ ຢ່າງຮຸນແຮງ ເຖິງຂັ້ນເສຍຊີວິດໄດ້ແບບນັ້ນ; ບາງຄົນກໍອອກຄຳຄິດເຫັນວ່າ ຜູ້ລົງມືກໍ່ເຫດນັ້ນ ມັນເອົາຫຍັງເຮັດຫົວໃຈ ຈຶ່ງກ້າລົງມືທຳຮ້າຍຄົນອື່ນໄດ້ຢ່າງປ່າເຖື່ອນແບບນັ້ນ.

ຜູ້ຕົກເປັນຜູ້ເຄາະຮ້າຍ ຕໍ່ກັບ ເຫດການຄາດຕະກຳ, ສ່ວນຫຼາຍຈະແມ່ນ ຍາດພີ່ນ້ອງ, ລູກ-ເມຍ-ຜົວ ຂອງຄົນໃນເຮືອນດຽວກັນ ຫຼື ຍາດພີ່ນ້ອງ ປະຊາຊົນເຮືອນໃກ້ຊິດກັນ ຫຼື ບາງຄັ້ງ ກໍແມ່ນ ຄົນທີ່ຍັງບໍ່ຮູ້ໜ້າກັນກໍຍັງມີ; ພຽງແຕ່ໄປພົບກັນຄັ້ງໜຶ່ງຄັ້ງດຽວ ເມື່ອເກີດມີສິ່ງບໍ່ຖືກໃຈ ຜິດຖຽງກັນເລັກໜ້ອຍ ກໍກາຍເປັນເຫດເຖິງຂັ້ນລົງມືຄາດຕະກຳກັນ ຢ່າງເລືອດເຢັນ.

ດັ່ງເຫດການທີ່ເກີດຂຶ້ນກັບ ຄູ່ຜົວ-ເມຍ ທີ່ມີອາຊີບເປັນ ນັກດົນຕີ, ຜົວຊື່ ທ້າວ ຫງວຽນມິ້ງເວື້ອງ ເກີດປີ 1985 ເຮັດອາຊີບເປັນນັກດົນຕີ ແລະ ເມຍຊື່ ນາງ D.T.N ເກີດປີ 1995 ເຮັດວຽກເປັນນາງແບບ ແລະ ນັກຮ້ອງເພງ ຕາມງານດອງ, ງານລ້ຽງ, ງານວັນເກີດ ແລະອື່ນ;ໆ ທັງ 2 ແມ່ນ ຢູ່ແຂວງຕ່ຽນຢ້າງ, ໄດ້ດຳລົງຊີວິດຢູ່ກິນນຳກັນເປັນ ຜົວ-ເມຍ ແລະ ມີລູກນຳກັນ 1 ຄົນ.

ທຳອິດຫຼັງຈາກແຕ່ງງານກັນ ແມ່ນອາໄສຢູ່ຊົນນະບົດ ແຕ່ສະພາບການດຳລົງຊີວິດພົບຄວາມຫຍຸ້ງຍາກ ແລະ ຕ້ອງໃຊ້ເງິນເພື່ອລ້ຽງທັງ 3 ຄົນ ໃນຄອບຄົວ; ດັ່ງນັ້ນ, ທັງ 2 ຜົວ – ເມຍ ຈຶ່ງຕົກລົງກັນເດີນທາງເຂົ້າສູ່ ນະຄອນໂຮ່ຈິມິນ ເພື່ອຫາເງິນ ໂດຍເບື້ອງຕົ້ນ ພວກກ່ຽວໄດ້ເຂົ້າມາເຊົ່າຫ້ອງ ທີ່ເມືອງບິ່ງເຕິ້ນ, ເມື່ອເຂົ້າມາປະກອບອາຊີບໃນຂົງເຂດດັ່ງກ່າວ ດ້ວຍອາຊີບເປັນ ນັກດົນຕີ ແລະ ນັກຮ້ອງ ແລະ ຢູ່ມາວັນໜຶ່ງ, ຜູ້ເປັນຜົວ ເຫັນຊາຍຜູ້ເປັນແຂກ ມາຮ່ວມງານທີ່ຕົນໄປຮັບໃຊ້ນັ້ນ ເຂົ້າມາໃກ້ຊິດກັບເມຍຂອງຕົນ ຈຶ່ງເກີດມີແນວຄິດຫຶງຫວງເມຍຂຶ້ນມາ.

