ຫຼາຍປະເທດໃນອາຊີ ປະເຊີນໜ້າ ໄພທຳມະຊາດ ເສຍຊີວິດລວມນັບຮ້ອຍຄົນ

0
1608
ປະເທດຈີນ ຖືກ ພາຍຸໄຕ້ຝຸ່ນເລກິມາ ທີ່ມີຄວາມໄວລົມສູງສຸດ 187 ກິໂລແມັດຕໍ່ຊົ່ວໂມງ ພັດຖະຫຼົ່ມ

ສຳນັກຂ່າວ ເອເອບພີ ລາຍງານ ໃນວັນທີ 11 ສິງຫາ ວ່າ: ສະຖານະການໄພພິບັດທາງທຳມະຊາດ ໃນທະວີບອາຊີ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຫຼາຍປະເທດ ເຊັ່ນ: ປະເທດຈີນ ຖືກ ພາຍຸໄຕ້ຝຸ່ນເລກິມາ ທີ່ມີຄວາມໄວລົມສູງສຸດ 187 ກິໂລແມັດຕໍ່ຊົ່ວໂມງ ພັດຖະຫຼົ່ມທາງທິດຕາເວັນອອກຂອງປະເທດ ຕັ້ງແຕ່ວັນທີ 10 ສິງຫາ ທີ່ຜ່ານມາ, ສົ່ງຜົນໃຫ້ມີຈຳນວນຜູ້ເສຍຊີວິດ ຢ່າງໜ້ອຍ 32 ຄົນ ແລະ ໃນຈຳນວນນີ້ 18 ຄົນ ເສຍຊີວິດຈາກເຫດດິນເຈື່ອນທັບຖົມ ໃນເຂດເຫວິນໂຈ ປະມານ 400 ກິໂລແມັດ ທາງໃຕ້ຂອງນະຄອນຊຽງໄຮ້.

ສະຖານະການໄພພິບັດທາງທຳມະຊາດ ໃນທະວີບອາຊີ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຫຼາຍປະເທດ

ທາງການທ້ອງຖິ່ນ ມົນທົນເຈີຈຽງ ຍັງປະກາດຢຸດບໍລິການຂົນສົ່ງມວນຊົນ ເຊິ່ງລວມທັງ ເຮືອຂ້າມຟາກ, ລົດໄຟ ແລະ ຖ້ຽວບິນບາງສ່ວນ ຂະນະທີ່ ໜ່ວຍກູ້ໄພ ລະດົມກຳລັງຕາມຫາ ຜູ້ຫາຍສາບສູນ ຈຳນວນ 18 ຄົນ; ສ່ວນທາງການ ມົນທົນຊານຕົງ ປະກາດເຕືອນໄພລະດັບສີແດງ, ແນະນຳໃຫ້ປະຊາຊົນ ຫຼີກລ່ຽງການເດີນທາງໃນພື້ນທີ່ສ່ຽງໄພ ນໍ້າຖ້ວມ ແລະ ດິນເຈື່ອນ ຫຼັງຈາກໄຕ້ຝຸ່ນເລກິມາ ເຄື່ອນທີ່ເຂົ້າເຂດມົນທົນຊານຕົງ.

ດ້ານສຳນັກຂ່າວ ຊິນຫົວ ລະບຸວ່າ:

ພື້ນທີ່ການກະສິກຳຫຼາຍກວ່າ 1,08 ລ້ານໄຮ່ ຖືກນໍ້າຖ້ວມຂັງ, ອາຄານບ້ານເຮືອນ ປະມານ 34.000 ຫຼັງ ໄດ້ຮັບຄວາມເສຍຫາຍ, ເບື້ອງຕົ້ນມີຄວາມເສຍຫາຍທາງເສດຖະກິດ ຄິດເປັນມູນຄ່າ 14.570 ລ້ານຢວນ.

ຂະນະດຽວກັນ, ສຳນັກຂ່າວ ອິນເດຍທູເດ ກໍໄດ້ລາຍງານ ສະຖານະການອຸທົກກະໄພຈາກພາຍຸຝົນ ລະດູມໍລະສຸມ ທີ່ຕົກລົງມາຢ່າງຮຸນແຮງໃນພື້ນທີ່ພາກຕາເວັນຕົກ ແລະ ພາກໃຕ້ຂອງອິນເດຍ ເຊິ່ງຢືດເຍື້ອມາດົນເກືອບ 2 ເດືອນ ຕັ້ງແຕ່ທ້າຍເດືອນມິຖຸນາ ທີ່ຜ່ານມາ ວ່າ: ມີຈຳນວນຜູ້ເສຍຊີວິດຈາກນໍ້າຖ້ວມຮຸນແຮງ ເພີ່ມຂຶ້ນເປັນຢ່າງໜ້ອຍ 170 ຄົນແລ້ວ.

