ຂ່າວຕ່າງປະເທດ ລາຍງານ ໃນວັນທີ 17 ກໍລະກົດ ທີ່ຜ່ານມາ ວ່າ: ໄຕ້ຫວັນ ຂໍໃຫ້ ຈີນ ແລະ ຮົງກົງ ຊ່ວຍເຫຼືອໃນການສອບສວນ ຄະດີຫຼອກໃຫ້ຫຼົງຮັກ ແລະ ຫຼອກລວງເອົາຊັບສິນ ທີ່ເກີດຂຶ້ນຫຼາຍຄະດີ ເຮັດໃຫ້ເກີດຄວາມເສຍຫາຍ ຄິດເປັນມູນຄ່າຫຼາຍກວ່າ 30 ລ້ານໂດລາ ກັບຜູ້ເຄາະຮ້າຍທີ່ເປົ້າໝາຍເປັນຊາວໄຕ້ຫວັນ.

ສຳນັກງານສອບສວນຄະດີອາຍາຂອງ ໄຕ້ຫວັນ ກ່າວວ່າ:

ຜູ້ຖືກສົງໄສ ຈະຢູ່ໃນຈີນ ແລະ ຮົງກົງ ແລະ ໃຊ້ສື່ສັງຄົມອອນລາຍ ໃນການດຳເນີນການສ້າງຄວາມຄຸ້ນເຄີຍ ແລະ ຫຼອກລວງຜູ້ເຄາະຮ້າຍທີ່ເປັນຊາວໄຕ້ຫວັນ ໃຫ້ຫຼົງຮັກ; ຈາກນັ້ນ, ກໍຫວ່ານລ້ອມໃຫ້ລົງທຶນໃນບໍລິສັດທີ່ບໍ່ມີຈິງ.

ໃນເດືອນມັງກອນ ປີຜ່ານມາ, ມີຊາວໄຕ້ຫວັນ ຕົກເປັນຜູ້ເຄາະຮ້າຍຫຼາຍກວ່າ 500 ຄົນ, ສ້າງຄວາມເສຍຫາຍຫຼາຍກວ່າ 30 ລ້ານໂດລາ ໂດຍມີຜູ້ເຄາະຮ້າຍລາຍໜຶ່ງສູນເສຍເງິນໄປ 2 ລ້ານໂດລາ.

ສຳນັກງານສອບສວນຄະດີອາຍາຂອງ ໄຕ້ຫວັນ ກ່າວອີກວ່າ:

ເປົ້າໝາຍຈະຖືກຫຼອກໃຫ້ໂອນເງິນໄປຍັງ ບັນຊີທະນາຄານ ໃນຮົງກົງ ທີ່ເປີດບັນຊີໂດຍຊາວຮົງກົງ ແລະ ຊາວຈີນແຜ່ນດິນໃຫຍ່ ໂດຍເຂົ້າໃຈວ່າ ເງິນທີ່ໂອນມານີ້ ຈະນຳໄປໃຊ້ລົງທຶນໃນຫຸ້ນ, ເງິນຕາຕ່າງປະເທດ, ຄຳ ຫຼື ການຊື້-ຂາຍລ່ວງໜ້າ.

ນອກຈາກນີ້, ຍັງຖືກຫຼອກໂດຍໃຊ້ເວັບໄຊປອມ ວ່າ: ມີຜົນຕອບແທນທີ່ດີໃນການລົງທຶນ, ຜູ້ເຄາະຮ້າຍກໍຈະທຸ່ມເງິນ ເພື່ອລົງທຶນ ເນື່ອງຈາກໄວ້ໃຈຄົນຮ້າຍທີ່ພະຍາຍາມເຮັດໃຫ້ຫຼົງຮັກ ແລະ ເຊື່ອໃຈ.

ບັນຊາການ ສຳນັກງານສອບສວນຄະດີອາຍາຂອງ ໄຕ້ຫວັນ ກ່າວວ່າ: ຕຳຫຼວດໄຕ້ຫວັນ ກຳລັງຂໍຄວາມຮ່ວມມືກັບ ຕຳຫຼວດຮົງກົງ ແລະ ຈີນ ໃນການຮ່ວມກັນສອບສວນ ແຕ່ຍັງບໍ່ໄດ້ຮັບຄຳຕອບ ເຊິ່ງທ່ານກ່າວຢໍ້າວ່າ ຖ້າຫາກບໍ່ໄດ້ຮັບການຮ່ວມມື ກໍຈະເກີດຄະດີແບບນີ້ຕໍ່ໄປເລື້ອຍໆ.