ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2019 ຂອງກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາ, ເຫັນວ່າແຕ່ລະຄ້າຍໄດ້ເອົາໃຈໃສ່ໃນການປ້ອງກັນເວນຍາມ, ຕິດຕາມ-ຄຸມຄອງນັກໂທດ ໂດຍມີການແຕ່ງຕັ້ງປະຈໍາການປ້ອງກັນເວນຍາມຄ້າຍທີ່ ຕົນຮັບຜິດຊອບຕະຫຼອດ 24 ຊົ່ວໂມງ ຢູ່ແຕ່ລະຈຸດປ້ອມຍາມ, ຄຸ້ມຄອງສົ່ງ-ເຄື່ອນຍ້າຍນັກໂທດໄປໂຮງໝໍ, ໄປອອກແຮງງານໄປຂຶ້ນສານ ເພື່ອຮັບປະກັນບໍ່ໃຫ້ໂຕນໜີ ຫຼື ມີການຍາດຊີງຕົວ ແລະອື່ນໆ ແມ່ນມີຄວາມສະ ຫງົບປອດໄພ 100%.

ພັອ ພັດສະດີ ນວນອາສາ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ກ່າວວ່າ: ໃນ 6 ເດືອນຜ່ານມາ, ຄະນະພັກ-ຄະນະກົມໄດ້ສຶກສາອົບຮົມໃຫ້ນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ພ້ອມທັງຈັດຕັ້ງສຶກສາອົບຮົມຮຽນລະບຽບ ໃຫ້ນັກໂທດ, ຜູ້ຖືກດັດສ້າງຢູ່ຄ້າຍຕານປ່ຽວໄດ້ 2.500 ຄົນ, ໄດ້ເຄື່ອນຍ້າຍນັກໂທດຜູ້ຖືກດັດສ້າງຈາກຄ້າຍຄຸມຂັງຊໍາເຄ້, ຄ້າຍຄຸມຂັງໂພນຕ້ອງ, ຄ້າຍຄຸມຂັງນາໂນ ນະຄອນຫຼວງວຽງຈັນ ໄປຢູ່ຄ້າຍຄຸມຂັງຕານປ່ຽວສໍາເລັດມີ ຄວາມປອດໄພ 100%.

ນອກນັ້ນ, ຍັງໄດ້ຄົ້ນຄ້ວານໍາສະເໜີປະຕິບັດນະໂຍບາຍອະໄພຍະໂທດຜ່ອນໂທດຈໍານວນ 237 ຄົນ, ອະໄພຍະໂທດປ່ອຍຕົວ 33 ຄົນ, ປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ 108 ຄົນ ແລະ ໄດ້ຈັດການປະກາດອະໄພຍະໂທດໃຫ້ນັກໂທດປະຫານຊີວິດລົງມາເປັນໂທດຕະຫຼອດຊີວິດຈໍານວນ 32 ຄົນ ຍິງ 2 ຄົນ, ອອກໃບປ່ອຍຕົວ ໃຫ້ນັກໂທດທີ່ປະຕິບັດໂທດຄົບຕາມຄໍາຕັດສິນຂອງສານທັງໝົດ 78 ຄົນ ຍິງ 3 ຄົນ ແລະ ປ່ອຍຜູ້ຖືກດັດສ້າງ 378 ຄົນ ຍິງ 5 ຄົນ.

ສຳລັບທິດທາງແຜນການ 6 ເດືອນທ້າຍປີ ແມ່ນຈະສຸມໃສ່ເຮັດວຽກງານຄຸ້ມຄອງນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງໃຫ້ເຂົ້າສູ່ລະບົບທີ່ເຂັ້ມງວດ; ແຕ່ລະອາທິດ, ແຕ່ລະເດືອນຕ້ອງດໍາເນີນສໍາຫຼວດກວດກາ, ຕີລາຄາຈັດແບ່ງປະເພດ 1, 2, 3 ໃຫ້ນັກໂທດ; ໃນນີ້, ຄ້າຍຄຸມຂັງຕານປ່ຽວໃຫ້ຮີບຮ້ອນປັບປຸງກົງຈັກການຈັດຕັ້ງພາຍໃນຂອງນັກໂທດໃຫ້ສໍາເລັດ ເພື່ອເຮັດໃຫ້ການຄຸ້ມຄອງບັນຊາເຂົ້າສູ່ລະບົບໂດຍໄວ, ສູມໃສ່ປັບປຸງການຄຸ້ມຄອງສໍານວນ -ສໍາເນົາເອກະສານຂອງນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງໃຫ້ເຂົາສູ່ລະບົບ; ສໍາລັບຢູ່ຄ້າຍຕານປ່ຽວຖ້າເອກະ ສານນັກໂທດຜູ້ໃດຫາກຍັງບໍ່ທັນຄົບຖ້ວນກໍໃຫ້ຮີບເລັ່ງທວງນໍາພາກສ່ວນກ່ຽວຂ້ອງ ເພື່ອປະກອບເຂົ້າເພີ່ມ ແລະ ເຂົ້າໃນຖານຂໍ້ມູນຄອມພີວເຕີໃຫ້ສໍາເລັດ ເອົາໃຈໃສ່ໃນການປະຕິບັດນະໂຍບາຍດ້ານມະນຸດສະທໍາຕໍ່ກັບນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ໃຫ້ສອດຄ່ອງ ແລະ ເໝາະສົມ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 17 ກໍລະກົດ 2019 ໂດຍການເປັນປະທານຂອງ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງດັດສ້າງ ກະຊວງ ປກສ, ມີຄະນະພັກ-ຄະນະບັນຊາ, ແຂກຮັບເຊີນ ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມ.