ຫ້ອງການປົກຄອງບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ແລະ ເລືອກຕັ້ງນາຍບ້ານ ໃນວັນທີ 10 ສິງຫາ 2019 ໂດຍມີທ່ານ ບຸນປິງ ປັນຍາຈິດ ຮອງເຈົ້າເມືອງໆໄຊເສດຖາ, ມີຄະນະຈັດຕັ້ງເມືອງ, ຫ້ອງການພາຍໃນເມືອງ, ຄະນະສະຫະພັນແມ່ຍິງ, ສະຫະພັນນັກຮົບເກົ່າ, ນາຍບ້ານອ້ອມຂ້າງ ແລະ ພໍ່-ແມ່ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ກອງປະຊຸມ ບ້ານແສງສະຫວ່າງ ສະຫຼຸດວຽກງານ
ກອງປະຊຸມ ບ້ານແສງສະຫວ່າງ ສະຫຼຸດວຽກງານ

ທ່ານ ຈັນທະລັງສີ ຊາມຸນຕີ ນາຍບ້ານໆແສງສະຫວ່າງ ໃຫ້ຮູ້ວ່າ:

ໃນໄລຍະ 5 ປີ ຜ່ານມາ, ອົງການປົກຄອງບ້ານແສງສະຫວ່າງ ໄດ້ເຄື່ອນໄຫວ, ຊີ້ນຳ-ນຳພາ ບັນດາອົງ ການຈັດຕັ້ງຕ່າງໆ ແລະ ປະຊາຊົນພາຍໃນບ້ານປະຕິບັດຕາມແນວ ທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ລະບຽບກົດໝາຍຂອງລັດ ປະຊາຊົນພາຍໃນບ້ານ ມີຄວາມສາມັກຄີເປັນປຶກແຜ່ນ, ຖືເອົາວຽກ ງານການຈັດຕັ້ງພັກ ແລະ ອົງການຈັດຕັ້ງມະຫາຊົນເປັນຫຼັກ ໃນການ ຈັດຕັ້ງປະຕິບັດວຽກງານພາຍໃນບ້ານ; ປັບປຸງກຳລັງ ປກຊ-ປກສ ມີຄວາມໜັກແໜ້ນເຂັ້ມແຂງ, ສົມທົບກັບສາຍຕັ້ງ ບຳລຸງສິດໜ້າທີ່ ແລະ ແບບແຜນວິທີເຮັດວຽກ ຂອງ ປກສ ບ້ານ, ເຮັດວຽກຕົວຈິງ, ນຳພາເຮັດວຽກງານກວດກາ ເວນຍາມວັນບຸນ; ວັນຊາດ ແລະ ກອງປະຊຸມສຳຄັນຕ່າງໆ ມີຄວາມ ປອດໄພ 100%, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ພາຍໃນບ້ານ ເຊິ່ງສະແດງອອກຄື: ແກ້ໄຂຂໍ້ຂັດແຍ່ງພາຍໃນບ້ານ ໄລຍະ 5 ປີ ໄດ້ຮັບຄຳຮ້ອງຂໍຂອງ ຄູ່ກໍລະນີທັງໝົດ 127 ເລື່ອງ,ໃນນັ້ນ, ໜີ້ສິນ 59 ເລື່ອງ, ຜົວເມຍຜິດຖຽງກັນ 34 ເລື່ອງ, ຂໍ້ຂັດແຍ່ງທີ່ດິນ 15 ເລື່ອງ, ທຳຮ້າຍຮ່າງກາຍ 7 ເລື່ອງ, ລັກຊັບ ພົນ ລະເມືອງ 12 ເລື່ອງ ແລະ ສາມາດແກ້ໄຂໄດ້ 32 ເລື່ອງ; ນອກນັ້ນໄດ້ນຳພາພໍ່-ແມ່ປະຊາຊົນພາຍ ໃນບ້ານ ສ້າງຄອບຄົວແບບຢ່າງໃນການປະຕິບັດກົດໝາຍໃນປີ2018 ໄດ້ 593 ຄອບຄົວ, ໄດ້ມອບໃບຢັ້ງຢືນຄອບ ຄົວສາມັກຄີ 729 ຄອບຄົວ.

 ພິທີປ່ອນບັດເລືອກຕັ້ງ ນາຍບ້ານແສງສະຫວ່າງ
ພິທີປ່ອນບັດເລືອກຕັ້ງ ນາຍບ້ານແສງສະຫວ່າງ

ໃນຕອນທ້າຍຂອງພິທີ ໄດ້ມີການປ່ອນບັດເລືອກຕັ້ງເອົານາຍບ້ານ ໃນນັ້ນ ມີຜູ້ລົງສະໝັກ 3 ທ່ານ, ເລືອກເອົາ 1 ທ່ານ ຜ່ານການປ່ອນບັດເລືອກໄດ້ ທ່ານ ຈັນທະລັງສີ ຊາມຸນຕີ ເປັນນາຍບ້ານອີກວາລະໜຶ່ງ ເພື່ອສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນມີຄວາມໜັກແໜ້ນຮອບດ້ານ; ສຸມໃສ່ແກ້ໄຂປະກົດ ການຫຍໍ້ທໍ້ຕ່າງໆໃຫ້ຫຼຸດໜ້ອຍຖອຍລົງ ເຮັດໃຫ້ບ້ານມີຄວາມ ສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ.