ກອງປະຊຸມລັດຖະບານ ປະຈຳເດືອນກໍລະກົດ ພິຈາລະນາ 6 ບັນຫາສຳຄັນ

0
1977

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນກໍລະກົດ 2019 ໄດ້ດໍາເນີນການ ໃນວັນທີ 23 ແລະ ໄດ້ສຳເລັດ ໃນວັນທີ 24 ກໍລະກົດ 2019 ດ້ວຍຄວາມຮັບຜິດຊອບສູງຂອງ ສະມາຊິກລັດຖະບານ, ເປັນປະທານໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ບັນດາຮອງນາຍົກ ແລະ ບັນດາສະມາຊິກລັດຖະບານ ທີ່ໄດ້ພ້ອມກັນພິຈາລະນາ 6 ບັນຫາສຳຄັນ ເຊິ່ງລ້ວນແຕ່ປິ່ນອ້ອມຄວາມເປັນຢູ່ຂອງປະຊາຊົນ.

ທ່ານ ສຈ ປອ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳ ສຳນັກງານນາຍົກ ທັງເປັນ ໂຄສົກລັດຖະບານ ໄດ້ຖະແຫຼງໃຫ້ຮູ້ເຖິງ ຜົນສຳເລັດ ກອງປະຊຸມຄັ້ງນີ້, ບັນດາສະມາຊິກລັດຖະບານ ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນ ແລະ ເປັນເອກະພາບກັນສູງຕໍ່ 6 ຫົວຂໍ້ ທີ່ນໍາມາປຶກສາຫາລື ຄື:

ເປັນປະທານໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ເປັນປະທານໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
  1. ບັນຫາແຜ່ລະບາດຂອງ ໄຂ້ຍຸງລາຍ ( ໄຂ້ເລືອດອອກ ) ໃນທົ່ວປະເທດ;
  2. ບັນຫາໂລກອະຫິວາໝູ ລະບາດ;
  3. ບັນຫາລະບາດຂອງສັດຕູພືດຊະນິດໃໝ່ ( ບົ້ງກິນຕົ້ນສາລີ, ພືດອື່ນໆ );
  4. ບັນຫາໄພແຫ້ງແລ້ງ ເຮັດໃຫ້ແມ່ນໍ້າລໍາເຊ ແລະ ແມ່ນໍ້າຂອງ ຫຼຸດລະດັບລົງຫຼາຍ ເປັນຜົນກະທົບຕໍ່ການພັດທະນາກະສິກໍາ ແລະ ການປູກຝັງຂອງປະຊາຊົນ;
  5. ບັນຫາອັດຕາແລກປ່ຽນ ແລະ ຄວາມຄ່ອງຕົວຂອງ ລະບົບເງິນຕາຂອງປະເທດ;
  6. ສະພາບຫາງສຽງຂອງປະຊາຊົນ ຕໍ່ບັນຫາຕ່າງໆຂອງ ການຄຸ້ມຄອງ ບໍລິຫານລັດ ລວມທັງການຄຸ້ມຄອງລະບົບຂ່າວສານ ໂດຍສະເພາະ ສື່ອອນລາຍ.

ກອງປະຊຸມ ໄດ້ໃຫ້ທິດຊີ້ນໍາ ຢ່າງລະອຽດ ແກ່ບັນດາຂະແໜງການ ແລະ ທ້ອງຖິ່ນ ເພື່ອມີມາດຕະການແກ້ໄຂຕໍ່ສະພາບການດັ່ງກ່າວ ເປັນຕົ້ນແມ່ນ:

ຮັບຟັງການລາຍງານ ກ່ຽວກັບ ສະພາບການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໃນໄລຍະຜ່ານມາ, ບັນຫາຄົງຄ້າງ ແລະ ທິດທາງແກ້ໄຂ ໃນຕໍ່ໜ້າ ເຊິ່ງກອງປະຊຸມໄດ້ມອບໃຫ້ ກະຊວງແຜນການ ແລະ ການລົງທຶນ ເພີ່ມຄວາມເປັນເຈົ້າການ ໃນການຄຸ້ມຄອງທັງ 12 ເຂດເສດຖະກິດພິເສດ ທີ່ໄດ້ອະນຸມັດ.