ທາງການລັດເກຣລະ ທາງພາກໃຕ້ ລະບຸວ່າ:

ພົບຜູ້ເສຍຊີວິດເຖິງ 68 ຄົນ, ຂະນະທີ່ ໜ່ວນສຸກເສີນ ອົບພະຍົບປະຊາຊົນ ປະມານ 100.000 ຄົນ ໄປຍັງ ສູນລີ້ໄພຊົ່ວຄາວ ຫຼັງຈາກຝົນທີ່ຕົກຕໍ່ເນື່ອງ ເຮັດໃຫ້ເກີດດິນເຈື່ອນທັບຖົມຫຼາຍເຖິງ 80 ແຫ່ງ.

ສ່ວນ ລັດກອນນາດະກະ ມີຜູ້ເສຍຊີວິດ ປະມານ 24 ຄົນ ແລະ ອົບພະຍົບປະຊາຊົນໄປຍັງທີ່ຢູ່ປອດໄພແລ້ວ ຫຼາຍກວ່າ 235.000 ຄົນ.

ທາງດ້ານ ສຳນັກງານຈັດການໄພພິບັດແຫ່ງຊາດ ອິນເດຍ ປະກາດເຕືອນໄພຝົນຕົກຮຸນແຮງ ແລະ ລົມພັດແຮງ ໃນຫຼາຍພື້ນທີ່ທົ່ວປະເທດ.

ບໍ່ພຽງເທົ່ານັ້ນ, ຫຼາຍພື້ນທີ່ຂອງ ປາກິດສະຖານ ກໍປະເຊີນກັບ ນໍ້າຖ້ວມຈາກຝົນຕົກໜັກ ເຊັ່ນກັນ ໂດຍສະເພາະ ຢູ່ທີ່ນະຄອນກາຣາຈີ ມີຝົນຕົກໜັກຫຼາຍກວ່າ 180 ມິນລີແມັດ, ເກີດນໍ້າຖ້ວມກະທັນຫັນ ແລະ ມີຜູ້ເສຍຊີວິດແລ້ວ 17 ຄົນ.

ທາງດ້ານມຽນມາ ກໍໄດ້ສົ່ງທະຫານລົງພື້ນທີ່ ເພື່ອຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຄວາມເດືອນຮ້ອນຈາກນໍ້າຖ້ວມ ແລະ ດິນເຈື່ອນ ໃນລັດມອນ ຈາກຝົນຕົກໜັກຕໍ່ເນື່ອງ ຕັ້ງແຕ່ວັນທີ 9 ສິງຫາ ທີ່ຜ່ານມາ ຂະນະທີ່ຈຳນວນຜູ້ເສຍຊີວິດ ເພີ່ມເປັນ 52 ຄົນແລ້ວ ແລະ ຜູ້ຫາຍສາບສູນ ອີກຫຼາຍສິບຄົນ.

ທາງດ້ານ ທ່ານ ເຮນຣີ ວານ ທຽວ ຮອງປະທານາທິບໍດີ ມຽນມາ ອອກເດີນທາງຢ້ຽມຢາມ ຜູ້ປະສົບໄພດິນເຈື່ອນ ທີ່ໝູ່ບ້ານໃນເມືອງປອງ ພ້ອມທັງສັນຍາວ່າ ຈະເລັ່ງລະດົມການຊ່ວຍເຫຼືອ ແລະ ການບັນເທົາທຸກແກ່ປະຊາຊົນ ໃນພື້ນທີ່ນໍ້າຖ້ວມ ແລະ ດິນເຈື່ອນ ໂດຍໄວ.

ນໍ້າຖ້ວມໜັກ ອົບພະຍົບໜີນໍ້າ ທັງຄົນທັງສັດ
ສະຖານະການໄພພິບັດທາງທຳມະຊາດ ໃນທະວີບອາຊີ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຫຼາຍປະເທດ
ສະຖານະການໄພພິບັດທາງທຳມະຊາດ ໃນທະວີບອາຊີ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຫຼາຍປະເທດ