ຄໍາບອກເລົ່າຈາກຜູ້ເປັນແມ່ “ ນໍ້າຝົນ – ສາວອາສາກູ້ໄພ ” ຜູ້ຈາກໄປຍ້ອນຄວາມຫຶງຫວງ

0
5824

ຖືໄດ້ວ່າ ເປັນກະແສຂ່າວທີ່ມາແຮງ ໃນປັດຈຸບັນ ກ່ຽວກັບ ເຫດການຊາຍອາຍຸ 44 ປີ ໃຊ້ປືນ AK ຍິງແຟນ ເຊິ່ງເປັນ ສາວອາສາກູ້ໄພ ກ່ອນຍິງຕົວເອງຕາຍຕາມ ຢູ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 29 ກໍລະກົດ 2019.

ຫຼ້າສຸດ, ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ເປີດເຜີຍສາເຫດທີ່ຊັດເຈນຂອງ ເຫດຄາດຕະກໍາດັ່ງກ່າວ ວ່າ:

ເລີ່ມຈາກແຟນສາວບອກເລີກ ແລະ ຕີໂຕອອກຫ່າງ, ແຕ່ຝ່າຍຊາຍບໍ່ຍອມເຊົາ ແລະ ຫ້າມບໍ່ໃຫ້ພົວພັນກັບຜູ້ຊາຍຄົນອື່ນ; ແຕ່ແຟນສາວບໍ່ເຮັດຕາມ ຈຶ່ງເຮັດໃຫ້ຝ່າຍຊາຍເກີດຄວາມໂມໂຫ ແລ້ວເອົາປືນ AK ນໍາໄປຍິງຢູ່ຫ້ອງນອນຂອງແຟນສາວ ກ່ອນຍິງຕົວເອງຕາຍຕາມ.

ເຈົ້າໜ້າທີ່ ພະແນກຕໍາຫຼວດ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ:

ນາງ ສີລິວັນ ຫຼື ນໍ້າຝົນ ອາຍຸ 23 ປີ ອາຊີບນັກສືກສາ ສະຖາບັນຍຸຕິທຳ ແຫ່ງຊາດ ( ປີສຸດທ້າຍ ) ທີ່ອາໄສຢູ່ກັບແມ່ ຊື່ ນາງ ສີວັນ ອາຍຸ 52 ປີ ແລະ ເຮັດວຽກເປັນ ອາສາກູ້ໄພ ໄດ້ຮູ້ຈັກກັບ ທ້າວ ພອນໄຊ ຜູ້ກໍ່ເຫດ ເຊິ່ງເຮັດວຽກ ອາສາສະໝັກກູ້ໄພ ບ່ອນດຽວກັນ ອາໄສຢູ່ບ້ານໜອງບົວທອງເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

ຈາກການເກັບກໍາຂໍ້ມູນເບື້ອງຕົ້ນຂອງ ເຈົ້າໝ້າທີ່, ແມ່ຂອງ ນາງ ນໍ້າຝົນ ໃຫ້ຮູ້ວ່າ:

ໃນປີ 2017, ທ້າວ ພອນໄຊ ໄດ້ມາພົວພັນມັກຮັກແບບບ່າວສາວກັບ ລູກສາວຂອງຕົນເອງ ແລະ ໄປມາຫາສູ່ກັນຕະຫຼອດ; ໂດຍ ນາງ ນໍ້າຝົນ ບໍ່ຮູ້ວ່າ ທ້າວ ພອນໄຊ ມີເມຍແລ້ວ ແລະ ຍັງມີລູກ 1 ຄົນ, ອາຍຸ ປະມານ 11 ປີ.

ໃນເດືອນມີຖຸນາ ຫາ ກໍລະກົດ 2019, ນາງ ນໍ້າຝົນ ຈຶ່ງຮູ້ວ່າ:

  • ທ້າວ ພອນໄຊ ມີຄອບຄົວແລ້ວ; ຈາກນັ້ນ, ນາງ ນໍ້າຝົນ ຈຶ່ງເອົາຕົວອອກຫ່າງຈາກ ທ້າວ ພອນໄຊ ພ້ອມທັງບຼັອກເບີໂທລະສັບຂອງ ທ້າວ ພອນໄຊ ເພື່ອຕັດຂາດການຕິດຕໍ່; ທ້າວ ພອນໄຊ ບໍ່ຍອມເລີກລາຈາກການພົວພັບກັບ ນາງ ນໍ້າຝົນ ແລະ ຍັງໄດ້ທຽວມາຫາ ແຕ່ ນາງ ນໍ້າຝົນ ກໍບໍ່ສົນ.
  • ເມື່ອເປັນແນວນັ້ນ, ທ້າວ ພອນໄຊ ກໍໄດ້ເອົາປືນສັ້ນ ແລະ ປືນຍາວ ມາຂົ່ມຂູ່ຂ້າ ນາງ ນໍ້າຝົນ ຫຼາຍຄັ້ງ; ພ້ອມທັງ ສັ່ງຫ້າມໄປພົວພັນກັບຄົນອື່ນ ຢ່າງເດັດຂາດ; ຖ້າພົບເຫັນ ຫຼື ຮູ້ວ່າ ນາງ ນໍ້າຝົນ ພົວພັນກັບຊາຍຄົນໃດ ແມ່ນຈະຍິງຖິ້ມທັນທີ.
  • ໃນມື້ເກີດເຫດ, ເວລາເວລາ 5:00 ໂມງ, ນາງ ນໍ້າຝົນ ໄດ້ພາຜູ້ເປັນແມ່ ໄປຕະຫຼາດຫົວຂົວ ແລະ ພາກັນກັບເຮືອນ ໃນເວລາ 6:40 ໂມງ;
  • ພໍຮອດເຮືອນ, ນາງ ນໍ້າຝົນ ກໍໄດ້ຂຶ້ນຫ້ອງນອນຢູ່ຊັ້ນ 2 ສ່ວນຜູ້ເປັນແມ່ໄດ້ໜຶ້ງເຂົ້າແຕ່ງກິນຢູ່ຊັ້ນລຸ່ມ;
  • ບໍ່ພໍທໍ່ໃດນາທີ, ກໍເຫັນ ທ້າວ ພອນໄຊ ຂີ່ລົດເກັງຍີ້ຫໍ້ຟອດສີປອນທອງ ໝາຍເລກທະບຽນ ກຄ 8181 ກໍາແພງນະຄອນ ມາຈອດຢູ່ໜ້າເຮືອນ;
  • ແລ້ວໄຂປະຕູລົງຈາກລົດ ພ້ອມທັງຈັບປືນ AK ຂຶ້ນໄປຫາຫ້ອງນອນລູກສາວຢູ່ຊັ້ນ 2.

ຈາກນັ້ນ, ຜູ້ເປັນແມ່ໄດ້ຍິນສຽງປືນດັງຂຶ້ນ 2 ນັດ; ຕົນຈຶ່ງແລ່ນໄປຫາຄົນທີ່ເຊົ່າຫ້ອງຢູ່ຊັ້ນລຸ່ມຂອງເຮືອນ ເພື່ອໃຫ້ໂທແຈ້ງອຳນາດການປົກຄອງບ້ານ ແລະ ເຈົ້າໜ້າທີ່ມາຊ່ວຍເຫຼືອ.

ຕໍ່ກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ຍັງຈະໄດ້ສົມທົບກັບ ປກສ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ຈະແຈ້ງ ກ່ຽວກັບອາວຸດ ແລະ ບັນຫາຕ່າງໆທີ່ບໍ່ທັນລະອຽດ.