ເພີ່ມທະວີເປັນເຈົ້າການ ກຳຈັດຍຸງລາຍ ເພື່ອຫ່າງໄກ ໄຂ້ເລືອດອອກ

ພະຍາດໄຂ້ເລືອດອອກ ເປັນອັນຕະລາຍຮ້າຍແຮງຕໍ່ຄົນ ທຸກເພດທຸກໄວ

0
2945

ໃນໄລຍະນີ້, ມີການລະບາດຂອງ ເຊື້ອພະຍາດໄຂ້ເລືອດອອກ ຫຼາຍທີ່ສຸດ, ເຊິ່ງ ພະຍາດໄຂ້ເລືອດອອກ ເກີດມາຈາກເຊື້ອໄວຣັສຊະນິດໜຶ່ງ ໂດຍຈະຕິດຕໍ່ຜ່ານ ຍຸງລາຍ; ຖ້າຫາກ ຍຸງລາຍ ໄປດູດເລືອດຄົນທີ່ມີເຊື້ອໄຂ້ຍຸງ ແລ້ວໄປກັດຄົນອື່ນຕໍ່ ກໍສາມາດເຮັດໃຫ້ຕິດເຊື້ອໄດ້ ເຊັ່ນດຽວກັນ ແລະ ເມື່ອຄົນເຮົາມີເຊື້ອພະຍາດໃນຮ່າງກາຍແລ້ວ ຈະເຮັດໃຫ້ຜູ້ຕິດເຊື້ອ ມີໄຂ້ຍຸງ ຈົນເຖິງຂັ້ນມີເລືອດອອກ ແລະ ສ່ຽງຕໍ່ການເສຍຊີວິດ, ເຊິ່ງປັດຈຸບັນນີ້ ກໍມີຄົນເສຍຊີວິດແລ້ວ 52 ຄົນ.

ເພີ່ມທະວີເປັນເຈົ້າການ ກຳຈັດຍຸງລາຍ ເພື່ອຫ່າງໄກ ພະຍາດໄຂ້ເລືອດອອກ
ເພີ່ມທະວີເປັນເຈົ້າການ ກຳຈັດຍຸງລາຍ ເພື່ອຫ່າງໄກ ພະຍາດໄຂ້ເລືອດອອກ

ລະດູຝົນ ເປັນໄລຍະການແພ່ລະບາດຂອງ ຍຸງລາຍ ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ສຸມໃສ່ສະກັດກັ້ນ ແລະ ຕ້ານ ແຕ່ຫົວທີ ເພື່ອຢັບຢັ້ງການແພ່ລະບາດອອກສູ່ວົງກວ້າງ, ໂດຍສະເພາະ ເຊັ່ນ: ສີດຢາຂ້າເຊື້ອ ໃນຊຸມຊົນທີ່ມີຄວາມສ່ຽງຂອງ ການແພ່ລະບາດ, ຍ້ອມມຸ້ງໃຫ້ປະຊາຊົນ, ປ່ອຍປາກິນໝອນນໍ້າຍຸງລາຍ ແລະອື່ນໆ; ພ້ອມນັ້ນ, ກໍລົນນະລົງໂຄສະນາ, ເຜີຍແຜ່ລະບຽບການຕ່າງໆ ເພື່ອແນໃສ່ໃຫ້ ພໍ່ – ແມ່ປະຊາຊົນ ເຫັນໄດ້ຄວາມອັນຕະລາຍຂອງ ພະຍາດໄຂ້ເລືອດອອກ.

ຮສຈ.ດຣ ບຸນໜັກ ໄຊຊະນະສົງຄາມ ຢ້ຽມຢາມຜູ້ຕິດເຊື້ອ ພະຍາດໄຂ້ເລືອດອອກ
ຮສຈ.ດຣ ບຸນໜັກ ໄຊຊະນະສົງຄາມ ຢ້ຽມຢາມຜູ້ຕິດເຊື້ອ ພະຍາດໄຂ້ເລືອດອອກ

ເຊິ່ງຜ່ານມາ, ການຈັດຕັ້ງປະຕິບັດ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ, ການອົາໃຈໃສ່ໃນການອະນາໄມ ແລະ ການປະຕິບັດ 5 ປ ຂອງ ບັນດາຄອບຄົວປະຊາຊົນ ຍັງບໍ່ທັນເປັນຂະບວນຟົດຟື້ນເທື່ອ ແລະ ຍັງຖືເບົາ ບໍ່ມີຄວາມຕື່ນຕົວ ໃນການເຮັດອະນາໄມເຮືອນຊານບ້ານຊ່ອງຂອງຕົນ.

