ກອງປະຊຸມສະຫຼຸບ ຂະບວນການແຂ່ງຂັນ - ຍ້ອງຍໍ ປະຈໍາປີ 2018 ແລະ ສືບຕໍ່ ຂະບວນການແຂ່ງຂັນ - ຍ້ອງຍໍ ພາຍໃຕ້ຄຳຂວັນຮັກຊາດ ແລະ ພັດທະນາ ປະຈຳປີ 2019

ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມສະຫຼຸບ ຂະບວນການແຂ່ງຂັນ – ຍ້ອງຍໍ ປະຈໍາປີ 2018 ແລະ ສືບຕໍ່ ຂະບວນການແຂ່ງຂັນ – ຍ້ອງຍໍ ພາຍໃຕ້ຄຳຂວັນຮັກຊາດ ແລະ ພັດທະນາ ປະຈຳປີ 2019 ໃນວັນທີ 17 ກໍລະກົດ 2019; ເປັນປະທານໂດຍ ພັອ ພົມມາ ເດດຂຸນຟອງ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງຄຳມ່ວນ, ໂດຍມີ ທ່ານ ແກ້ວວິໄລ ໄຊຍະບຸດ ຮອງຫົວໜ້າ ພະແນກພາຍໃນ ແຂວງຄຳມ່ວນ, ບັນດາຫົວໜ້າຫ້ອງ, ຮອງຫົວໜ້າ, ຫົວໜ້າພະແນກ, ຮອງພະແນກ ຕະຫຼອດຮອດ ພະນັກງານ – ນັກຮົບ ພາຍໃນກຳລັງ ປກສ ແຂວງ ເຂົ້າຮ່ວມ.

ພັທ ສຸວັດ ເທບສົມບັດ ຫົວໜ້າ ຫ້ອງການເມືອງ ປກສ ແຂວງຄຳມ່ວນ ໄດ້ຂຶ້ນຜ່ານ ບົດສະຫຼຸບຜົນງານການເຄື່ອນໄຫວວຽກງານແຂ່ງຂັນ – ຍ້ອງຍໍ, ຮັກຊາດ – ພັດທະນາ ປີ 2018 ວ່າ:
ທ່ານ ແກ້ວວິໄລ ໄຊຍະບຸດ -ພັອ ພົມມາ ເດດຂຸນຟອງ

ປີຜ່ານມາ ແມ່ນໄດ້ຈັດຕັ້ງປະຕິບັດ 4 ແຜນວຽກໃຫຍ່, 28 ໂຄງການ ແລະ ເນັ້ນໜັກ ວຽກງານປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມ; ພ້ອມທັງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຄຳສັ່ງເລກທີ 27/ນຍ, ຄຳສັ່ງເລກທີ 22/ຄລສພ, ຄຳສັ່ງເລກທີ 1470/ປກສ ແລະ ໄດ້ດຳເນີນການແກ້ໄຂ ປະກົດການຫຍໍ້ທໍ້ ໃນສັງຄົມ ເຊັ່ນວ່າ:

ໃນປີຜ່ານມາ, ສາມາດດໍາເນີນຄະດີອາຍາ ໄດ້ສຳເລັດຫຼາຍກໍລະນີ ເຊັ່ນວ່າ: ຄະດີຄາດຕະກຳ, ປຸ້ນຊັບ, ລັກຊັບພົນລະເມືອງ ແລະ ບັນຫາອື່ນໆ ທີ່ໄດ້ເກີດຂຶ້ນ ໃນຂອບເຂດທົ່ວແຂວງຄຳມ່ວນ.

+ ມີຄະດີອາຍາ ເກີດຂຶ້ນຫຼາຍຄະດີ ເຊັ່ນ: ເກີດຂຶ້ນທັງໝົດ ຈໍານວນ 243 ເລື່ອງ, ມ້າງໄດ້ 193 ເລື່ອງ ແລະ ກັກຕົວຜູ້ຖືກຫາ 328 ຄົນ ຍິງ 17 ຄົນ.

+ ມີຜົນເສຍຫາຍ ເປັນເງິນຈຳນວນດັ່ງນີ້: ເງິນກີບ 155.320.000 ກີບ ( ໜຶ່ງຮ້ອຍຫ້າສິບຫ້າລ້ານສາມແສນຊາວພັນກີບ ), ເງິນບາດ 21.000 ບາດ ( ຊາວເອັດພັນບາດ ), ເງິນໂດລາ 460 ໂດລາ ແລະ ເງິນຢວນ 775 ຢວນ; ນອກນັ້ນ, ກໍຍັງມີ ຄຳຮູບປະພັນນ້ຳ ໜັກລວມ 6,2 ບາດ, ລົດຈັກ 29 ຄັນ, ລົດເກັງ 1 ຄັນ, ລົດກະບະ 1 ຄັນ ແລະ ວັດຖຸເງິນ – ຄໍາ ທີ່ມີຄ່າອີກຈຳນວນໜຶ່ງ.

+ ສ່ວນອາວຸດທີ່ຢຶດມາໄດ້ມີ: ຫົວແກັບລະເບີດ ຈຳນວນ 6 ແກັດ ເທົ່າກັບ 600 ດອກ, ລະເບີດໝາກຝ້າ ຈຳນວນ 6 ແກັດ ເທົ່າກັບ 120 ແທ່ງ ແລະ ປຸຍອານໂຟ ຈຳນວນ 20 ເປົາ ເທົ່າກັບ 800 ກິໂລກຼາມ.

+ ສຳລັບການມ້າງລາຍຄະດີຢາເສບຕິດ: ສາມາດເຮັດໄດ້ ຈຳນວນ 236 ເລື່ອງ, ກັກຕົວຜູ້ຖືກຫາ ໄດ້ 361 ຄົນ ຍິງ 47 ຄົນ, ຢຶດຂອງກາງຢາບ້າ 105.510 ເມັດ ແລະ ຢາໄອສ໌ 1 ກິໂລກຼາມ.

ມີບັນດາຫົວໜ້າຫ້ອງ, ຮອງຫົວໜ້າ, ຫົວໜ້າພະແນກ, ຮອງພະແນກ ຕະຫຼອດຮອດ ພະນັກງານ – ນັກຮົບ ພາຍໃນກຳລັງ ປກສ ແຂວງ ເຂົ້າຮ່ວມ

ຈາກນັ້ນ, ກອງປະຊຸມ ກໍໄດ້ມອບ ໃບຍ້ອງຍໍ ຂອງ ເຈົ້າແຂວງໆຄຳມ່ວນ ໃຫ້ກັບຕ່າງໜ້າກົມກອງ, ພະແນກ ແລະ ບຸກຄົນ; ເຊິ່ງໃຫ້ກຽດກ່າວມອບໂດຍ ທ່ານ ແກ້ວວິໄລ ໄຊຍະບຸດ ຮອງຫົວໜ້າ ພະແນກພາຍໃນ ແຂວງຄຳມ່ວນ  ແລະ ພ້ອມກັນຈັບເປີດ ຂະບວນການແຂ່ງຂັນ ປີ 2019 ຢ່າງເປັນທາງການ.