ຂ່າວຕ່າງປະເທດ ລາຍງານ ໃນວັນທີ 18 ກໍລະກົດນີ້ ວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດ ສະຫະລັດອາເມລິກາ ອອກຄຳສັ່ງເຕືອນ ເລື່ອງຄື້ນຄວາມຮ້ອນແຜ່ປົກຄຸມ ລັດມິສຊູຣີ ແລະ ອີກ 8 ລັດ ເຊິ່ງຖືວ່າເປັນຄັ້ງທຳອິດທີ່ມີການເຕືອນຫຼາຍລັດເຊັ່ນນີ້.

ນັກວິຊາການດ້ານໂລກສາດ ມະຫາວິທະຍາໄລ ວໍຊິງຕັນ ກ່າວວ່າ:

ສິ່ງທີ່ເກີດຂຶ້ນ ໃນຂະນະນີ້ ຄື ອຸນຫະພູມທີ່ສູງເປັນ 2 ເທົ່າ ຂອງສະຖິຕິຫຼາຍແຫ່ງ ແລະ ຈະໄດ້ເຫັນການເດີນໜ້າທຳລາຍສະຖິຕິອຸນຫະພູມສູງສຸດ ຕໍ່ໄປເລື້ອຍໆ; ທັ້ງນີ້, ເມືອງເຊນຫຼຸຍສ໌ ລັດມິສຊູຣີ ຢູ່ໃນເຂດອາກາດຮ້ອນຈັດ ຈົນເປັນອັນຕະລາຍ, ຄື້ນຄວາມຮ້ອນ ແລະ ຄວາມຊຸ່ມທີ່ຢືດເຍື້ອ ຈະເປັນອັນຕະລາຍຫຼາຍຕໍ່ບຸກຄົນໃນກຸ່ມສ່ຽງ; ຂະນະທີ່ ອາສາສະມັກ ໃນເມືອງເມດິສັນ ລັດວິສຄອນຊິນ ອອກຢ້ຽມຢາມ ຜູ້ສູງອາຍຸ ຕາມບ້ານເຮືອນຕ່າງໆ ເພື່ອຊ່ວຍເຫຼືອບັນຫາອາກາດຮ້ອນ.

ຄື້ນຄວາມຮ້ອນ ຈະເຄື່ອນທີ່ໄປທາງທິດຕາເວັນອອກ ພາຍໃນທ້າຍອາທິດນີ້ ໂດຍໃນເມືອງພອດແລນ ລັດເມນ ອຸນຫະພູມຈະສູງເຖິງ 36,66 ອົງສາເຊ ໃນວັນທີ 20 ກໍລະກົດນີ້, ນະຄອນນິວຢອກ ຈະຮູ້ສຶກວ່າຮ້ານປະມານ 44,4 ອົງສາເຊ ແລະ ນະຄອນຫຼວງວໍຊິງຕັນ ຈະຮູ້ສຶກວ່າຮ້ອນປະມານ 41,6 ອົງສາເຊ.

ຈາກຜົນການສຶກສາດ້ານສະພາບພູມອາກາດ ເມື່ອບໍ່ດົນມານີ້ ຄາດວ່າ: ຈຳນວນເມືອງໃນ ສະຫະລັດອາເມລິກາ ທີ່ຈະຮູ້ສຶກຮ້ອນບໍ່ຕໍ່າກວ່າ 37,7 ອົງສາເຊ ຈະເພີ່ມຂຶ້ນເຖິງ 2 ເທົ່າຕົວ ຈາກ 14 ເມືອງ ເປັນ 36 ເມືອງ ພາຍໃນປີ 2050.