ກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ (ນວ) ໄດ້ຖືເອົາວຽກງານໂຄສະນາເປັນວຽກງາໜຶ່ງທີ່ສໍາຄັນເປັນປາຍແຫຼມຂອງຈະລາຈອນ, ໂດຍມີຈຸດປະສົງເພື່ອໂຄສະນາປູກຈິດສໍານຶກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຮັບຮູ້ເຖິງກົດລະບຽບຈະລາ ຈອນ, ກົດໝາຍຂົນສົ່ງທາງບົກ ແລະ ແຈ້ງການຕ່າງໆເຂົ້າສູ່ລວງເລິກ. ນອກນັ້ນທັງເປັນການຊີ້ແຈງໃຫ້ເຫັນເຖິງຜົນເສຍຫາຍຈາກການເກີດອຸບັດຕິເຫດ ໂດຍສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍມີການໂຄສະນາດ້ວຍຫຼາຍຮູບແບບຢ່າງກວ້າງຂວາງ.

ພັຕ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ນວ ເປີດເຜີຍວ່າ: ໃນໄລຍະ 6 ເດືອນ ຕົ້ນປີທີ່ຜ່ານມາ ໂດຍລວມສະພາບການສັນຈອນໃນນະຄອນຫຼວງວຽງຈັນ ໃນສະພາບປົກກະຕິ ແລະ ມີການຄ່ອງຕົວເທົ່າທີ່ຄວນ (ຍົກເວັ້ນໃນໂມງຮີບດ່ວນ). ໃນການປະຕິບັດໜ້າທີ່ຂອງຕໍາຫຼວດຈະລາຈອນກໍປະຕິບັດຕາມແຜນບັນຈຸກໍາລັງທີ່ສັບຊ້ອນບັັນຈຸ ແລະ ເຂົ້າແຍກຕ່າງໆ ພ້ອມນັ້ນກໍເພີ່ມທະວີເຮັດໜ້າທີ່ລະບາຍການສັນຈອນເອົາໃຈໃສ່ແກ້ ໄຂຢ່າງຕັ້ງໜ້າໃນໂມງໄປການ-ເລີກການ, ງານສໍາຄັນຂອງຊາດ, ບຸນປະເພນີຕ່າງໆປອດໄພ 100%. ຄຽງຄູ່ກັນນີ້ ກໍຍັງພົບ ເຫັນການຈອດລົດຊະຊາຍຕາມແຄມທາງ, ຕາມປ້າຍຫ້າມ, ເອົາແຄມທາງເປັນບ່ອນວາງຂາຍເຄື່ອງເຮັດໃຫ້ກີດ ຂວາງການສັນຈອນ ຫຼື ຄົນຍ່າງ ນອກນັ້ນ ຜູ້ຂັບຂີ່ຕາມທ້ອງຖະໜົນຈໍານວນໜຶ່ງຍັງບໍ່ໃຫ້ກຽດເຊິ່ງກັນແລະກັນ, ບໍ່ ຍອມສິດ ແລະອື່ນໆອັນເປັນເງື່ອນໄຂ ເກີດການສັນຈອນອັ່ງອໍພ້ອມນັ້ນຍັງມີຊາວໝຸ່ມໄວຄະນອງຂັບຂີ່ລົດເປັນພຶງ, ເປັນແພສ້າງຄວາມບໍ່ສະຫງົບຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ ໂດຍສະເພາະໃນດ້ານກົດລະບຽບການສັນຈອນ ແລະ ອື່ນໆ.

ໃນການແກ້ໄຂບັນຫາດັ່ງກ່າວ, ພະແນກຕໍາຫຼວດຈະລາຈອນ ຈຶ່ງຖືເອົາການໂຄສະນາເປັນປາຍແຫຼມແຊກຊ້ອນ ເຂົ້າໃນທຸກຊັ້ນຄົນຂອງສັງຄົມ ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ປະຕິບັດກົດລະບຽບທີ່ວາງອອກຢ່າງເຂັ້ມງວດ, ໂດຍໄດ້ເຄື່ອນໄຫວໂຄສະນາຕາມສໍານັກງານ, ອົງການຈັດຕັ້ງ, ສະຖາບັນຫາສຶກສາ, ໂຮງງານ, ຊຸມຊົນ ແລະ ຕາມທ້ອງຖະໜົນໂດຍຫຼາຍຮູບ, ຫຼາຍສີ ທັງໂຄສະນາຜ່ານສື່ມວນຊົນ ທັງນີ້ກໍເພື່ອແນໃສ່ໃຫ້ຜູ້ຂັບຂີ່ປະຕິບັດກົດລະບຽບ ການສັນຈອນທີ່ວາງອອກໃຫ້ເຂັ້ມງວດ ຖ້າຜູ້ຂັບຂີ່ທຸກຄົນໃນສັງຄົມ ພ້ອມກັນເປັນເຈົ້າການເຊື່ອແນ່ວ່າບັນຫາການຈາລາຈອນທີ່ແອອັດ ກໍຈະສະດວກສະບາຍດີຂຶ້ນກວ່າເກົ່າ.

ໃນ 6 ເດືອນຕົ້ນປີ 2019 ກອງ ໂຄສະນາໄດ້ເຄື່ອນໄຫວວຽກທີ່ວາງອອກຢ່າງຕັ້ງໜ້າ ໄດ້ລົງເຄື່ອນໄຫວທັງໝົດ 28 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 1.800 ກວ່າຄົນ ຍິງ 800 ກວ່າຄົນ. ໃນນີ້ ໂຄສະນາຜ່ານສື່ໜັງສີພິມ, ວິ ທະຍຸ ແລະ ໂທລະພາບ ຈໍານວນ 12 ຄັ້ງ, ໂຄສະນາຢູ່ບ້ານ, ສໍານັກງານ, ອົງການ ຈໍານວນ 28 ຄັ້ງ, ນອກນັ້ນ ຍັງມີການເຄື່ອນໄຫວໂຄສະນາຕາມ 3 ແຍກ, 4 ແຍກ ແລະ ຕາມທ້ອງຖະ ໜົນຈໍານວນໜຶ່ງ, ຜ່ານການຈັດຕັ້ງປະຕິບັດ ເຖິງແມ່ນວ່າເຈົ້າໜ້າທີ່ໄດ້ລົງເຄື່ອນໄຫວຢ່າງເປັນປະຈໍາ ແຕ່ກໍຍັງມີຜູ້ໃຊ້ລົດ -ໃຊ້ຖະໜົນຈໍານວນໜຶ່ງ ສະຕິການເຄົາລົບກົດບຽບການສັນຈອນບໍ່ທັນສູງມີ ການລະເມີດກົດລະບຽບຈະລາຈອນ ທີ່ວາງອອກພົບເຫັນສະພາບການຂັບຂີ່ບໍ່ເປັນລະບຽບອັນເປັນສາເຫດທີ່ພາ ໃຫ້ການຈະລາຈອນແອອັດ ແລະ ຍັງມີອຸບັດຕິເຫດເກີດຂຶ້ນເສຍຊີວິດເປັນ ຈໍານວນຫຼວງຫຼາຍ.