ສຳນັກຂ່າວ NSK ແລະ Mirror ລາຍງານ ໃນວັນທີ 18 ກໍລະກົດນີ້ ວ່າ: ໃນເວລາປະມານ 10:30 ໂມງ ຂອງວັນທີ 18 ກໍລະກົດ ຕາມເວລາທ້ອງຖິ່ນຂອງ ປະເທດຍີ່ປຸ່ນ ໄດ້ເກີດເຫດໄຟໄໝ້ ຢູ່ອາຄານສະຕູດີໂອຂອງ ບໍລິສັດ ກຽວໂຕ ອານິເມເຊິນ ບໍລິສັດຜະລິດອານິເມເຊິນຊື່ດັງ ກັບຜົນງານເລື່ອງ ສຶຊຶມິຢະ ຮາຣຸຮິ ( The Melancholy of Haruhi Suzumiya ) ແລະ ເຄ-ອົງ ກ໋ວນດົນຕີແປ໋ວແຫວວ ( K-ON ) ໃນນະຄອນກຽວໂຕ.

ເຫດໄຟໄໝ້ຄັ້ງນີ້ ສົ່ງຜົນໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 1 ຄົນ ແລະ ບາດເຈັບປະມານ 35 ຄົນ, ໃນຈຳນວນນີ້ມີ 10 ຄົນ ທີ່ອາການສາຫັດ ແລະ ຖືກນຳຕົວສົ່ງໂຮງໝໍແລ້ວ.

ທາງດ້ານໜ່ວຍງານມອດໄຟ ແຂວງກຽວໂຕ ຖະແຫຼງການວ່າ:

ໄດ້ຮັບແຈ້ງຈາກພົນລະເມືອງດີ ວ່າມີສຽງລະເບີດ ແລະ ເກີດໄຟໄໝ້ສະຕູດີໂອດັ່ງກ່າວ ຈຶ່ງລະດົມກຳລັງເຈົ້າໜ້າທີ່ ແລະ ລົດມອດໄຟ 35 ຄັນ ໄປຍັງສະຖານທີ່ເກີດເຫດ.

ຝ່າຍໂຄສົກຕຳຫຼວດ ເປີດເຜີຍວ່າ:

ໄດ້ຈັບກຸມຊາຍອາຍຸປະມານ 40 ປີ ທີ່ຖືກສົງໄສວ່າ ເປັນຜູ້ລັກຈູດໄຟ ຫຼັງພົບວ່າ ເທຂອງແຫຼວບາງຢ່າງ ເຊິ່ງຄາດວ່າເປັນ ນໍ້າມັນແອັດຊັງ ແລະ ຈູດໄຟເຜົາດ້ານໃນສະຕູດີໂອ; ເບື້ອງຕົ້ນສັນນິຖານວ່າ: ເປັນຄະດີວາງເພີງ ແຕ່ຍັງບໍ່ຮູ້ສາເຫດ ແລະ ແຮງຈູງໃຈ ເນື່ອງຈາກຢູ່ລະຫວ່າງການສອບປາກຄຳ ຜູ້ຖືກສົງໄສ.

ຂະນະດຽວກັນ, ກຽວໂຕ ອານິເມເຊິນ ເຊິ່ງມີສຳນັກງານໃຫຍ່ ຢູ່ໃນເມືອງອູຈິ ແຂວງກຽວໂຕ ຍັງບໍ່ໄດ້ອອກມາຖະແຫຼງການເຖິງເຫດໄຟໄໝ້, ໂດຍມີພຽງເຈົ້າໜ້າທີ່ຂອງບໍລິສັດ ລະບຸວ່າ ຍັງຢູ່ລະຫວ່າງການປະເມີນສະຖານະການ.