ຮສຈ.ດຣ ບຸນໜັກ ໄຊຊະນະສົງຄາມ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ ກະຊວງສາທາລະນະສຸກ ໃຫ້ຮູ້ ໃນວັນທີ 3 ສິງຫາ ວ່າ:

ຮສຈ.ດຣ ບຸນໜັກ ໄຊຊະນະສົງຄາມ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ ກະຊວງສາທາລະນະສຸກ
ຮສຈ.ດຣ ບຸນໜັກ ໄຊຊະນະສົງຄາມ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ ກະຊວງສາທາລະນະສຸກ

ປັດຈຸບັນ, ການແພ່ລະບາດຂອງ ເຊື້ອພະຍາດໄຂ້ເລືອດອອກ ຍັງຄົງສືບຕໍ່ຄຸກຄາມສຸຂະພາບຮ່າງກາຍ ແລະ ຊີວິດ ຂອງຄົນລາວ ໃນຂອບເຂດທົ່ວປະເທດ ຢ່າງກວ້າງຂວາງ; ໂດຍໃນແຕ່ລະວັນ ຈະມີຜູ້ປ່ວຍເຂົ້າຮັບການກວດ ແລະ ຮັກສາອາການເຈັບປ່ວຍ ຈາກເຊື້ອດັ່ງກ່າວນີ້ ຢ່າງຫຼວງຫຼາຍ, ເຊິ່ງນັບແຕ່ ເດືອນມັງກອນ ຫາ ຕົ້ນເດືອນສິງຫາ 2019 ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼື ພະຍາດໄຂ້ເລືອດອອກ 20.000 ກວ່າຄົນ ແລະ ມີຜູ້ເສຍຊີວິດ 52 ຄົນ.

ໃນການສະກັດກັ້ນ ແລະ ຕ້ານ ພະຍາດໄຂ້ຍຸງລາຍ, ບັນດາພາກສ່ວນທີ່ກ່ຽວຂ້ອງ ໄດ້ມີມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໂດຍສະເພາະ ໄດ້ສຸມໃສ່ໂຄສະນາສຸຂະສຶກສາ ໃນແຕ່ລະບ້ານ; ພ້ອມທັງ ໄດ້ສົ່ງທີມງານວິຊາການ ລົງໄປໂຄສະນາເຜີຍແຜ່ຂໍ້ມູນ ແລະ ປຸກລະດົມໃຫ້ ອຳນາດການປົກຄອງ ແລະ ພໍ່ – ແມ່ປະຊາຊົນ ຢູ່ພາຍໃນບ້ານຕ່າງໆ ໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ຜົນຮ້າຍຂອງໄຂ້ຍຸງລາຍ, ວິທີການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງ ໄຂ້ຍຸງລາຍ.

ແຕ່ ຜ່ານການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານ ພະຍາດໄຂ້ເລືອດອອກ ເຫັນວ່າ:

ການລະບາດຂອງ ພະຍາດໄຂ້ຍຸງລາຍ ຍັງບໍ່ມີທີທ່າວ່າຈະຫຼຸດລົງ, ຍິ່ງໄປກວ່ານັ້ນ ຍັງເຮັດໃຫ້ຕົວເລກຂອງຜູ້ຕິດເຊື້ອພະຍາດ ນັບແຕ່ ວັນທີ 29 ທັນວາ 2018 ຫາ 7 ສິງຫາ 2019 ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ 21.316 ກໍລະນີ ແລະ ມີຜູ້ເສຍຊີວິດ 52 ຄົນ.

ພະຍາດໄຂ້ເລືອດອອກ ເປັນອັນຕະລາຍຮ້າຍແຮງຕໍ່ຄົນ ທຸກເພດທຸກໄວ; ສະນັ້ນ, ທຸກຄົນ ໂດຍສະເພາະແມ່ນ ພໍ່ – ແມ່ຜູ້ປົກຄອງ ຄວນເອົາໃຈໃສ່ເບິ່ງແຍງລູກຫຼານ ກໍຄື ຕົນເອງ ໂດຍບໍ່ໃຫ້ຍຸງລາຍກັດ ຊຶ່ງໂດຍທົ່ວໄປຍຸງລາຍ ແມ່ນຫາກິນຍາມກາງເວັນ ແລະ ຄ້າຍແລງ.

