ເຫດການຄາດຕະກຳໂຫດ ທີ່ສ້າງຄວາມກັງວົນໃຫ້ຊາວມົດສະກູ ມາດົນຫຼາຍປີ ຄີ່ຄາຍແລ້ວ
ເຫດການຄາດຕະກຳໂຫດ ທີ່ສ້າງຄວາມກັງວົນໃຫ້ຊາວມົດສະກູ ມາດົນຫຼາຍປີ ຄີ່ຄາຍແລ້ວ

ຕາມການເຫຼົ່າຂອງຄົນທີ່ໂຊກດີຕໍ່ ການຖືກລໍ້ໄປຄາດຕະກຳຈາກ ຄາດຕະກອນໂຫດ ລາຍນີ້ ໃຫ້ຮູ້ວ່າ:

ຕົນເອງ ກໍເຄີຍໄດ້ຮັບຄຳເຊີນຈາກ ຜູ້ກ່ຽວ ( ຄາດຕະກອນໂຫດ ) ໃຫ້ໄປນັ່ງກິນເຫຼົ້າ ໂດຍຜູ້ກ່ຽວອ້າງວ່າ ໝາທີ່ຕົນເອງຮັກທີ່ສຸດ ຖືກຄົນລັກໄປ ຈຶ່ງມີຄວາມເສົ້າໃຈ ແລະ ຢາກມີໝູ່ມານັ່ງກິນເຫຼົ້ານຳ ແຕ່ຕົນເອງກ່າວປະຕິເສດ ເພາະຫຍຸ້ງວຽກ ແລະ ເວລາຕໍ່ມາບໍ່ດົນ ກໍໄດ້ຍິນຂ່າວວ່າ ເກີດເຫດຄາດຕະກຳຂຶ້ນ ໃນບໍລິເວນໃກ້ຄຽງທີ່ ຜູ້ກ່ຽວ ມາຊວນໄປນັ່ງກິນເຫຼົ້ານຳ ແລະ ນີ້ກໍເປັນຫຼັກຖານທີ່ສຳຄັນທີ່ບອກໃຫ້ຮູ້ເຖິງ ຮູບການລົງມືຂອງຄາດຕະກຳໂຫດນີ້.

ຈາກຂໍ້ມູນດັ່ງກ່າວ ເຈົ້າໜ້າທີ່ຕຳຫຼວດ ໄດ້ອອກຄຳສັ່ງຕິດຕາມຈັບຕົວ ຜູ້ກ່ຽວ ໃນທົ່ວສາລະທິດ ແຕ່ກໍບໍ່ສາມາດຈັບຕົວໄດ້ ເພາະວ່າ ຜູ້ກ່ຽວ ມີການປ່ຽນຊົງຜົມໃໝ່ຢູ່ທຸກມື້.

ລວມທັງ ກຸ່ມທີມງານດຽວກັນທີ່ ຫ້າງສັບພະສິນຄ້າ ທີ່ ທ້າວ Alexander Pichushkin ເປັນພະນັກງານຢູ່ນັ້ນ ກໍບໍ່ມີໃຜຮູ້ ແລະ ກໍບໍ່ຄາດຄິດວ່າ ຜູ້ກ່ຽວ ແມ່ນຄາດຕະກອນໂຫດ.

ທ້າວ Alexander Pichushkin ເປັນຄົນຄັບແຄບ ບໍ່ຄ່ອຍມີໝູ່ເພື່ອນທີ່ສະນິດ, ເປັນຄົນມັກຟັງເພງແບບແຮງໆ ເຊັ່ນ: ຮິບຮ໋ອບ, ແດນສ໌ ແລະອື່ນໆ, ຜູ້ກ່ຽວ ເປັນຄົນມີນິດໄສມັກລ້າງມື ເມື່ອຈັບວັດຖຸສິ່ງຂອງໃດໜຶ່ງຈະມັກລ້າງມືທັນທີ.

ຄັ້ງໜຶ່ງໃນມົດສະກູ ກັບ ຄະດີຄາດຕະກຳໂຫດ ທີ່ສະເທືອນຂວັນຊາວເມືອງ ມາຈົນປັດຈຸບັນ
ຄັ້ງໜຶ່ງໃນມົດສະກູ ກັບ ຄະດີຄາດຕະກຳໂຫດ ທີ່ສະເທືອນຂວັນຊາວເມືອງ ມາຈົນປັດຈຸບັນ

1 ໃນ 3 ຂອງຜູ້ຍິງ ທີ່ຜູ້ກ່ຽວລົງມືຄາດຕະກຳ ສາມາດແລ່ນຫຼົບໜີລອດຊີວິດໄດ້ ແລະ ທີ່ຈິງແລ້ວ ຍ້ອນການລອດຕາຍຂອງຜູ້ຍິງຄົນດັ່ງກ່າວ ຈຶ່ງເປັນສາເຫດຫຼັກທີ່ສາມາດຮູ້ໄດ້ເຖິງ ຕົວຜູ້ກໍ່ເຫດນີ້; ຮູບການ ແລະ ເລ່ລ່ຽມລອບຄາດຕະກຳຂອງ ຜູ້ກ່ຽວ ແມ່ນຫຼັງຈາກທີ່ເຊີນຜູ້ຍິງທີ່ເປັນສາວງາມ ໄປຍ່າງເລາະຫຼິ້ນແຖວສວນສາທາລະນະ ແລະ ເມື່ອມີໂອກາດ ຜູ້ກ່ຽວ ຈະຫຼອນເອົາຄ້ອນຕີ ຕີຫົວຜູ້ຖືກເຄາະຮ້າຍຈົນລົ້ມລົງ ແລ້ວຕີຊໍ້າຈົນເສຍຊີວິດຢູ່ທີ່ນັ້ນ.

ກ່ອນໜ້າທີ່ຈະເກີດເຫດ, ຜູ້ຍິງທີ່ຖືກເຄາະຮ້າຍນັ້ນ ໄດ້ບອກເບີໂທລະສັບຂອງຜູ້ຊາຍຄົນດັ່ງກ່າວ ໃຫ້ ພໍ່ – ແມ່ ຮູ້ນຳ ເພາະເປັນຄົນທີ່ຫາກໍຮູ້ຈັກກັນ; ຈາກນັ້ນ, ຜູ້ເປັນພໍ່ໄດ້ໄປແຈ້ງຕຳຫຼວດ ເພື່ອໄປກວດຄົ້ນເບິ່ງສະຖານທີ່ພັກເຊົາຂອງ ຜູ້ກ່ຽວ ແລະ ເຈົ້າໜ້າທີ່ ກໍສາມາດກວດເຫັນອາວຸດ ທີ່ຜູ້ກ່ຽວໃຊ້ກໍ່ເຫດ ເຊັ່ນ: ຄ້ອນຕີ, ທ່ອນເຫຼັກ ແລະ ທີ່ສຳຄັນ, ການສັນນິຖານຂອງ ເຈົ້າໜ້າທີ່ຕຳຫຼວດ ທີ່ກ່າວໄວ້ກ່ອນໜ້ານີ້ ແມ່ນຖືກຕ້ອງທຸກຢ່າງ ໂດຍສະເພາະ ແມ່ນຜົນສັນນິຖານວ່າ ຜູ້ກໍ່ເຫດ ອາດມີອາຍຸບໍ່ເກີນ 35 ປີ.

ການກະທຳທີ່ ຜູ້ກ່ຽວ ເນັ້ນໃສ່ທຳຮ້າຍຜູ້ຖືກເຄາະຮ້າຍ ແມ່ນບໍລິເວນຫົວນັ້ນ ອາດເປັນຍ້ອນ ຜູ້ກ່ຽວ ມີປົມດ້ອຍຕັ້ງແຕ່ນ້ອຍ, ເຊິ່ງເມື່ອຜູ້ກ່ຽວ ອາຍຸ 4 ປີ ຜູ້ກ່ຽວ ເກີດອຸບັດຕິເຫດຕົກຈາກຕັ່ງໂສ້ ເຮັດໃຫ້ຫົວສັກລົງໃສ່ພື້ນ ຕ້ອງໄດ້ນອນປິ່ນປົວຢູ່ໂຮງໝໍ ເປັນເວລາຍາວ ແລະ ກໍໄດ້ສົ່ງຜົນຕໍ່ການສຶກສາຂອງ ຜູ້ກ່ຽວ ໃນໄລຍະຕໍ່ມາ.

ຄະດີຄາດຕະກຳໂຫດ ໃນມົດສະກູ ເປັນຝີມືຂອງ ທ້າວ Alexander Pichushkin
ຄະດີຄາດຕະກຳໂຫດ ໃນມົດສະກູ ເປັນຝີມືຂອງ ທ້າວ Alexander Pichushkin

ມາຮອດປີ 1989, ຜູ້ກ່ຽວ ອາຍຸໄດ້ 15 ປີ, ຜູ້ກ່ຽວ ຕ້ອງໄດ້ເຂົ້າໂຮງໝໍເພື່ອປິ່ນປົວ ກ່ຽວກັບ ໂລກປະສາດ ເປັນເວລາຫຼາຍປີ ເພາະວ່າ ຜູ້ກ່ຽວ ມີອາການເຈັບຫົວ ຢ່າງແຮງ; ດັ່ງນັ້ນ, ຜູ້ກ່ຽວ ຈຶ່ງພາດຕໍ່ການເສັງເຂົ້າເປັນທະຫານ ແລະ ຫຼັງຈາກອອກຈາກໂຮງໝໍ, ຜູ້ກ່ຽວ ກໍເລີ່ມມີອາການຕິດເຫຼົ້າ ແລະ ເລີ່ມມີເລ່ລ່ຽມຊອກຫາເຫຍື່ອມາລົງມື.

ພາຍຫຼັງທີ່ ເຈົ້າໜ້າທີ່ ໄດ້ຈັບຕົວ ຜູ້ກ່ຽວ ມາສອບສວນ ແລະ ປະກອບສຳນວນສົ່ງ ໄອຍະການ ແລະ ສານ ໄດ້ພິຈາລະນາຕັດສິນ ຕັດອິດສະຫຼະພາບ ຜູ້ກ່ຽວ ຕະຫຼອດຊີວິດ ໃນວັນທີ 24 ຕຸລາ 2007; ຈາກນັ້ນມາ, ຈຶ່ງເຮັດໃຫ້ປະຊາຊົນໃນເຂດນັ້ນ ໂລ່ງໃຈ ແລະ ບໍ່ມີຄວາມຄິດຢ້ານກົວຕໍ່ ຄາດຕະກອນໂຫດ ລາຍນີ້ ອີກຕໍ່ໄປ.

( ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ )