ເຫດການຄາດຕະກຳໂຫດ ທີ່ສ້າງຄວາມກັງວົນໃຫ້ຊາວມົດສະກູ ມາດົນຫຼາຍປີ ຄີ່ຄາຍແລ້ວ
ເຫດການຄາດຕະກຳໂຫດ ທີ່ສ້າງຄວາມກັງວົນໃຫ້ຊາວມົດສະກູ ມາດົນຫຼາຍປີ ຄີ່ຄາຍແລ້ວ

ປັດຈຸບັນນີ້, ປະຊາຊົນນະຄອນຫຼວງມົດສະກູ ປະເທດຣັດເຊຍ ມີຄວາມອຸ່ນໃຈຂຶ້ນແດ່ແລ້ວ ແລະ ກໍກ້າອອກໄປຍ່າງເລາະຫຼິ້ນ ຕາມເຂດສວນສາທາລະນະໃນຍາມກາງຄືນ, ເຊິ່ງສະຖານທີ່ດັ່ງກ່າວໃນເມື່ອກ່ອນ ເປັນບ່ອນທີ່ມີຂ່າວຊ່າລື ກ່ຽວກັບ ເຫດການຄາດຕະກຳໂຫດ ທີ່ຄົນຮ້າຍມັກຈະລີ້ຊ້ອນຢູ່ໃນສວນແຫ່ງນີ້ ແລະ ລໍຖ້າໂອກາດທີ່ເໝາະສົມ ເມື່ອມີຄົນມາຍ່າງຫຼິ້ນ ກໍເຂົ້າທຳຮ້າຍຈົນເສຍຊີວິດ.

ຜູ້ກໍ່ເຫດນີ້ ຊື່ ທ້າວ Alexander Pichushkin ອາຍຸ 33 ປີ, ການໃຫ້ປາກຄຳຂອງຜູ້ກ່ຽວຕໍ່ ເຈົ້າໜ້າທີ່ ໃນເບື້ອງຕົ້ນ ວ່າ: ຜູ້ກ່ຽວ ລົງມືກໍ່ເຫດຄາດຕະກຳມາແລ້ວ 63 ກໍລະນີ ໃນຕະຫຼອດ 15 ປີ ເຊິ່ງນັບແຕ່ປີ 1992 – 2006; ແຕ່ ສານ ໄດ້ຕັດສິນຄະດີຂອງຜູ້ກ່ຽວ ພຽງແຕ່ 49 ກໍລະນີ ທີ່ເປັນ ຄະດີຄາດຕະກຳ ແລະ 3 ເລື່ອງກ່ຽວກັບ ການທຳຮ້າຍຮ່າງກາຍ ແບບຜູ້ຖືກເຄາະຮ້າຍບໍ່ຮູ້ຕົວ, ສ່ວນກໍລະນີທີ່ຍັງເຫຼືອ ແມ່ນບໍ່ມີຂໍ້ມູນຢັ້ງຢືນລະອຽດ ທີ່ຈະກ່າວລົງໂທດ ຜູ້ກ່ຽວ.

ການລົງມືຄາດຕະກຳຂອງ ຜູ້ກ່ຽວ ນອກຈາກເປັນຍິງສາວ 2 ຄົນແລ້ວ ຜູ້ເຄາະຮ້າຍທີ່ເປັນເປົ້າໝາຍຂອງ ຜູ້ກ່ຽວ ຍັງແມ່ນຄົນໄວກາງຄົນ 35 – 55 ປີ, ໂດຍການກະທຳຂອງ ຜູ້ກ່ຽວ ແມ່ນເຮັດເພື່ອລ້າງແຄ້ນພໍ່ຂອງຕົນເອງທີ່ປ່ອຍໃຫ້ຕົນເອງ ແລະ ແມ່ ຕ້ອງທົນທໍລະມານ ຕັ້ງແຕ່ຕົນເອງເກີດມາຍັງບໍ່ທັນຮອດປີ; ເຊິ່ງຄວາມຄຽດແຄ້ນທີ່ຝັງໃນໃຈຂອງ ຜູ້ກ່ຽວ ໄດ້ເຮັດໃຫ້ ຜູ້ກ່ຽວ ກາຍເປັນຄົນມີບັນຫາທາງປະສາດ ແລະ ມີແນວຄິດຢາກຂ້າຄົນໄປທົ່ວ ໂດຍສະເພາະຜູ້ໃດທີ່ຄິດວ່າ ຈະເປັນພໍ່ຂອງຕົນເອງ ແມ່ນຈະລົງມືຄາດຕະກຳ ທັນທີ.

ເຫດການຄາດຕະກຳໂຫດ ໃນມົດສະກູ ເປັນຝີມືຂອງ ທ້າວ Alexander Pichushkin
ເຫດການຄາດຕະກຳໂຫດ ໃນມົດສະກູ ເປັນຝີມືຂອງ ທ້າວ Alexander Pichushkin

ອີກປະເດັນໜຶ່ງ, ການລົງມືຄາດຕະກຳຂອງ ທ້າວ Alexander Pichushkin ແມ່ນເພື່ອເອົາຊະນະສະຖິຕິຂອງອີກ ຄາດຕະກອນໂຫດຊາວອູແກຣນ ຊື່ ທ້າວ Andrei Chikatilo (ປີ 1936-1994) ລາຍນີ້ແມ່ນຄາດຕະກຳຍິງສາວ  ແລະ ເດັກນ້ອຍ ລວມ 53 ສົບ ໃນຕະ ຫຼອດການເຄື່ອນໄຫວເປັນເວລາ 12 ປີ.

ຜ່ານການສອບສວນລະອຽດ ກ່ຽວກັບ ເຫດການຄາດຕະກຳໂຫດ ເຈົ້າໜ້າທີ່ ຈຶ່ງຮູ້ວ່າ ຄົນຮ້າຍມີ 3 ຈຸດປະສົງ ຄື:

ລ້າງແຄ້ນ, ລ້າງສະຖິຕິ ແລະ ເອົາຊີວິດໃຫ້ຄົບຕາມຈຳນວນໝາກດ້າມ ເຊິ່ງຕົວເລກໝາກດ້າມ ແມ່ນມີປະມານ 64 ໝາກ ( ຕາມຂໍ້ມູນທີ່ໄດ້ຈາກ ຜົນການສອບສວນຂອງ ເຈົ້າໜ້າທີ່ ຫຼັງຈາກທີ່ຈັບຕົວ ຜູ້ກ່ຽວ ໄດ້ ໃນວັນທີ 16 ມິຖຸນາ 2006 ).

ຫຼາຍຄົນກໍເຄີຍຫຼິ້ນໝາກດ້າມ ກັບ ທ້າວ Alexander Pichushkin ກ່ອນໜ້າທີ່ຈະເສຍຊີວິດ ຍ້ອນວ່າບໍ່ເຄີຍສົນໃຈວ່າ ຜູ້ກ່ຽວ ຈະເປັນຄາດຕະກອນໂຫດ, ເຊິ່ງພວກເຂົາຄິດວ່າ ເປັນຜູ້ຊາຍຄົນໜຶ່ງທີ່ຕິດການຫຼິ້ນໝາກດ້າມ ເທົ່ານັ້ນ ແລະ ກຳລັງອາໄສພັກຢູ່ໃນສວນສາທາລະນະ.

ຕາມການລາຍງານສະພາບການຂອງ ທະນາຍຄວາມ ສານປະຊາຊົນ ນະຄອນຫຼວງມົດສະກູ ຈຶ່ງໃຫ້ຮູ້ວ່າ:

ຜູ້ກ່ຽວ ເຄື່ອນໄຫວລົງມືຄາດຕະກຳທຸກກໍລະນີ ແມ່ນກໍ່ເຫດໃນຂົງເຂດພາຍໃນສວນສາທາລະນະ ບິສຊາ ທາງທິດຕາເວັນຕົກສຽງເໜືອຂອງ ນະຄອນຫຼວງມົດສະກູ; ສ່ວນອຸປະກອນທີ່ ຜູ້ກ່ຽວ ໃຊ້ລົງມື ສ່ວນຫຼາຍແມ່ນຄ້ອນຕີ ຫຼື ທ່ອນເຫຼັກ, ຮູບການຄາດຕະກຳ ຜູ້ກ່ຽວ ຈະໃຊ້ເຫຼັກຕີທີ່ຫົວຂອງຜູ້ຖືກເຄາະຮ້າຍ ຈົນມຸ່ນອຸ້ຍປຸ້ຍ ແລະ ເສຍຊີວິດຄາທີ່ທັງໝົດ.

ຢ້ອນຮອຍຄະດີຄາດຕະກຳໂຫດ ໃນສວນສາທາລະນະມົດສະກູ ທີ່ສະເທືອນຂວັນຊາວລັດເຊຍ ມາດົນຫຼາຍປີ
ຢ້ອນຮອຍຄະດີຄາດຕະກຳໂຫດ ໃນສວນສາທາລະນະມົດສະກູ ທີ່ສະເທືອນຂວັນຊາວລັດເຊຍ ມາດົນຫຼາຍປີ

ໃນສະຖານທີ່ກໍ່ເຫດ, ບາງຄັ້ງ ຜູ້ກ່ຽວ ຍັງເຮັດລືມແກ້ວເຫຼົ້າໂວນກ້າ ປະເພດ Vles ນຳອີກ; ຈາກຫຼັກຖານດັ່ງກ່າວ ຈຶ່ງເຮັດໃຫ້ ນັກຈິດຕະສາດອາຍາ ຄົ້ນຄວ້າຈົນໄດ້ຜົນສະຫຼຸບວ່າ: ເຫດການຄາດຕະກຳ ທີ່ເກີດຂຶ້ນຫຼາຍກໍລະນີຜ່ານມານັ້ນ ແມ່ນມີຜູ້ລົງມືເປັນຄົນດຽວກັນ.

ເຊິ່ງຕາມການສັນນິຖານຂອງ ເຈົ້າໜ້າທີ່ ໃນເວລານັ້ນ ໃຫ້ຮູ້ວ່າ:

ຜູ້ກ່ຽວ ມີຈຸດປະສົງຄາດຕະກຳ ຍ້ອນຢາກໃຫ້ມີຕົວເລກຄົນເສຍຊີວິດຄົບຕາມຈຳນວນໝາກດ້າມ ໃນກະດານ ຫຼິ້ນຂອງຜູ້ກ່ຽວ ເທົ່ານັ້ນ ໂດຍບໍ່ມີຈຸດປະສົງຈະປຸ້ນເອົາຊັບສິນ ຫຼື ຈຸດປະສົງອື່ນ ຢ່າງແນ່ນອນ.

( ຕິດຕາມຕອນຕໍ່ໄປ… )