ບັນທຸກເກີນຂະໜາດ ເປັນສາເຫດໜຶ່ງທີ່ເຮັດໃຫ້ ຫົນທາງເປ່ເພ

0
2180

ປັດຈຸບັນ, ລົດບັນທຸກໜັກທີ່ແລ່ນຕາມສາຍທາງ ຍັງມີລັກສະນະເພີ່ມຂຶ້ນ ໂດຍສະເພາະແມ່ນ ລົດບັນທຸກສິນຄ້າປະເພດຕ່າງໆ ເຊັ່ນ: ບັນທຸກເຄື່ອງຍ່ອຍ ( ເຄື່ອງໃຊ້ທົ່ວໄປ ), ເຄື່ອງດື່ມ, ເຫຼັກເສັ້ນ, ຊີມັງ, ໂມ້ປູນ, ປູນເຕົ້າ, ຫີນ, ຊາຍ, ດິນ ແລະອື່ນໆ; ເຊິ່ງລົດບັນທຸກເຫຼົ່ານັ້ນ ຖ້າເບິ່ງໃນຄວາມເປັນຈິງແລ້ວ ຍັງບັນທຸກເກີນຂະໜາດທີ່ທາງການກໍານົດໄວ້ ເພື່ອຫາກໍາໄລ ແລະ ຜົນປະໂຫຍດສ່ວນຕົວ ໂດຍບໍ່ຄໍານິງເຖິງຜົນເສຍທີ່ຈະຕາມມາ ເຊິ່ງການບັນທຸກເກີນ ແມ່ນເປັນສາເຫດໜຶ່ງທີ່ເຮັດໃຫ້ເສັ້ນທາງເປ່ເພ, ບັນດາທ່ານອາດຈະເຫັນໄດ້ຢູ່ຕາມສາຍທາງຕ່າງໆເປ່ເພເປັນບາງຈຸດ, ມີຂຸມນ້ອຍ – ໃຫຍ່ເປັນຈໍານວນຫຼວງຫຼາຍຢູ່ຕາມສາຍທາງທີ່ມີລົດບັນທຸກທຽວທາງໃນແຕ່ລະວັນ.

ທ່ານ ປອ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງ ຍທຂ ກ່າວວ່າ:

ພາຍຫຼັງລັດຖະບານ ໄດ້ມີຄໍາສັ່ງໃຫ້ ດ່ານຕິດຊັ່ງນໍ້າໜັກ ຈໍານວນ 175 ແຫ່ງ ຢຸດເຊົາ ໃນປີ 2014 ແລ້ວຮັກສາເຮືອນ ແລະ ຊິງຊັ່ງຢູ່ບາງຈຸດຢູ່ຕາມຊາຍແດນ ແລະ ຊານເມືອງ; ດັ່ງນັ້ນ, ຈຶ່ງສ້າງໂອກາດໃຫ້ແກ່ ຜູ້ປະກອບການຂົນສົ່ງສິນຄ້າ ສວຍໃຊ້ຊ່ອງຫວ່າງໃນການບັນທຸກເກີນຂະໜາດ ເພື່ອຫາຜົນກໍາໄລໃນການຂົນສົ່ງສິນຄ້າແຕ່ລະຖ້ຽວ ຍ້ອນວ່າສາຍທາງທີ່ລົດບັນທຸກຜ່ານບາງເສັ້ນບໍ່ມີສະຖານີຕິດຊັ່ງນໍ້າໜັກ.

ຫຼ້າສຸດ, ຢູ່ຫຼາຍເສັ້ນທາງຫຼາຍເສັ້ນ ໃນຂອບເຂດທົ່ວປະເທດ ເປ່ເພຫຼາຍເປັນຈໍານວນຫຼວງຫຼາຍ; ຍິ່ງໄປກວ່ານັ້ນ, ຂົວບາງແຫ່ງທີ່ຮັບນໍ້າໜັກຫຼາຍບໍ່ໄດ້ ຫັກເປັນຈໍານວນບໍ່ໜ້ອຍ ຍ້ອນລົດບັນທຸກ; ຕໍ່ກັບບັນຫາດັ່ງກ່າວ, ລັດຖະບານ ຈຶ່ງມີຄໍາສັ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ກໍຄື ກະຊວງໂຍທາທິການ ແລະ ຂົນສົ່ງ ສ້າງຕັ້ງສະຖານີຕິດຊັ່ງນໍ້າໜັກທີ່ທັນສະໄໝ ຂຶ້ນພີ່ມອີກ 3 ຈຸດ ຄື: ເສັ້ນທາງ R3 ສາມແຍກນາເຕີຍ ແຂວງຫຼວງນໍ້າທາ, ເສັ້ນທາງເລກທີ 13 ໃຕ້ ບ້ານນາອິນ ແຂວງບໍລິຄໍາໄຊ ແລະ ເສັ້ນທາງເລກ 9 ບ້ານຄໍາເຕີຍ ( ດົງເຫັນ ) ແຂວງສະຫວັນນະເຂດ ເພື່ອຊ່ວຍໃນການຄວບຄຸມການຂົນສົ່ງ ແລະ ການບັນທຸກໜັກເກີນກໍານົດທີ່ສົ່ງຜົນຕໍ່ການຮັກສາສະພາບເສັ້ນທາງການສັນຈອນ ແລະ ຊ່ວຍຄວບຄຸມການຂົນສົ່ງສິນຄ້າ ໃຫ້ເປັນໄປຕາມມາດຕະຖານການຂົນສົ່ງ.

ເຖິງແມ່ນວ່າໃນປັດຈຸບັນ, ທາງພາກສ່ວນກ່ຽວຂ້ອງ ແລະ ບັນດາແຂວງ ໄດ້ສຸມໃສ່ກວດກາ ແລະ ຕິດຊັ່ງນໍ້າໜັກລົດບັນທຸກຢ່າງເປັນປົກກະຕິກໍຕາມ, ແຕ່ບັນຫາລັກລອບບັນທຸກເກີນຂະໜາດຍັງມີແຜ່ຫຼາຍ; ກົງກັນຂ້າມ, ຈຸດຕິດຊັ່ງນໍ້າໜັກພັດມີໝ້ອຍ ເຮັດໃຫ້ບໍ່ສາມາດຄວບຄຸມລົດທີ່ບັນທຸກເກີນໄດ້ໝົດທຸກຄັນ, ເມື່ອມີການກວດພົບລົດທີ່ບັນທຸກເກີນຂະໜາດ ກໍໄດ້ໃຊ້ມາດຕະການໃນການປັບໃໝ ໂດຍນໍາເອົາງົບປະມານ ໃນການປັບໃໝເຂົ້າກອງທຶນທາງ.

ສ່ວນຫຼາຍການປັບໃໝ ແມ່ນຈະບໍ່ໄດ້ຕາມຄາດໝາຍທີ່ວາງໄວ້ ຍ້ອນຜູ້ປະກອບການບໍ່ຍອມ ແລະ ຍອມຮັບບໍ່ໄດ້ຕໍ່ມາດຕະການປັບໃໝ; ເຊິ່ງບັນຫານີ້, ທາງພາກສ່ວນທີ່ກ່ຽວຂ້ອງຍັງຊອກຫາວິທີແກ້ໄຂ ເພື່ອອໍານວຍ ຄວາມສະດວກໃຫ້ແກ່ຜູ້ປະກອບການຂົນສົ່ງສິນຄ້າ.

ຫົວໜ້າກົມຂົນສົ່ງ ກ່າວຕື່ມອີກ ວ່າ:

ບັນຫາ ແລະ ສິ່ງທ້າທ້າຍ ການຄຸ້ມຄອງລົດບັນທຸກນ້ໍາໜັກເກີນ ໃນປັດຈຸບັນ ເກີດຍ້ອນສະຖານີຕິດຊິງຊັ່ງນ້ໍາໜັກ ມີ 13 ແຫ່ງ ຢູ່ດ່ານຊາຍແດນສາກົນ ແລະ ອີກ 13 ແຫ່ງ ແມ່ນຢູ່ໃນຊານເມືອງ ແລະ ກວດກາບໍ່ເປັນປົກກະຕິ, ສຸ່ມກວດບາງຄັ້ງຄາວ ແລະ ບາງເວລາເທົ່ານັ້ນ, ຈຶ່ງບໍ່ສາມາດຄວບຄຸມ ລົດບັນທຸກນໍ້າໜັກເກີນທີ່ແລ່ນຕາມເສັ້ນທາງທີ່ສໍາຄັນ ໃນທົ່ວປະເທດໄດ້.

