ໃນລະຫວ່າງວັນທີ 3-4 ສິງຫາ 2019 ພະຍຸວິພາພັດເຂົ້າມາເຂດພາກ ເໜືອຂອງລາວໄດ້ເຮັດໃຫ້ຫຼາຍເມືອງໄດ້ຮັບຜົນກະທົບຢ່າງໜັກໜ່ວງພໍສົມຄວນ; ໂດຍເລີ່ມຈາກແຂວງຫົວພັນ, ຫຼວງພະບາງ, ຊຽງຂວາງ ແລະ ບໍ່ແກ້ວ ຄວາມ ເສຍຫາຍສ່ວນໃຫຍ່ມາຈາກດິນເຊາະ ເຈື່ອນທັບຖົມເຮືອນຂອງປະຊາຊົນ, ເສັ້ນທາງເປ່ເພ ແລະ ຂົວຫຼາຍແຫ່ງຖືກໄມ້ລົ້ມທັບເປ່ເພບໍ່ສາມາດຂ້າມໄປຫາກັນໄດ້ລະຫວ່າງບ້ານຕໍ່ບ້ານລໍຖ້າການສ້ອມແປງ.

ພະຍຸວິພາ ສ້າງຜົນກະທົບໃຫ້ເສັ້ນທາງຫຼາຍແຂວງພາກເໜືອ
ພະຍຸວິພາ ສ້າງຜົນກະທົບໃຫ້ເສັ້ນທາງຫຼາຍແຂວງພາກເໜືອ

ທ່ານ ຮຸ່ງອາລຸນ ບຸນທະເມືອງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ລາຍງານວັນທີ 7 ສິງຫາ ຜ່ານມາວ່າ:

ຫົວພັນໄດ້ຮັບຜົນກະທົບ ຈາກພະຍຸວິພາພັດຫຼາຍເມືອງເຊັ່ນ: ເມືອງວຽງໄຊ, ຊຳໃຕ້, ຊຳເໜືອ ແລະ ເມືອງຫົວເມືອງ; ສ່ວນເມືອງທີ່ໄດ້ຮັບຜົນກະທົບໜັກວ່າ ເມືອງອື່ນ ຄື: ເມືອງວຽງໄຊ ເສັ້ນທາງລະຫວ່າງບ້ານພູນ ໃໝ່-ບ້ານຄໍານາງຖືກນໍ້າເຊາະເຈື່ອນ ແລະ ຂົວຫັກ 3 ແຫ່ງ ມີບາງບ້ານບໍ່ສາມາດໄປໄດ້ດ້ວຍລົດ, ສ່ວນເສັ້ນທາງ ແຫ່ງຊາດເຂດເມືອງຊຳໃຕ້ອອກສູ່ຊາຍແດນຫວຽດນາມ ບາງແຫ່ງຖືກດິນທັບຖົມຍັງປະເມີນຄວາມເສຍຫາຍບໍ່ທັນໄດ້, ປັດຈຸບັນໜ່ວຍງານກ່ຽວຂ້ອງຮ່ວມ ກັບອຳນາດການປົກທ້ອງຖິ່ນໄດ້ທຳການສ້ອມແປງບ່ອນທີ່ເສຍຫາຍແລ້ວຢູ່ບາງແຫ່ງຄາດວ່າຈະໃຊ້ເວລາດົນພໍສົມຄວນໃນການສ້ອມແປງເນື່ອງຈາກຕ້ອງໄດ້ອາໄສງົບປະມານຈາກຂັ້ນເທິງ.

ພະຍຸວິພາ ສ້າງຜົນກະທົບໃຫ້ເສັ້ນທາງຫຼາຍແຂວງພາກເໜືອ
ພະຍຸວິພາ ສ້າງຜົນກະທົບໃຫ້ເສັ້ນທາງຫຼາຍແຂວງພາກເໜືອ

ທ່ານ ເສັງ ທະນູສັກ ຮອງຫົວໜ້າພະ ແນກໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພະບາງໃຫ້ຮູ້ວ່າ:

ລະບົບພື້ນຖານ ໂຄງລ່າງ, ໄຟຟ້າ, ນໍ້າປະປາ, ຂົວ 3 ແຫ່ງ ແລະ ຖະໜົນຫົນທາງເທດສະບານເມືອງ ນານ ໄດ້ຮັບຄວາມເສຍຫາຍຢ່າງໜັກ ປັດຈຸບັນກຳລັງເຂົ້າໄປເກັບກຳຂໍ້ມູນພາກສະໜາມ ແລະ ເຂົ້າໄປແກ້ໄຂບາງແຫ່ງ ໃຫ້ພໍສາມາດໄປ-ມາໄດ້ຊົ່ວຄາວໄດ້ ສ່ວນ ເມືອງອື່ນໆໃນແຂວງຫຼວງພະບາງຍັງບໍ່ມີການລາຍງານຄວາມເສຍຫາຍເທື່ອ.

ພະຍຸວິພາ ສ້າງຜົນກະທົບໃຫ້ເສັ້ນທາງຫຼາຍແຂວງພາກເໜືອ
ພະຍຸວິພາ ສ້າງຜົນກະທົບໃຫ້ເສັ້ນທາງຫຼາຍແຂວງພາກເໜືອ

ທ່ານ ສົມພອນ ສີອາໄພ ຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຊຽງຂວາງ ລາຍງານວ່າ:

ໄລຍະວັນ ທີ 3-4 ສິງຫາ ຊຽງຂວາງໄດ້ຮັບຜົນກະທົບເຊັ່ນດຽວກັບແຂວງໃກ້ຄຽງທີ່ພະຍຸວິພາພັດເຂົ້າເຖິງສ້າງຜົນກະທົບຢູ່ 4 ເມືອງ ຄື: ເມືອງພູກູດ, ເມືອງແປກ, ເມືອງຄຳ ແລະ ເມືອງໜອງແຮດ ຄວາມເສຍຫາຍສ່ວນໃຫຍ່ແມ່ນຜົນຜະລິດກະ ສິກຳຂອງປະຊາຊົນ, ຖະໜົນຫົນທາງ ເຂດທ້ອງຖິ່ນ, ຂົວເປ່ເພຈາກການພັດ ຊຸຂອງກະແສນ້ຳທີ່ໄຫຼມາແຮງຈາກຍອດນ້ຳງື່ມ.

ສ່ວນແຂວງອື່ນທີ່ຢູ່ໃນລາຍຊື່ແຂວງພາກເໜືອປະກອບມີ: ແຂວງບໍ່ແກ້ວ, ອຸດົມໄຊ, ຫຼວງນ້ຳທາ ແລະ ແຂວງຜົ້ງ ສາລີ ຕາມການສອບຖາມຂະແໜງການທີ່ກ່ຽວຂ້ອງເຫັນວ່າບໍ່ໄດ້ຮັບຜົນກະທົບຫຼາຍປານໃດ; ແຕ່ສຳລັບແຂວງທີ່ໜ້າເປັນ ຫ່ວງຄາດວ່າຈະໃຊ້ງົບປະມານຈຳນວນຫຼາຍໃນການສ້ອມແປງພື້ນຖານໂຄງລ່າງ ໃຫ້ກັບຄືນສູ່ສະພາບເດີມໃນຄັ້ງນີ້ກໍຄື ເມືອງນານ ແຂວງຫຼວງພະບາງ ແລະ ເມືອງວຽງໄຊ, ເມືອງຊຳໃຕ້ ແຂວງຫົວ ພັນ.