  • ເມື່ອຮູ້ແນວນັ້ນ, ກໍບໍ່ຄວນຢູ່ນອກເຮືອນ ຫຼື ບ່ອນທີ່ບໍ່ມີແນວປ້ອງກັນຍຸງລາຍ, ຄວນໃຊ້ຢາທາກັນຍຸງທາຕາມແຂນ, ຂາ ຫຼື ບ່ອນຕ່າງໆທີ່ອາດຈະຖືກຍຸງກັດ ປ້ອງກັນໄວ້ໃນເວລາຕ້ອງອອກນອກເຮືອນ, ຕ້ອງອະນາໄມບໍລິເວນອ້ອມເຮືອນ ໃຫ້ສະອາດງາມຕາ ແລະ ໝັ່ນທຳລາຍສະຖານທີ່ທີ່ເປັນບ່ອນເພາະພັນຂອງຍຸງ ຢ່າງເປັນປະຈຳ ແລະ ປະຕິບັດໃຫ້ເປັນນິດໄສ ຢ່າງສະໝໍ່າສະເໝີ.
  • ເມື່ອລູກຫຼານ ຫຼື ຕົວທ່ານເອງ ເປັນໄຂ້ ຕ້ອງໄປໂຮງໝໍ ເພື່ອກວດກາປິ່ນປົວຕາມຫຼັກການ, ຫ້າມຊື້ຢາມາປີ່ນປົວດ້ວຍຕົນເອງ, ຖ້າມີໄຂ້ເລືອດອອກ ເກີດຂຶ້ນຫຼາຍ ຫຼື ມີການລະບາດຢູ່ໃນຄຸ້ມບ້ານຂອງທ່ານ ໃຫ້ແຈ້ງ ຫ້ອງການສາທາລະນະສຸກ ເມືອງ ຫຼື ບ້ານຂອງທ່ານ ໂດຍທັນທີ ເພື່ອຊອກຫາວິທີແກ້ໄຂໃຫ້ທັນເວລາ.
ເຊື້ອພະຍາດໄຂ້ເລືອດອອກ ເກີດມາຈາກເຊື້ອໄວຣັສຊະນິດໜຶ່ງ ໂດຍຈະຕິດຕໍ່ຜ່ານ ຍຸງລາຍ
ເຊື້ອພະຍາດໄຂ້ເລືອດອອກ ເກີດມາຈາກເຊື້ອໄວຣັສຊະນິດໜຶ່ງ ໂດຍຈະຕິດຕໍ່ຜ່ານ ຍຸງລາຍ

ໃນໂອກາດນີ້, ຮສຈ.ດຣ ບຸນໜັກ ໄຊຊະນະສົງຄາມ ໄດ້ຮຽກຮ້ອງໃຫ້ ພໍ່ – ແມ່ປະຊາຊົນ ເອົາໃຈໃສ່ປະຕິບັດ 5 ປ ຢ່າງເຂັ້ມງວດ ຄື:

  • ປິດຝາພາຊະນະ ທີ່ມີນໍ້າໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່,
  • ປ່ຽນນໍ້າ ແລະ ຜັດຖູພາຊະນະ ເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖ້ານຮອງຈອກນໍ້າ,
  • ປ່ອຍປາຫາງນົກຍູງ ເພື່ອກິນໜອນນໍ້າ,
  • ປັບປຸງບໍ່ໃຫ້ມີນໍ້າຄ້າງຂັງກະໂປະ, ກະປ໋ອງ, ຮາງລິນ, ຢາງຕີນລົດເກົ່າ,
  • ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ ແລະ ສຸກສາລາໃກ້ບ້ານ.
ການລະບາດຂອງ ເຊື້ອພະຍາດໄຂ້ເລືອດອອກ ດ້ວຍການກຳຈັດແຫຼ່ງທີ່ຢູ່ອາໄສຂອງ ໜອນນໍ້າຍຸງລາຍ
ການລະບາດຂອງ ເຊື້ອພະຍາດໄຂ້ເລືອດອອກ ດ້ວຍການກຳຈັດແຫຼ່ງທີ່ຢູ່ອາໄສຂອງ ໜອນນໍ້າຍຸງລາຍ