ວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ຈັດພິທີປາຖະກະຖາລະນຶກວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ (13 ກໍລະກົດ 1909 ຫາ 13 ກໍລະກົດ 2019) ຂຶ້ນໃນວັນ ທີ 16 ກໍລະກົດ 2019, ປາຖະກະຖາ ໂດຍ ພົຈວ ປອ ບຸນຊູ ນາມມະຈັກ ອຳນວຍການ ວຕປ, ໂດຍມີບັນດາຄະນະພັກ-ຄະນະບັນຊາ, ຄູ-ອາຈານ, ນັກສຶກສາ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ພົຈວ ປອ ບຸນຊູ ນາມມະຈັກ ກ່າວວ່າ: ການປາຖະກະຖາໃນຄັ້ງນີ້ ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ຄະ ນະພັກ-ຄະນະບັນຊາ, ສະມາຊິກພັກ ແລະ ພະນັກງານ-ນັກຮົບ ມີຄວາມຮັບຮູ້-ເຂົ້າໃຈເລິກເຊິ່ງຕໍ່ເນື້ອໃນວັນສໍາຄັນດັ່ງກ່າວ. ປະທານ ສຸພານຸວົງ ແມ່ນປັນຍາຊົນຜູ້ຍິ່ງໃຫຍ່, ມີນໍ້າໃຈຮັກຊາດໄດ້ເອົາຊີວິດຕິດພັນກັບການຕໍ່ສູ້ປະຕິວັດ ເພື່ອປະເທດຊາດ ແລະ ປະຊາຊົນໂດຍບໍ່ງໍ້ຫງ່ຽຕໍ່ອຸປະສັກຫຍຸ້ງຍາກລໍາບາກ, ທັງບໍ່ຫວາດຫວັ່ນຕໍ່ການຈັບຄຸມຂັງຂອງສັດຕູ ເປັນຜູ້ນຳທີ່ມີສະຕິປັນຍາອັນແຫຼມຄົມ, ມີຄວາມສະຫຼຽວສະຫຼາດໃນການຕໍ່ສູ້ກັບຝ່າຍກົງ ກັນຂ້າມທັງຢູ່ພາຍໃນກໍຄືເວທີສາກົນຍາມໃດ ປະທ່ານ ສຸພານຸວົງ ກໍໄດ້ຕໍ່ສູ້ເພື່ອອຸດົມຄະຕິປະຕິວັດອັນສູງສົ່ງ ເພື່ອຄວາມເປັນເອກະລາດຂອງປະເທດຊາດ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ, ທັງເປັນຜູ້ນຳທີ່ມີແບບແຜນນໍາພາ-ວິທີກາ ເຮັດວຽກ, ດໍາລົງຊີວິດ, ທັດສະນະມະຫາຊົນ, ຖະໝອມຖ່ອມຕົວ, ລຽບງ່າຍເປັນແກນສານເຕົ້າໂຮມຄວາມສາມັກຄີພາຍໃນຊາດ, ເຮັດໃຫ້ຄົນຮຸ່ນຫຼັງຮໍ່າຮຽນເອົາແບບຢ່າງ-ຄຸນສົມບັດສິນທໍາປະຕິວັດອັນດີງາມຂອງເພິ່ນມາຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນດ້ວຍຄວາມ ບໍລິສຸດຜຸດຜ່ອງ.

ໃນພິທິ, ພັທ ອ່ອນສີ ແກ້ວໂພໄຊ ຮອງຜູ້ອຳນວຍການ ວຕປ ໄດ້ເຜີຍແຜ່ດຳລັດຂອງລັດຖະບານ ວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ, ປະກອບມີ 4 ໝວດ ແລະ 14 ມາດຕາ ຈຸດປະສົງດຳລັດສະບັບນີ້ແມ່ນໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບຈັນຍາບັນຂອງພະນັກງານລັດຖະກອນ ເພື່ອເປັນບ່ອນອີງໃຫ້ການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາ ຊົນຂັ້ນສູນກາງ ແລະ ທ້ອງຖິ່ນໃນການຈັດຕັ້ງປະຕິບັດ ແນໃສ່ຄຸ້ມຄອງ ແລະ ສຶກສາ, ອົບຮົມໃຫ້ພະນັກງານ-ລັດຖະກອນມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໜັກແໜ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຂອງຕົນ, ມີສະຕິຕື່ນຕົວເຄົາລົບ, ປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ມີປະສິດທິ ພາບປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.