ຜູ້ປະກອບການສ່ວນໃຫຍ່ ສວຍໂອກາດດັດແປງ ສະພາບເຕັກນິກຍານພາຫະນະ ດ້ວຍການຕໍ່ເຕີມຖັງ, ຄັນຊີ, ເສີມເພົາ ເພື່ອບັນທຸກໃຫ້ໄດ້ປະລິມານຫຼາຍຂຶ້ນ, ຍ້ອນບໍ່ມີສູນໂລຊິດສະຕິກ ແລະ ລະບົບຄຸ້ມຄອງລົດຂົນສົ່ງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ການຂົນສົ່ງສິນຄ້າຊະຊາຍ, ລົດຂົນສົ່ງຕ່າງປະເທດອອກນອກເສັ້ນທາງທີ່ກໍານົດໄວ້ໃນສັນຍາ, ບໍ່ສາມາດຄຸ້ມຄອງໄດ້ ບັນຫາດັ່ງກ່າວ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ເສັ້ນທາງ ແລະ ຂົວຫັກຫຼາຍແຫ່ງ ໃນຂອບເຂດທົ່ວປະເທດ.

ນອກນີ້, ພວກເຮົາ ຍັງບໍ່ມີເຈົ້າໜ້າທີ່ກວດກາວຽກງານຂົນສົ່ງທາງບົກສະເພາະ, ນິຕິກໍາກ່ຽວກັບ ການອະນຸຍາດນໍ້າໜັກບັນທຸກ ແລະ ການປັບໃໝຍັງບໍ່ສອດຄ່ອງກັບສະ ພາບຄວາມເປັນຈິງໃນປັດຈຸບັນການ ປັບໃໝໃສ່ໂທດຍັງເບົາ ແລະ ບໍ່ເຂັ້ມງວດ ຖ້າທຽບໃສ່ບັນດາປະເທດອ້ອມຂ້າງ.

ລົດບັນທຸກທີ່ອະນຸຍາດສັນຈອນ ຕາມເສັ້ນທາງບົກໃນ ສປປ ລາວ ( ຍົກເວັ້ນເສັ້ນທາງຫຼວງແຫ່ງຊາດ ເລກ 9, ເລກ 3 ແລະ ເລກ 4 ) ມີດັ່ງນີ້:

+ ປະເພດລົດ

  • 2 ເພົາ 4 ຕີນ ນໍ້າໜັກບໍ່ເກີນ 9.500 ກິ ໂລກຼາມ
  • 2 ເພົາ 6 ຕີນ ນໍ້າໜັກບໍ່ເກີນ 14.100 ກິໂລກຼາມ
  • 3 ເພົາ 6 ຕີນ ນໍ້າໜັກບໍ່ເກີນ 16.000 ກິໂລກຼາມ
  • 3 ເພົາ 10 ຕີນ ນໍ້າໜັກບໍ່ເກີນ 23.200 ກິໂລກຼາມ
  • 4 ເພົາ 8 ຕີນ ນໍ້າໜັກບໍ່ເກີນ 20. 000 ກິໂລກຼາມ
  • 4 ເພົາ 12 ຕີນນໍ້າໜັກ ບໍ່ເກີນ 27.200 ກິໂລກຼາມ

+ ລົດລາກ

  • 3 ເພົາ 10 ຕີນ ນໍ້າໜັກບໍ່ເກີນ 23.200 ກິໂລກຼາມ
  • 4 ເພົາ 14 ຕີນ ນໍ້າໜັກບໍ່ເກີນ 32.300 ກິໂລກຼາມ
  • 5 ເພົາ 18 ຕີນ ນໍ້າໜັກບໍ່ເກີນ 41.400 ກິໂລກຼາມ
  • 6 ເພົາ 22 ຕີນ ນໍ້າໜັກບໍ່ເກີນ 49.600 ກິ ໂລກຼາມ

