ບັນຫາທີ່ພົ້ນເດັ່ນ ໃນນະຄອນຫຼວງ ຍັງແມ່ນ ການລັກລອບຄ້າຂາຍຢາເສບຕິດ
ບັນຫາທີ່ພົ້ນເດັ່ນ ໃນນະຄອນຫຼວງ ຍັງແມ່ນ ການລັກລອບຄ້າຂາຍຢາເສບຕິດ

ສະພາບ ການລັກລອບຄ້າຂາຍຢາເສບຕິດ ໃນນະຄອນຫຼວງວຽງຈັນ ເຫັນວ່າ: “ ຍັງພົ້ນເດັ່ນ ” ເຊິ່ງທາງ ເຈົ້າໜ້າທີ່ຕໍາຫຼວດ ກໍໄດ້ເອົາໃຈໃສ່ສະກັດກັ້ນ ແລະ ປາບປາມ ຢ່າງຈິ່ງຈັງ ຈົນສາມາດຈັບຕົວພວກລັກລອບຄ້າຂາຍ ໄປດໍາເນີນຄະດີຕາມກົດໝາຍ ບໍ່ເວັ້ນໃນແຕ່ລະວັນ, ແຕ່ສ່ວນຫຼາຍ ກໍເປັນພຽງພວກເປົ້າໝາຍຄ້າຂາຍລາຍຍ່ອຍ ເທົ່ານັ້ນ; ສະນັ້ນ, ມັນຈຶ່ງເຮັດໃຫ້ ສະພາບຢາເສບຕິດ ຢູ່ນະຄອນຫຼວງວຽງຈັນ ບໍ່ມີທ່າທີຫຼຸດລົງ ແຕ່ກັບຍິ່ງມີລັກສະນະຂະຫຍາຍຕົວ ແລະ ຮຸນແຮງຂຶ້ນໄປເລື້ອຍໆ, ເຊິ່ງບັນຫານີ້ ກໍໄດ້ເຮັດໃຫ້ສັງຄົມ ບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ໃນຄວາມເປັນຈິງ ໃນໄລຍະຜ່ານມາ, ການສະກັດກັ້ນ ແລະ ປາບປາມຢາເສບຕິດ ຂອງ ເຈົ້າໜ້າທີ່ ພະແນກວິຊາສະເພາະ ແລະ ບັນດາເມືອງ ໃນອ້ອມຂ້າງ ນະຄອນຫຼວງວຽງຈັນ ເຫັນວ່າ:

ສ່ວນຫຼາຍ ກໍຈັບໄດ້ແຕ່ ເປົ້າໝາຍເສບ ແລະ ຄ້າຂາຍຍ່ອຍ, ບຸກຄົນທີ່ຈັບໄດ້ຈໍານວນຫຼາຍ ກໍເປັນ ຜູ້ຖືກຫາ ຫຼື ນັກໂທດ ທີ່ເຄີຍພົວພັນກັບຢາເສບຕິດ ແລະ ຄະດີອື່ນໆມາກ່ອນແລ້ວ; ສ່ວນ ຜູ້ທີ່ເປັນຫົວໂປ່ໂຕການ ຫຼື ພວກຄ້າຂາຍລາຍໃຫຍ່ ແມ່ນຍັງບໍ່ສາມາດຈັບຕົວໄປໄປດໍາເນີນຄະດີໄດ້ ຫຼື ຈັບໄດ້ກໍມີພຽງເລັກໜ້ອຍ.

ສະພາບ ການລັກລອບຄ້າຂາຍຢາເສບຕິດ ໃນນະຄອນຫຼວງວຽງຈັນ ເຫັນວ່າ: “ ຍັງພົ້ນເດັ່ນ ”
ສະພາບ ການລັກລອບຄ້າຂາຍຢາເສບຕິດ ໃນນະຄອນຫຼວງວຽງຈັນ ເຫັນວ່າ: “ ຍັງພົ້ນເດັ່ນ ”

ດັ່ງນັ້ນແລ້ວ, ຈຶ່ງເຮັດໃຫ້ມີຫາງສຽງສັງຄົມຈົມວ່າ ຈາກປະຊາຊົນ ຢູ່ແຕ່ລະບ້ານ, ເມືອງຂ້ອມຂ້າງ ໜາຫູວ່າ: ເປັນຫຍັງສະພາບຢາເສບຕິດ ຢູ່ນະຄອນຫຼວງວຽງຈັນ ຄືບໍ່ໄດ້ຮັບການແກ້ໄຂ ຢ່າງຈິງຈັງ, ເຖິງຈະແກ້ໄຂໄດ້ຈໍານວນຫຼາຍ ກໍເປັນພຽງພວກລັກລອບເສບ, ຄ້າຂາຍຍ່ອຍຕາມບ້ານ ແລະ ເຂດຊຸມຊົນ, ຢາເສບຕິດມາແຕ່ໃສ, ພວກຫົວໂປ່ໂຕການ ຄືຈັບໂຕບໍ່ໄດ້ ຫຼື ເຈົ້າໜ້າທີ່ ມີສ່ວນພົວພັນຈຶ່ງຈັບບໍ່ໄດ້.

ຕໍ່ກັບບັນດາຄໍາຖາມສົງໄສດັ່ງກ່າວ ບໍ່ແມ່ນແຕ່ສັງຄົມຢາກຮູ້ ເທົ່ານັ້ນ, ແຕ່ໃນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຊຸດທີ I ຂອງ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໃນທ້າຍເດືອນກໍລະກົດ ຜ່ານມາ ບັນດາສະມາຊິກສະພາ ແຕ່ລະເຂດເລືອກຕັ້ງ ຂອງນະຄອນຫຼວງວຽງຈັນ ກໍໄດ້ຊັກຖາມ ເຊັ່ນກັນ ວ່າ: ຍ້ອນຫຍັງ ບັນຫາຢາເສບຕິດ ເຈົ້າໜ້າທີ່ ຈຶ່ງສາມາດແກ້ໄຂໄດ້ແຕ່ລາຍຍ່ອຍ ແລະ ບັນຫາອື່ນໆ.

ບັນຫານີ້, ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຊີ້ແຈງຄໍາຊັກຖາມຂອງ ສະມາຊິກສະພາ ຕໍ່ກັບ ກອງປະຊຸມດັ່ງກ່າວ ໃນວັນທີ 26 ກໍລະກົດ 2019 ວ່າ:

ບັນຫາດັ່ງກ່າວ ໃນໄລຍະ 6 ເດືອນຕົ້ນປີ 2019, ເຈົ້າໜ້າທີ່ ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ປາບປາມ ຢ່າງຈິ່ງຈັງ ນັບທັງ ລາຍໃຫຍ່, ລາຍກາງ ແລະ ລາຍຍ່ອຍ ຢ່າງຕໍ່ເນື່ອງ; ໂດຍສະເພາະ ການແກ້ໄຂລາຍກາງ ແລະ ລາຍຍ່ອຍ, ທາງ ປກສ ນະຄອນຫຼວງວຽງຈັນ ແມ່ນໄດ້ສົມທົບກັບ ປກສ ເມືອງ ເປັນຜູ້ແກ້ໄຂ ແລະ ກໍສາມາດຈັບຕົວ ຜູ້ຖືກຫາ ໄດ້ຫຼາຍລາຍ ແລະ ຢຶດຢາເສບຕິດ ໄດ້ຫຼາຍລາຍການ.

+ ສ່ວນ ຜູ້ທີ່ເປັນຫົວໂປ່ໂຕການ ຫຼື ລາຍໃຫຍ່, ເຈົ້າໜ້າທີ່ ກໍສາມາດແກ້ໄຂໄດ້ ເຊັ່ນ:

  • ໃນວັນທີ 15 ກຸມພາ 2019, ເຈົ້າໜ້າທີ່ ຕໍາຫຼວດຈະລາຈອນ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ອອກປະຕິບັດໜ້າທີ່ຕາມເສັ້ນທາງ ຢູ່ຖະໜົນໄກສອນພົມວິຫານ ເຂດຫຼັກ 6 ໃນລະຫວ່າງນັ້ນ ໄດ້ກວດລົດ ໂຕໂຢຕ້າ ຟໍຈູນເນີ ສີຂາວ ບໍ່ມີປ້າຍທະບຽນ ພົບເຫັນຂອງກາງ ຢາບ້າ 7.072.000 ເມັດ.
  • ໃນວັນທີ 5 ມີນາ 2019, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ແກ້ໄຂຄະດີຊື້ – ຂາຍຢາເສບຕິດ ຢູ່ບ້ານນາຄູນນ້ອຍ ເມືອງນາຊາຍທອງ ກັກຕົວເປົ້າໝາຍໄດ້ 3 ຄົນ ພ້ອມຂອງກາງຢາບ້າ 204.600 ເມັດ, ຢາໄອ 1,5 ກິໂລກຼາມ.
  • ໃນວັນທີ 18 ມິຖຸນາ 2019, ແກ້ໄຂຄະດີຊື້ – ຂາຍຢາເສບຕິດ ຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ ກັກຕົວ 2 ຜົວ – ເມຍ ພ້ອມຂອງກາງ ເຮໂຣອິນ 20 ແທ່ງ, ຢາບ້າ 6 ມັດ ກັບ 9 ຖົງ ເທົ່າ 13.800 ເມັດ, ປືນກ໊ອກ 9 ມມ ພ້ອມກະສຸນ 36 ລູກ.
  • ວັນທີ 19 ກໍລະກົດ 2019, ແກ້ໄຂຄະດີຢາເສບຕິດ ຢູ່ເຮືອນພັກນັກກິລາ ດົງໂດກ ກັກຕົວຜູ້ຖືກຫາ ໄດ້ 3 ຄົນ ພ້ອມຂອງກາງຢາໄອ 9 ກິໂລກຼາມ.

ນີ້ກໍເປັນພຽງບາງຄະດີລາຍໃຫຍ່ ທີ່ແກ້ໄຂໄດ້ ແຕ່ບໍ່ໄດ້ນໍາສະເໜີ ແລະ ອອກຂ່າວຕາມສື່ຕ່າງໆ ໃຫ້ສັງຄົມໄດ້ຮັບຮູ້ ເນື່ອງຈາກຕ້ອງໄດ້ສືບຕໍ່ດໍາເນີນການສືບສວນ – ສອບສວນ ຂະຫຍາຍຜົນຫາ ຜູ້ຮ່ວມຂະບວນການນໍາກັນ.

ການລັກລອບຄ້າຂາຍຢາເສບຕິດ ທີ່ຈັບກຸມໄດ້ ຢູ່ບ້ານໜອງພະຍາ
ການລັກລອບຄ້າຂາຍຢາເສບຕິດ ທີ່ຈັບກຸມໄດ້ ຢູ່ບ້ານໜອງພະຍາ

ຢ່າງໃດກໍຕາມ, ຕໍ່ກັບ ບັນຫາຢາເສບຕິດ ເຈົ້າໜ້າທີ່ ຕໍາຫຼວດຂັ້ນພະແນກ ແລະ ເມືອງ ກໍບໍ່ໄດ້ລົດລະຄວາມພະຍາຍາມໃນການແກ້ໄຂ ຢ່າງຈິງຈັງ, ເຖິງວ່າຈະຈັບຕົວໄດ້ແຕ່ພວກເສບ ແລະ ຂາຍຍ່ອຍ ກໍເປັນອີກວິທີໜຶ່ງໃນການແກ້ໄຂ ປະກົດຫານຫຍໍ້ທໍ້ ທຸກປະເພດ ໃນສະເພາະໜ້າ; ສ່ວນ ຜູ້ທີ່ເປັນຫົວໂປ່ໂຕການ ແມ່ນຈະໄດ້ສືບຕໍ່ດໍາເນີນການຄົ້ນຫາ ເພື່ອຈັບຕົວໄປດໍາເນີນຄະດີໃຫ້ໄດ້.

ສະນັ້ນ, ຢາກໃຫ້ ບັນຫາຢາເສບຕິດ ຫຼື ການລັກລອບຄ້າຂາຍຢາເສບຕິດ ຫຼຸດໜ້ອຍຖອຍລົງ ຫຼື ຈັບຫົວໂປ່ໂຕການໄດ້, ສັງຄົມ ຕ້ອງເປັນຫູເປັນຕາຊ່ວຍກັນ ໃນກໍລະນີທີ່ພົບເຫັນ ຫຼື ມີການສົງໄສວ່າມີ ການຄ້າຂາຍຢາເສບຕິດ ຕ້ອງລາຍງານ ເຈົ້າໜ້າທີ່-ທີ່ກ່ຽວຂ້ອງ ເພື່ອເຂົ້າແກ້ໄຂໂດຍໄວ.

ອີກຢ່າງໜຶ່ງ, ອໍານາດການປົກຄອງບ້ານ ກໍຕ້ອງເປັນເຈົ້າການໃນການຕິດການ ກວດກາຄົນເຂົ້າ – ອອກ, ຫຼຸດ – ເພີ່ມ ພາຍໃນບ້ານ ໃຫ້ຊັດເຈນ; ສ່ວນ ຜູ້ປົກຄອງ ກໍຕ້ອງສຶກສາອົບຮົມລູກຫຼານ ຢ່າງໃກ້ຊິດ, ຢ່າໃຫ້ໄປຫຍຸ້ງກ່ຽວກັບ ຢາເສບຕິດ ທີ່ເກືອດຫ້າມ ເພາະບໍ່ເຮັດໃຫ້ເຮົາດີຂຶ້ນ, ເຊິ່ງສິ່ງທີ່ກ່າວມາທັງໝົດນີ້ ກໍຄືເປົ້າໝາຍປະຕິບັດ ເພື່ອເຮັດໃຫ້ສັງຄົມມີ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.