ໃນວັນທີ 18 ກໍລະກົດ ທີ່ຜ່ານມາ, ສຳນັກຂ່າວ ອິນດິເພນເດນ ລາຍງານກ່ຽວກັບ ກະແສຄວາມຕື່ນຕົກໃຈຂອງຊາວເອີຣົບ ແລະ ນັກວິທະຍາສາດທົ່ວໂລກ ຫຼັງຈາກທີ່ນັກປີນພູພົບ ທະເລສາບຂະໜາດໃຫຍ່ ໃນຫຸບເຂົາ ມອງບຼັງ ເທິງເທືອກເຂົາແອວ ເຊິ່ງຄາດວ່າ ເກີດຈາກການລະລາຍຂອງຫິມະ ຈາກຄື້ນຄວາມຮ້ອນທີ່ກຳລັງພັດຖະຫຼົ່ມທະວີບເອີຣົບ.

ທະເລສາບດັ່ງກ່າວ ຖືກຄົ້ນພົບໂດຍ ທ້າວ ໄບຣອັນ ເມສເຕີ ນັກປີນພູ ບໍລິເວນຫຸບເຂົາ ມອງບຼັງ ເທິງເທືອກເຂົາແອວ ປະເທດຝຣັ່ງ ຢູ່ທີ່ຄວາມສູງປະມານ 11.100 ຟຸດ ຫຼື ປະມານ 3.400 ແມັດ ທ່າມກາງສຽງເຕືອນຈາກນັກວິທະຍາສາດ ວ່າ ທະເລສາບດັ່ງກ່າວ ອາດເປັນສັນຍານຂອງສະຖານະການໂລກຮ້ອນ ທີ່ເຖິງຂັ້ນວິກິດ.

ທ້າວ ເມສເຕີ ລະບຸວ່າ:

“ ເຖິງເວລາທີ່ຈະສົ່ງສັນຍານເຕືອນໄປຍັງຜູ້ຄົນແລ້ວ ” ແລະ ຍັງກ່າວອີກວ່າ: “ ພົບກັບຄື້ນຄວາມຮ້ອນພຽງ 10 ມື້ ກໍເຮັດໃຫ້ ຈອມພູ Dent du Géant ແລະ Aiguilles Marbrées ລະລາຍແລ້ວ, ເຫດການນີ້ ມັນໜ້າຕົກໃຈຫຼາຍ ຫິມະທົ່ວໂລກກຳລັງລະລາຍຢ່າງໄວວາ ”.

ນັກປີນພູຊາວຝຣັ່ງ ລະບຸໃນພາບທີ່ແຊທາງອິນສະຕາແກຣມສ່ວນຕົວ ວ່າ: ຖ່າຍໄວ້ຕັ້ງແຕ່ວັນທີ 28 ມິຖຸນາ ທີ່ຜ່ານມາ ຕໍ່ເນື່ອງຈາກທີ່ເພື່ອນນັກປີນເຂົາອີກຄົນໜຶ່ງ ຊື່ ທ້າວ ພໍ ທັອດຮັນເຕີ ຖ່າຍພາບສະຖານທີ່ແຫ່ງດຽວກັນໄວ້ ໃນ 10 ມື້ກ່ອນໜ້ານັ້ນ ແຕ່ບໍ່ພົບວ່າ ມີທະເລສາບນີ້ຢູ່ ເຊິ່ງມັນສ້າງຄວາມປະຫຼາດໃຈໃຫ້ຜູ້ພົບເຫັນຫຼາຍ.

“ ນີ້ມັນຢູ່ທີ່ຄວາມສູງລະດັບ 3,4 – 3,5 ກິໂລແມັດ, ມັນຄວນຈະພົບແຕ່ຫິມະ ບໍ່ແມ່ນແຫຼ່ງນໍ້າແບບນີ້, ສ່ວນຫຼາຍທີ່ເຄີຍຜ່ານມາ ພຽງແຕ່ຢູ່ທີ່ຄວາມສູງລະດັບນີ້ບໍ່ເທົ່າໃດຊົ່ວໂມງ ນໍ້າດື່ມຂອງເຮົາໃນກະຕຸກ ກໍແຂງເປັນນໍ້າແຂງໝົດແລ້ວ, ຂ້ອຍບໍ່ເຄີຍພົບເຈີເລື່ອງແບບນີ້ມາກ່ອນເລີຍ ຕະຫຼອດຊີວິດການປີນພູໃນແຖວນີ້ຂອງຂ້ອຍ ” ເມສເຕີ ກ່າວ.

ທາງດ້ານ ທ່ານ ລູໂດວິກ ຣາວາເນວ ນັກວິທະຍາດ້ານນໍ້າແຂງ ກ່າວວ່າ:

ທະເລສາບດັ່ງກ່າວ ເຄີຍປະກົດໃຫ້ເຫັນແລ້ວຄັ້ງໜຶ່ງ ໃນປີ 2015 ເທິງເທືອກເຂົາແອວ ໂດຍມີການເຊື່ອມໂຍງກັບ ສະພາບອາກາດທີ່ປ່ຽນແປງ ຫຼື ພາວະໂລກຮ້ອນ.

ຂໍ້ມູນດັ່ງກ່າວ ສອດຄ້ອງກັບ ສຳນັກງານອຸຕຸນິຍົມວິທະຍາ ແຫ່ງ ສະຫະພາບເອີຣົບ ເຊິ່ງພົບວ່າ: ເດືອນມິຖຸນາ ທີ່ຜ່ານມານັ້ນ ເປັນ ເດືອນມິຖຸນາ ທີ່ຮ້ອນທີ່ສຸດ ໃນປະຫວັດສາດໂລກ.

ຂະນະທີ່ ຂໍ້ມູນຈາກດາວທຽມ ພົບວ່າ:

ທະວີບເອີຣົບ ມີອຸນຫະພູມສະເລ່ຍ ສູງກວ່າປົກກະຕິເຖິງ 2 ອົງສາເຊ ໂດຍສະເພາະບໍລິເວນ ປະເທດຝຣັ່ງ, ເຢຍລະມັນ ແລະ ທາງເໜືອຂອງປະເທດແອັດສະປາຍ ມີອຸນຫະພູມສະເລ່ຍ ສູງກວ່າປົກກະຕິເຖິງ 6 – 10 ອົງສາເຊ.