+ ປະເພດລົດພ່ວງ

  • 2 ເພົາ 4 ຕີນ ນໍ້າໜັກບໍ່ເກີນ 14.000 ກິໂລກຼາມ
  • 2 ເພົາ 6 ຕີນ ນໍ້າໜັກບໍ່ເກີນ 16.100 ກິ ໂລກຼາມ
  • 2 ເພົາ 8 ຕີນ ນໍ້າໜັກບໍ່ເກີນ 18.200 ກິໂລກຼາມ
  • 3 ເພົາ 12 ຕີນ ນໍ້າໜັກບໍ່ເກີນ 27.300 ກິໂລກຼາມ

ຖ້າວ່າລົດຂົນສົ່ງຄັນໄດ ຫາກບັນທຸກ ນໍ້ານັກເກີນຈະຖືກປັບໃໝ, ເກັບຄ່າຄຸ້ມ ຄອງເສັ້ນທາງ ແລະ ເອົາສິນຄ້າສ່ວນ ນໍ້າໜັກເກີນລົງໄວ້ ເຊິ່ງຄ່າຄຸມຄອງເສັ້ນ ທາງ ແລະ ຄ່າປັບໃໝໄດ້ລະບຸໄວ້ນັບ ແຕ່ 0,5-12,1 ໂຕນຂຶ້ນໄປ ຈະຖືປັບໃໝຄ່າເສຍຫາຍທາງ, ຄ່າບໍລິການຊັ່ງ ນໍ້າໜັກເກີນ, ຄ່າຄຸ້ມຄອງທາງທີ່ແຕກ ຕ່າງກັນໄປ ແລະ ບວກຄ່າປັບໃໝນໍ້າ ໜັກເກີນອີກຖ້ຽວລະ 50.000 ກີບຕໍ່ຄັນ.

ບັນຫາລົດບັນທຸກນ້ໍາໜັກເກີນ ແມ່ນບັນຫາຫຼັກໃນການທໍາລາຍເສັ້ນທາງ ແລະ ຂົວ ເຮັດໃຫ້ການຄົມມະນາຄົມ ພົບຄວາມຫຍຸ້ງຍາກ ເຖິງແມ່ນວ່າ ກົມຂົນສົ່ງ ກະຊວງ ຍທຂ ໄດ້ເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວກໍຕາມ ແຕ່ບັນຫານີ້ ກໍບໍ່ມີທ່າທີທີ່ຈະຫຼຸດລົງ. ເສັ້ນທາງທີ່ກໍ່ສ້າງສໍາເລັດບໍ່ເຖິງປີ ມີການເປ່ເພເປັນຂຸມເປັນບວກ, ບາງເສັ້ນໜ້າທາງ ມີການແຕກຫັກ ຫຼື ຍຸບເປັນວົງກວ້າງ ຍ້ອນລົດຂົນສົ່ງບັນທຸກເກີນນໍ້າໜັກ.

ເວົ້າອີກຢ່າງ, ກໍຍ້ອນການກໍ່ສ້າງເສັ້ນທາງບໍ່ໄດ້ມາດຕະຖານ ເຮັດໃຫ້ ການສັນຈອນພົບຄວາມຫຍຸ້ງຍາກ; ຖ້າວ່າ ຜູ້ປະກອບການ ຂົນສົ່ງບໍ່ຄໍານຶງເຖິງຜົນທີ່ຈະຕາມມາ ກໍຈະເຮັດໃຫ້ເສັ້ນທາງຫຼາຍເສັ້ນ ໃນທົ່ວປະເທດ ເປ່ເພຢ່າງຕໍ່ເນື່ອງ, ແຕ່ຖ້າວ່າບັນດາທ່ານບໍ່ບັນທຸກເກີນຂະໜາດທີ່ທາງການກໍານົດໄວ້ ເສັ້ນທາງກໍອາດຈະນໍາໃຊ້ໄດ້ດົນນານ ແລະ ເປັນການປະຫຍັດງົບປະມານຂອງລັດ ເຂົ້າໃນການສ້ອມແປງ.