ຄະນະປະທານກອງປະຊຸມໃຫຍ່ ຄັ້ງທີ I ຂອງຮາກຖານ ກຳມະບານ ຫ້ອງວ່າການແຂວງຊຽງຂວາງ
ຄະນະປະທານກອງປະຊຸມໃຫຍ່ ຄັ້ງທີ I ຂອງຮາກຖານ ກຳມະບານ ຫ້ອງວ່າການແຂວງຊຽງຂວາງ

ໃນໂອກາດທີ່ ທ່ານ ນາງ ອຸທອນມາ ສີຊົນໄຊ ປະທານ ກຳມະບານ ແຂວງຊຽງຂວາງ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ I ຂອງສະຫະພັນກຳມະບານຮາກຖານ ຫ້ອງວ່າການແຂວງຊຽງຂວາງ; ທ່ານໄດ້ເນັ້ນໃຫ້ຄະນະກຳມະບານຮາກຖານຫ້ອງວ່າການ ແຂວງຊຸດໃໝ່ ຈົ່ງຈັດຕັ້ງປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ອຳນວຍຄວາມສະດວກໃຫ້ສະມາຊິກກຳມະບານ ມີການຊ່ວຍເຫຼືອຕຳນິກໍ່ສ້າງເຊິ່ງກັນແລະກັນ, ປົກປ້ອງສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານ, ເຕົ້າໂຮມຄວາມສາມັກຄີ, ແບ່ງຄວາມຮັບຜິດຊອບລະອຽດ, ສຶກສາອົບຮົມການເມືອງ-ແນວຄິດ, ຍົກລະດັບຄວາມຮູ້-ຄວາມສາມາດ, ເຊື່ອມຊຶມແນວທາງຂອງຂັ້ນເທິງ, ປັບປຸງລະບົບແບບແຜນວິທີເຮັດວຽກ, ສ້າງຂະບວນການຕິດພັນກັບວິຊາສະເພາະ, ພ້ອມກັນແກ້ໄຂແລະຈັດຕັ້ງປະຕິບັດຕາມແຜນວຽກເປັນໝູ່ຄະນະ, ຮັກສາຜົນສຳເລັດຂໍ້ແຂ່ງຂັນ 5 ເປັນເຈົ້າຕະຫຼອດໄປ.

ກອງປະຊຸມໃຫຍ່ ຄັ້ງທີ I ຂອງສະຫະພັນກຳມະບານຮາກຖານ ຫ້ອງວ່າການແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 31 ກໍລະກົດ 2019, ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ວົງເພັດ ມັງທະພອນ ປະທານກຳມະບານຮາກຖານ ຫ້ອງວ່າການແຂວງ ຮອງຫົວໜ້າຫ້ອງວ່າການແຂວງ; ມີບັນດາສະມາຊິກກຳມະບານ ແລະ ແຂກຮັບເຊີນຈາກໜ່ວຍກຳມະບານອ້ອມຂ້າງເຂົ້າຮ່ວມ.

ສະມາຊິກ ກຳມະບານ ຮາກຖານຫ້ອງວ່າການ ໄດ້ຮັບໃບຍ້ອງຍໍ
ສະມາຊິກ ກຳມະບານ ຮາກຖານຫ້ອງວ່າການ ໄດ້ຮັບໃບຍ້ອງຍໍ

ກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດຜ່ານມາ ແລະ ແຜນການໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນກຳມະບານຮາກຖານ ຫ້ອງວ່າການແຂວງ ມີສະມາຊິກ ທັງໝົດ 60 ຄົນ ຍິງ 24 ຄົນ, ມີ 3 ໜ່ວຍຂຶ້ນກັບ; ສະມາຊິກທຸກຄົນມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມຫ້າວຫັນໃນການເຮັດວຽກງານໜ້າທີ່ຂອງຕົນຮັບຜິດຊອບ, ເຂົ້າຮ່ວມ ກິດຈະການຕ່າງໆອອກແຮງງານຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ, ມີຄວາມສາມັກຄີກວ້າງຂວາງ, ຮ່ວມຊີວິດ ແລະ ເສຍເງິນບຳລຸງເປັນປົກກະຕິ ເພື່ອຕຳນິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ.

ທ່ານ ວົງເພັດ ມັງທະພອນ ນຳພາສະມາຊິກປ່ອນບັດເລືອກຕັ້ງຄະນະກຳມະບານຊຸດໃໝ່
ທ່ານ ວົງເພັດ ມັງທະພອນ ນຳພາສະມາຊິກປ່ອນບັດເລືອກຕັ້ງຄະນະກຳມະບານຮາກຖານຊຸດໃໝ່

ກອງປະຊຸມຄັ້ງນີ້, ບັນດາສະມາຊິກໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະກຳມະບານຮາກຖານຫ້ອງວ່າການຊຸດໃໝ່; ເຊິ່ງຜົນໄດ້ດັ່ງນີ້: ທ່ານ ວົງເພັດ ມັງທະພອນ ເປັນປະທານ, ທ່ານ ນາງ ອຸໄທ ມາສີຊົນໄຊ ເປັນຮອງປະທານປະທານກວດກາ, ທ່ານ ຄຳສະຫວາດ ສີນວນທອງ ເປັນຮອງປະທານ, ທ່ານ ສົມທອງ ນາຖາວົງ ເປັນຮອງປະທານ ກວດກາ.