ຫ້ອງການຈັດຕັ້ງ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມອບໃບຍ້ອງຍໍ ບຸກຄົນດີເດັ່ນ ປະຈຳປີ 2018 ໃນວັນທີ 16 ກໍລະກົດ 2019, ເປັນປະທານໂດຍ ສະຫາຍ ຄໍາວິໃສ ຜຸຍະວົງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆໄຊພູທອງ, ມີ ບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ – ຄະນະຫ້ອງການ, ເລຂາໜ່ວຍພັກ ແລະ ນາຍບ້ານ 40 ບ້ານ ຕະຫຼອດຮອດ ພະນັກງານອ້ອມຂ້າງເມືອງ ເຂົ້າຮ່ວມ.

ສະຫາຍ ທອງມີ ເນົາສະຫວາດ ກໍາມະການພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຍົກໃຫ້ເຫັນຜົນງານ ອັນພົ້ນເດັ່ນຫຼາຍດ້ານ ໃນ 1 ປີຜ່ານມາ ດັ່ງນີ້:

ໄດ້ເອົາໃຈໃສ່ປັບປຸງຮາກຖານພັກ ໃຫ້ສອດຄ່ອງກັບ ລະບຽບກົດໝາຍຂອງພັກ ຕິດພັນກັບ ການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສ້າງໃຫ້ໄດ້ຄຸນນະພາບສະມາຊິກພັກ; ໜ່ວຍພັກນໍາພາ ໃນແຕ່ລະບ້ານ ຍັງຮັກສາໄດ້ ເລຂາໜ່ວຍພັກ ຕໍາແໜ່ງນາຍບ້ານ ຮອດປັດຈຸບັນ ເພື່ອກຽມໃຫ້ແກ່ການດໍາເນີນ ກອງປະຊຸມໃຫຍ່ຂອງຮາກຖານພັກ ໃຫ້ສໍາເລັດ 100%.

ທັ້ງນີ້, ໃນທົ່ວເມືອງໄຊພູທອງ ມີ 5 ຄະນະພັກຮາກຖານ, ມີ 77 ໜ່ວຍພັກ, ມີສະມາຊິກທັງໝົດ 1.278 ສະຫາຍ ຍິງ 348 ສະຫາຍ, ສໍາຮອງ 84 ສະຫາຍ ຍິງ 41 ສະຫາຍ, ມີ 40 ບ້ານ; ປັດຈຸບັນ ແມ່ນໄດ້ສໍາເລັດ ໃນການສ້າງແຜນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສົ່ງໃຫ້ແຂວງ ປະເມີນ ມີຈໍານວນ 77 ໜ່ວຍພັກ ແລະ ໄດ້ຮັບການຢັ້ງຢືນແລ້ວ 76 ໜ່ວຍພັກ ເທົ່າກັບ 98,70%, ຕົກ 1 ໜ່ວຍພັກ ເທົ່າກັບ 29%; ພ້ອມນັ້ນ, ຍັງໄດ້ມອບ – ຮັບບັດແດງ ໃຫ້ສະມາຊິກພັກສົມບູນສໍາເລັດ ແລ້ວ 3 ຊຸດ, ມີສະມາຊິກພັກສົມບູນ ໄດ້ຮັບບັດແດງທັງໝົດ 796 ຍິງ 198 ສະຫາຍ ແລະ ຊຸດທີ V ຈໍານວນ 297 ສະຫາຍ ຍິງ 74 ສະຫາຍ.

ໃນໂອກາດນີ້, ສະຫາຍ ຄໍາວິໃສ ເຈົ້າເມືອງໆໄຊພູທອງ ໄດ້ຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ໜ່ວຍພັກ ຈົ່ງເອົາໃຈໃສ່ໃນການຊີ້ນໍາ-ນໍາພາ, ເປັນແບບຢ່າງນຳໜ້າ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບສູງ ແລະ ມີ ຄວາມສາມັກຄີເປັນເອກະພາບກັນໃນ ຄະນະພັກ ແລະ ຄະນະນຳແຕ່ລະຂັ້ນ; ນອກນັ້ນ, ບັນດາສະມາຊິກພັກ ແລະ ພະນັກງານ – ລັດຖະກອນ ກໍຕ້ອງໄດ້ພ້ອມພຽງກັນ ຈັດຕັ້ງປະຕິບັດໃນການເປັນ ເສນາທິການ ໃຫ້ແກ່ລັດ ແລະ ຄະນະປະຈໍາພັກເມືອງ ກ່ຽວກັບ ວຽກງານຄຸ້ມຄອງບໍລິຫານລັດ; ສຳລັບ ວຽກງານການຍ້ອງຍໍ ກໍເປັນວຽກງານໜຶ່ງທີ່ສຳຄັນ ໃນການກະຕຸກຊຸກຍູ້ໃຫ້ ພະນັກງານ – ລັດຖະກອນ ຍົກສູງສະຕິຕື່ນຕົວ, ມີນ້ຳໃຈບຸກບືນ ແລະ ດຸໝັ່ນ ໃນການປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ ເພື່ອອຸທິດສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.