ລົດຂົນສົ່ງ ກຳມະກອນກໍ່ສ້າງເຂື່ອນ ເສຍຫຼັກ ຕົກລົງແມ່ນ້ຳຂອງ ຍ້ອນຂັບຂີ່ປະໝາດ

0
2932

ອຸບັດຕິເຫດລົດ 10 ລໍ້ ຂົນສົ່ງ ກຳມະກອນກໍ່ສ້າງເຂື່ອນໄຟຟ້າ ພະລັງງານນໍ້າຂອງ ທີ່ເສຍຫຼັກເຈີດລົງແມ່ນ້ຳຂອງ ຢູ່ເຂດບ້ານຕາລານ ເມືອງ ແລະ ແຂວງໄຊຍະບູລີ ໃນຄັ້ງວັນທີ 22 ກໍລະກົດ ທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີ ວິດ ຈຳນວນ 6 ຄົນ ແລະ ບາດເຈັບ 24 ຄົນ.

ອຸບັດຕິເຫດຄັ້ງນີ້ ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ
ອຸບັດຕິເຫດຄັ້ງນີ້ ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ

ສ່ວນສາເຫດ ແມ່ນຍ້ອນຄົນຂັບລົດ ຂັບຂີ່ລົດ ດ້ວຍຄວາມປະໝາດ, ຂັບຂີ່ດ້ວຍຄວາມໄວ ແລະ ໃສ່ເກຍສູງ ( ເກຍ 5 ) ລົງຄ້ອຍ ແລະ ເປັນທາງໂຄ້ງ ຈຶ່ງເຮັດໃຫ້ບໍ່ສາມາດຄວບຄຸມລົດໄວ້ໄດ້ ແລ້ວລົດເສຍຫຼັກເຈີດລົງແມ່ນໍ້າຂອງ.

ຜ່ານການຊ່ວຍເຫຼືອ ແລະ ຊອກຄົ້ນຫາ ສົບຜູ້ເສຍຊີວິດ; ມາຮອດວັນທີ 23 ມິຖຸນາ 2019, ນັກດໍານ້ຳ ສາມາດນຳສົບ ຜູ້ເສຍຊີວິດ ທັງ 6 ສົບ ຂຶ້ນມາໄດ້ແລ້ວ.

ພັທ ປານ ບຸນປອນ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ ໄດ້ເປີດເຜີຍ ກ່ຽວກັບ ອຸບັດຕິເຫດດັ່ງກ່າວ ວ່າ:

ລົດຄັນດັ່ງກ່າວ ບັນທຸກກຳມະກອນ ຈຳນວນ 30 ຄົນ ລວມທັງຄົນຂັບລົດດ້ວຍ
ລົດຄັນດັ່ງກ່າວ ບັນທຸກກຳມະກອນ ຈຳນວນ 30 ຄົນ ລວມທັງຄົນຂັບລົດດ້ວຍ

ໃນເບື້ອງຕົ້ນ ເວລາປະມານ 6:10 ໂມງ ຂອງມື້ເກີດເຫດ, ຄົນຂັບລົດຄັນດັ່ງກ່າວ ຊື່ ທ້າວ ສົມຊາຍ ຄົງພາກພຽນ ອາຍຸ 53 ປີ ສັນຊາດໄທ ຢູ່ບ້ານໄພ ເມືອງບູລີລໍາ ແຂວງບູລີລໍາ ປະເທດໄທ ໄດ້ຂັບລົດ 10 ລໍ້ ຍີ່ຫໍ້ນິສສັນ ໝາຍເລກທະບຽນ ຊຄ 4-431 ລະຫັດລົດ P143 ( ລົດຂອງໂຄງການ ) ໄປຮັບກຳມະກອນ ຈຳນວນ 29 ຄົນ ຢູ່ພາຍໃນຫໍພັກພະນັກງານ ເບີ 4 ( ແຄັມ 4 ) ໄປສົ່ງໃນສະຖານທີ່ກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າຂອງ, ເຊິ່ງມີໄລຍະທາງ ປະມານ 4 ກິໂລແມັດ; ໃນຂະນະທີ່ເດີນທາງໄປນັ້ນ, ໄດ້ຈອດລົດໃຫ້ ກຳມະກອນ ແວ່ຊື້ອາຫານຢູ່ຕະຫຼາດ ເຂດບ້ານຕາລານ ເຊິ່ງຢູ່ພາຍໃນເຂດໂຄງການກໍ່ສ້າງເຂື່ອນ.

 ນັກດໍານ້ຳ ສາມາດນຳສົບ ຜູ້ເສຍຊີວິດ ທັງ 6 ສົບ ຂຶ້ນມາໄດ້ແລ້ວ ໃນວັນທີ 23 ມິຖຸນາ
ນັກດໍານ້ຳ ສາມາດນຳສົບ ຜູ້ເສຍຊີວິດ ທັງ 6 ສົບ ຂຶ້ນມາໄດ້ແລ້ວ ໃນວັນທີ 23 ມິຖຸນາ

ຫຼັງຈາກແຕ່ລະຄົນຊື້ຂອງກິນແລ້ວ, ກໍໄດ້ຂັບຂີ່ລົດມຸ່ງໜ້າອອກໄປຫາຈຸດກໍ່ສ້າງ ພໍຂັບຂີ່ລົດອອກໄປຫວິດຈາກຕະຫຼາດ ເຊິ່ງເປັນເສັ້ນທາງລົງຄ້ອຍ ແລະ ໂຄ້ງ, ຄົນຂັບລົດ ກໍໄດ້ຂັບຂີ່ດ້ວຍຄວາມໄວ ໂດຍໃສ່ເກຍ 5 ລົງຄ້ອຍ; ໃນເວລານັ້ນເອງ, ຄົນຂັບລົດ ໄດ້ຢຽບຄາດລົດ ເພື່ອຈະປ່ຽນໃສ່ເກຍຕ່ຳ ຈຶ່ງເຮັດໃຫ້ລົດເສຍຫຼັກກາຍໂຄ້ງ ຈົນບໍ່ສາມາດຄວບຄຸມໄດ້ ແລ້ວເຈີດລົງແມ່ນໍ້າຂອງ ສົ່ງຜົນເຮັດໃຫ້ມີ ຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ ເຊິ່ງຄົນຢູ່ໃນລົດ ມີທັງໝົດ 30 ຄົນ ລວມທັງຄົນຂັບລົດ; ໃນນີ້, ມີຜູ້ໄດ້ຮັບບາດເຈັບສາຫັດ 8 ຄົນ, ສົມຄວນ 12 ຄົນ, ບາດເຈັບເລັກໜ້ອຍ 4 ຄົນ ແລະ ເສຍຊີວິດ 6 ຄົນ.

+ ລາຍຊື່ ຜູ້ໄດ້ຮັບບາດເຈັບສາຫັດ 8 ຄົນ ມີຄື:

  1. ນາງ ຕິກ ອາຍຸ 41 ປີ ຢູ່ບ້ານແກ້ວມະນີ.
  2. ທ້າວ ສູນທອນ ອາຍຸ 50 ປີ ຢູ່ບ້ານແກ້ວມະນີ
  3. ທ້າວ ຄຸນ ອາຍຸ 28 ປີ ຢູ່ບ້ານໂພນແກ້ວ
  4. ນາງ ບົວຄໍາ ອາຍຸ 41 ປີ ຢູ່ບ້ານແກ້ວມະນີ
  5. ທ້າວ ດົມ ອາຍຸ 25 ປີ ຢູ່ບ້ານແກ້ວມະນີ
  6. ທ້າວ ກັນແກ້ວ ສຸມາ ອາຍຸ 27 ປີ ຢູ່ບ້ານຫ້ວຍເຮ້ຍ ທັງ 6 ຄົນ ຢູ່ເມືອງນານ ແຂວງຫຼວງພະບາງ.
  7. ທ້າວ ມອດ ອາຍຸ 31 ປີ ຢູ່ບ້ານປາງຄອມ ເມືອງ ແລະ ແຂວງໄຊຍະບູລີ
  8. ທ້າວ ສົມຊາຍ ຄົງພາກພຽນ ( ຄົນຂັບລົດ ) ອາຍຸ 53 ປີ ສັນຊາດໄທ ຢູ່ບ້ານໄພ ເມືອງບູລີລໍາ ແຂວງບູລີລໍາ ປະເທດໄທ
ສາເຫດ ແມ່ນຍ້ອນຄົນຂັບລົດ ຂັບຂີ່ລົດ ດ້ວຍຄວາມປະໝາດ, ຂັບຂີ່ດ້ວຍຄວາມໄວ ແລະ ໃສ່ເກຍສູງ ( ເກຍ5 ) ລົງຄ້ອຍ ແລະ ເປັນທາງໂຄ້ງ
ສາເຫດ ແມ່ນຍ້ອນຄົນຂັບລົດ ຂັບຂີ່ລົດ ດ້ວຍຄວາມປະໝາດ, ຂັບຂີ່ດ້ວຍຄວາມໄວ ແລະ ໃສ່ເກຍສູງ ( ເກຍ 5 ) ລົງຄ້ອຍ ແລະ ເປັນທາງໂຄ້ງ

+ ສ່ວນຜູ້ໄດ້ຮັບບາດເຈັບສົມຄວນ ມີ 12 ຄົນ ມີດັ່ງນີ້:

  1. ທ້າວ ເພັງພັນ ອາຍຸ 20 ປີ ແຂວງຊຽງຂວາງ
  2. ທ້າວ ບົວທອງ ເພັດສຸພັນ ອາຍຸ 57 ປີ ບ້ານຫ້ວຍປາມ້ອມ ເມືອງວັງວຽງ ແຂວງວຽງຈັນ
  3. ທ້າວ ຈູມ ກັນທະສັກ ອາຍຸ 32 ປີ ບ້ານດົງ ເມືອງໂພນທອງ ແຂວງຈໍາປາສັກ
  4. ທ້າວ ສົມ ອາຍຸ 24 ປີ ບ້ານນາບວມ ເມືອງພຽງ ແຂວງໄຊຍະບູລີ
  5. ທ້າວ ເມືອງ ໄຊຍະບຸດ ອາຍຸ 23 ປີ ບ້ານປາກບໍ່ ເມືອງນານ ແຂວງຫຼວງພະບາງ
  6. ທ້າວ ແອັດ ອາຍຸ 29 ປີ ບ້ານໂພນແກ້ວ ເມືອງນານ ແຂວງຫຼວງພະບາງ
  7. ທ້າວ ສຸລິນ ພິມມະສອນ ອາຍຸ 19 ປີ ບ້ານຈອມທອງ ເມືອງຄໍາ ແຂວງຊຽງຂວາງ
  8. ທ້າວ ຢູ ແສງສົມບັດ ອາຍຸ 26ປີ ບ້ານຂອນແກ່ນ ເມືອງປາກລາຍ ແຂວງໄຊຍະບູລີ
  9. ທ້າວ ສິບຸນເຮືອງ ຊຽງວົງໄຊ ອາຍຸ 36 ປີ ບ້ານຫ້ວຍຊ່າວ ເມືອງ ແລະ ແຂວງໄຊຍະບູລີ
  10. ທ້າວ ຕາ ອາຍຸ 15 ປີ ບ້ານໂພນແກ້ວ ເມືອງນານ ແຂວງຫຼວງພະບາງ
  11. ທ້າວ ປິ່ນ ອາຍຸ 42 ປີ ບ້ານແກ້ວມະນີ ເມືອງນານ ແຂວງຫຼວງພະບາງ
  12. ນາງ ໂຮມ ອາຍຸ 36 ປີ ບ້ານແກ້ວມະນີ ເມືອງນານ ແຂວງຫຼວງພະບາງ

+ ຜູ້ໄດ້ຮັບບາດເຈັບເລັກໜ້ອຍ 4 ຄົນ ມີຄື:

  1. ທ້າວ ນ້ອຍ ສະຫວ່າງ ອາຍຸ 46 ປີ ບ້ານໂພນສະຫວ່າງ ເມືອງພຽງ ແຂວງໄຊຍະບູລີ
  2. ທ້າວ ນ້ອຍ ຢອດຢາ ອາຍຸ 39 ປີ ບ້ານດົງຫຼວງ ເມືອງພຽງ ແຂວງໄຊຍະບູລີ
  3. ທ້າວ ພູທອນ ແສນອາຄົມ ອາຍຸ 36 ປີ ບ້ານໂພນສົມບູນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ
  4. ທ້າວ ມິດ ອາຍຸ 25 ປີ ບ້ານແກ້ວມະນີ ເມືອງນານ ແຂວງຫຼວງພະບາງ

+ ຜູ້ເສຍຊີວິດ 6 ຄົນ ໄດ້ແກ່:

  1. ທ້າວ ກຸ້ງ ອາຍຸ 19 ປີ ບ້ານໂພນສະອາດ ເມືອງນໍ້າບາກ ແຂວງຫຼວງພະບາງ
  2. ທ້າວ ຊູ ອາຍຸ 27 ປີ ບ້ານໂຮມໄຊ ເມືອງຊຽງຮ່ອນ ແຂວງໄຊຍະບູລີ
  3. ນາງ ບົວເງິນ ທິບພະວັນ ອາຍຸ 22 ປີ ບ້ານຫ້ວຍຫົງ ເມືອງນານ ແຂວງຫຼວງພະບາງ
  4. ນາງ ໜອມ ອາຍຸ 35 ປີ ບ້ານແກ້ວມະນີ ເມືອງນານ ແຂວງຫຼວງພະບາງ
  5. ທ້າວ ແທນ ອາຍຸ 43 ປີ ບ້ານແກ້ວມະນີ ເມືອງນານ ແຂວງຫຼວງພະບາງ
  6. ນາງ ເດືອນ ພິມມະສອນ ອາຍຸ 35 ປີ ບ້ານນາດີ ເມືອງຄູນ ແຂວງຊຽງຂວາງ