  • ພ້ອມກັນນີ້, ມອບໃຫ້ ອົງການກວດກາລັດຖະບານ ແຕ່ງຕັ້ງໜ່ວຍງານ ລົງໄປກວດກາການປະຕິບັດ ກົດໝາຍ, ລະບຽບການ ແລະ ສັນຍາໂຄງການຂອງບັນດາເຂດເສດຖະກິດດັ່ງກ່າວ ໃຫ້ສໍາເລັດ ໃນກໍານົດ 3 ເດືອນ.
  • ການກະກຽມ ກອງປະຊຸມໂຕະມົນ ປະຈໍາປີ 2019 ແລະ ໄດ້ເປັນເອກະພາບມອບໃຫ້ ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການຕ່າງປະເທດ ສືບຕໍ່ສົມທົບກັບ ພາກສ່ວນກ່ຽວຂ້ອງ ກະກຽມເນື້ອໃນກອງປະຊຸມດັ່ງກ່າວ ຢ່າງຮອບດ້ານ ແລະ ຮັດກຸມໂດຍໃຫ້ຈັດ ກອງປະຊຸມດ້ານວິຊາການ ຮ່ວມກັບ ຂະແໜງການກ່ຽວຂ້ອງ ເພື່ອເປັນເອກະພາບສູງ ແລ້ວລາຍງານລັດຖະບານຕື່ມ ກ່ອນເປີດກອງປະຊຸມ.
  • ກອງປະຊຸມ ໄດ້ຄົ້ນຄວ້າ ຮ່າງດໍາລັດ ວ່າດ້ວຍ ນະໂຍບາຍການພັດທະນາເສດຖະກິດ ແຂວງໄຊສົມບູນ ແລະ ເປັນເອກະພາບ ໃນຫຼັກການຮັບຮອງເອົາຮ່າງດໍາລັດ ສະບັບດັ່ງກ່າວ.
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນກໍລະກົດ 2019 ດໍາເນີນໃນວັນທີ 23 ແລະ ໄດ້ສຳເລັດ ໃນວັນທີ 24 ກໍລະກົດ 2019
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນກໍລະກົດ 2019 ດໍາເນີນໃນວັນທີ 23 ແລະ ໄດ້ສຳເລັດ ໃນວັນທີ 24 ກໍລະກົດ 2019

+ ສໍາລັບ ແຜນວຽກຈຸດສຸມຂອງ ລັດຖະບານ ປະຈໍາເດືອນສິງຫາ 2019 ມີຄື:

  • ເອົາໃຈໃສ່ ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ ທີ່ອາດຈະເກີດຂຶ້ນ ໃນສັງຄົມ;
  • ເອົາໃຈໃສ່ປະຕິບັດທິດຊີ້ນໍາຂອງ ກອງປະຊຸມນາຍົກ – ຮອງນາຍົກ, ລັດຖະມົນຕີ ແລະ ກອງປະຊຸມອື່ນໆ ທີ່ ນາຍົກ ແລະ ບັນດາຮອງນາຍົກລັດຖະມົນຕີ ໄດ້ຊີ້ນໍາ ໃນຂົງເຂດເສດຖະກິດ ເປັນຕົ້ນແມ່ນ ການເກັບລາຍຮັບເຂົ້າງົບປະມານ, ການແກ້ໄຂໂຄງການລົງທຶນຂອງລັດ, ການຄຸ້ມຄອງເງິນຕາ ແລະ ອັດຕາແລກປ່ຽນ, ການສົ່ງເສີມ SMEs, ການຄຸ້ມຄອງ ການນໍາເຂົ້າ ສິນຄ້າບໍລິໂພກ, ການສົ່ງເສີມ ການຜະລິດພາຍໃນ ແລະ ບັນຫາອື່ນໆ ທີ່ໄດ້ມີມະຕິອອກໄປແລ້ວ;
  • ເອົາໃຈໃສ່ປະຕິບັດວຽກງານ ໃນຂົງເຂດວັດທະນະທໍາ – ສັງຄົມ ໂດຍສະເພາະ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ການຟື້ນຟູເຂດຖືກຜົນກະທົບຈາກໄພພິບັດ ໃນປີຜ່ານມາ ແລະ ວຽກງານກວດກາ ການປະຕິບັດຄໍາສັ່ງເລກທີ 15/ນຍ, ວຽກງານການກຽມຄວາມພ້ອມຮັບມືກັບ ໄພພິບັດທໍາມະຊາດ ແລະ ບັນຫາອື່ນໆ;
  • ເອົາໃຈໃສ່ປັບປຸງຮ່າງກົດໝາຍ ທີ່ສະພາຮັບຮອງໃນກອງປະຊຸມ ຄັ້ງຜ່ານມາ ແລະ ຮ່າງກົດໝາຍທີ່ຈະນໍາໄປຜ່ານ ກອງ ປະຊຸມສະພາ ໃນຄັ້ງຕໍ່ໄປ ໃຫ້ມີຄຸນນະພາບ ແລະ ທັນກັບກໍານົດເວລາ.