ມີມື້ໜຶ່ງ ຫຼັງຈາກກັບແຕ່ໄປຮັບໃຊ້ງານມາຮອດເຮືອນ, ທ້າວ ເວື້ອງ ໄດ້ຄິດເຫັນພາບທີ່ເມຍຂອງຕົນ ມີຄົນເຂົ້າມາຈີບ ບວກກັບ ເຫັນເມຍຂອງຕົນຫຼິ້ນໂທລະສັບສົ່ງຂໍ້ຄວາມ ແລ້ວຫົວສະອິກສະອ້ອຍ; ດັ່ງນັ້ນ, ຍິ່ງເຮັດໃຫ້ຜູ້ກ່ຽວເກີດຄວາມຫຶງຫວງ ແລະ ສົງໄສວ່າ ເມຍຂອງຕົນ ສົ່ງຂໍ້ຄວາມຫາຊູ້ ຢ່າງແນ່ນອນ.

ຈາກນັ້ນ, ທັງ 2 ໄດ້ເກີດຜິດຖຽງກັນ ແລ້ວເມື່ອຜູ້ເປັນຜົວ ເວົ້າກ່ຽວກັບຂໍ້ສົງໄສດັ່ງກ່າວ ທັງ 2 ກໍແຫ່ງຜິດຖຽງກັນແຮງຂຶ້ນເລື້ອຍໆ ຈົນເຖິງຂັ້ນ ທ້າວ ເວື້ອງ ເອົາໄມ້ຟອຍກວາດຕີ ນາງ N; ຈາກນັ້ນ, ເມຍໄດ້ອອກໄປນັ່ງຢູ່ນອກເຮືອນ ແລະ ຍ້ອນຄວາມຢາກຮ້າຍ, ທ້າວ ເວື້ອງ ກໍເກີດມີແນວຄິດວ່າ: ຍ້ອນເມຍຂອງຕົນງາມ ໃຜກໍຢາກມັກນຳ ຈຶ່ງຫາວິທີເຮັດໃຫ້ເມຍເສຍໂສມ ດ້ວຍການຈັບເອົາມີດຍ່າງນຳອອກໄປຫາ ນາງ N ແລະ ຟັນຕາມໃບໜ້າຂອງນາງ ກ່ອນຈະເອົາຕົວຫຼົບໜີ.

ເມື່ອຄົນຢູ່ເຂດໃກ້ຄຽງນັ້ນເຫັນ ກໍໄດ້ພ້ອມກັນຊ່ວຍເຫຼືອ ໂດຍນຳສົ່ງໄປໂຮງໝໍ ແຕ່ກໍຍັງຢ້ານ ທ້າວ ເວື້ອງ ກັບຄືນມາທຳຮ້າຍອີກ; ຫຼັງຈາກທີ່ໄດ້ຮັບການຮັກສາບາດແຜແລ້ວ ນາງ Nກໍຂໍກັບເມືອບ້ານ ເຊິ່ງໄດ້ກັບໄປທີ່ບ້ານເກີດ ແລະ ໄດ້ເຂົ້າແຈ້ງຄວາມຕໍ່ ເຈົ້າໜ້າທີ່ຕຳຫຼວດ ກ່ຽວກັບ ເຫດການທີ່ເກີດຂຶ້ນທັງໝົດ.

ນອກຈາກນີ້, ກໍຍັງມີອີກຫຼາຍຄະດີທີ່ເກີດຂຶ້ນ ດ້ວຍເຫດຜົນພຽງເລັກໜ້ອຍ ເຊິ່ງບໍ່ຄາດຄິດວ່າ ຈະເຮັດໃຫ້ເກີດແນວຄິດລົງມືທຳຮ້າຍກັນ ຈົນໄດ້ຮັບບາດເຈັບ ຫຼື ເຖິງຂັ້ນເສຍຊີວິດໄດ້.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