ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ແລະ ຊຸກຍູ້ ການພັດທະນາເສດຖະກິດ - ສັງຄົມ ຢູ່ແຂວງຫຼວງພະບາງ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ແລະ ຊຸກຍູ້ ການພັດທະນາເສດຖະກິດ - ສັງຄົມ ຢູ່ແຂວງຫຼວງພະບາງ

ໃນຕອນເຊົ້າ ວັນທີ 15 ກໍລະກົດ 2019, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ແລະ ຊຸກຍູ້ ການພັດທະນາເສດຖະກິດ – ສັງຄົມ ຢູ່ແຂວງຫຼວງພະບາງ, ເຊິ່ງມີ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍ ອົງການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ.

ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມແຫຼ່ງທ່ອງທ່ຽວ ຕາດກວາງຊີ, ຊຶ່ງຕັ້ງຢູ່ຫ່າງຈາກ ນະຄອນ-ຫຼວງພະບາງ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 32 ກິໂລແມັດ, ເປັນນ້ຳຕົກຕາດທີ່ສວຍງາມທີ່ສຸດຂອງ ແຂວງຫຼວງພະບາງ ແລະ ມີຄວາມສູງ ປະມານ 75 ແມັດ, ເປັນນ້ຳຕົກຫີນປູນ ເຮັດໃຫ້ນ້ຳທີ່ໄຫຼຜ່ານເປັນສີຂຽວມໍລະກົດ; ພ້ອມກັນນັ້ນ, ກໍຍັງໄດ້ຍ່າງທ່ຽວຊົມສະຖານທີ່ຕ່າງໆ ທີ່ຢູ່ບໍລິເວນແຫຼ່ງທ່ອງທ່ຽວ ຕາດກວາງຊີ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ ຄະນະຮັບຜິດຊອບ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການປົກປັກຮັກສາສິ່ງແວດລ້ອມ, ປ່າໄມ້ຕົ້ນນ້ຳ ແລະ ຂອບເຂດທ່ອງທ່ຽວ ເພື່ອເຮັດໃຫ້ບໍລິເວນນ້ຳຕົກຕາດມີຄວາມເປັນທຳມະຊາດ ໃຫ້ຫຼາຍທີ່ສຸດ, ມີຄວາມອຸດົມສົມບູນ ແລະ ຊຸ່ມຊື່ນຕະຫຼອດ; ຈາກນັ້ນ, ຄະນະຂອງທ່ານນາຍົກລັດຖະມົນຕີ ໄດ້ເດີນທາງໄປຢ້ຽມຢາມຟາມຄວາຍ “ນົມ ແລະ ສະຖານທີ່ຜະລິດກາເຟຂີ້ເຫງັນ ທີ່ຕັ້ງຢູ່ບ້ານເມືອງຂາຍ ນະຄອນ-ຫຼວງພະບາງ.

ໂດຍຟາມຄວາຍນົມດັ່ງກ່າວ ເປັນການລົງທຶນຂອງຕ່າງປະເທດ ແລະ ໄດ້ນຳເອົານົມຄວາຍ ມາປຸງແຕ່ງເປັນອາຫານ ເປັນຕົ້ນແມ່ນ ການຜະລິດເປັນເນີຍ, ກະແລັມ, ເຂົ້າໜົມເຄັກ ແລະອື່ນໆ ເພື່ອສົ່ງຂາຍທັງພາຍໃນ ແລະ ຕ່າງປະເທດ; ໂດຍຟາມແຫ່ງນີ້ ໄດ້ເປີດບໍລິການໃຫ້ນັກທ່ອງທ່ຽວ ເຂົ້າທ່ຽວຊົມ ຕັ້ງແຕ່ເວລາ 9:30 – 17:00 ໂມງ.

ໃນໂອກາດດຽວກັນ, ຄະນະຂອງ ທ່ານນາຍົກລັດຖະມົນຕີ ຍັງໄດ້ໄປຢ້ຽມຢາມຈຸດກໍ່ສ້າງ ສະຖານີລົດໄຟ ຢູ່ບ້າພິກນ້ອຍ ນະຄອນ-ຫຼວງພະບາງ ແລະ ຈຸດຈະກໍ່ສ້າງຂົວຂ້າມນ້ຳຂອງ ລະຫວ່າງ ເມືອງຈອມເພັດ ຫາ ນະຄອນ-ຫຼວງພະບາງ ເຊິ່ງມີຄືດັ່ງນີ້:

+ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ຜ່ານແຂວງຫຼວງພະບາງ

ມີຄວາມຍາວທັງໝົດ 80 ກິໂລແມັດ, ໂດຍຜ່ານ 2 ເມືອງ ແລະ 1 ນະຄອນ, ລວມມີ 28 ບ້ານ; ໃນນັ້ນ, ເມືອງຈອມເພັດ ຜ່ານ 7 ບ້ານ, ນະຄອນ-ຫຼວງພະບາງ ຜ່ານ 5 ບ້ານ ແລະ ເມືອງຊຽງເງິນ ຜ່ານ 16 ບ້ານ.

ພ້ອມນັ້ນ, ກໍມີສະຖານີທັງໝົດ 6 ແຫ່ງ; ໃນນີ້, ມີສະຖານີໃຫຍ່ 1 ແຫ່ງ ຢູ່ນະຄອນຫຼວງພະບາງ, ມີຂົວທັງໝົດ 30 ແຫ່ງ; ໃນນີ້, ມີຂົວຂ້າມນໍ້າຂອງ 2 ແຫ່ງ ແລະ ຂົວຂ້າມນໍ້າຄານ 3 ແຫ່ງ; ມີອຸໂມງທັງໝົດ 22 ແຫ່ງ; ອັດຕາສ່ວນຂົວ ແລະ ອຸໂມງ ກວມເອົາ 78,93% ຂອງໄລຍະທາງທັງໝົດ.

ມາຮອດປັດຈຸບັນ, ສາມາດມອບພື້ນທີ່ໃຫ້ ບໍລິສັດ ລົງມືກໍ່ສ້າງແລ້ວ 79 ກິໂລແມັດ, ເທົ່າກັບ 99,94% ຂອງຄວາມຍາວທັງໝົດ, ໂດຍສຳເລັດວຽກກໍ່ສ້າງພື້ນຖານ ດັ່ງນີ້: ການຖົມດິນ, ກໍ່ສ້າງລະບົບລະບາຍນ້ໍາ, ກໍ່ສ້າງກັນເຈື່ອນ ແລະອື່ນໆ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ ຄະນະຮັບຜິດຊອບ ໂຄງການກໍ່ສ້າງສະຖານີລົດໄຟ ຮີບຮ້ອນແກ້ໄຂບັນຫາຜົນກະທົບ ເປັນຕົ້ນແມ່ນ ການທົດແທນຜົນເສຍຫາຍໃຫ້ ປະຊາຊົນທີ່ຖືກຜົນກະທົບ, ການປັບປຸງຮູບແບບການກໍ່ສ້າງສະຖານີ, ການກໍ່ສ້າງຂົວ ແລະອື່ນໆ ເພື່ອໃຫ້ສາມາດດຳເນີນການກໍ່ສ້າງ ສຳເລັດຕາມແຜນການທີ່ວາງໄວ້.