ຍີ່ປຸ່ນ ກຽມຮັບມືກັບ ພາຍຸລະດູຮ້ອນ ກຣໍຊາ ທີ່ຈະພັດຖະຫຼົ່ມ ໃນໄລຍະວັນພັກຜ່ອນ ເທດສະການ ໂອບົງ
ຍີ່ປຸ່ນ ກຽມຮັບມືກັບ ພາຍຸລະດູຮ້ອນ ກຣໍຊາ ທີ່ຈະພັດຖະຫຼົ່ມ ໃນໄລຍະວັນພັກຜ່ອນ ເທດສະການ ໂອບົງ

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 14 ສິງຫາ ວ່າ: ຍີ່ປຸ່ນ ກຽມຮັບມືກັບ ພາຍຸລະດູຮ້ອນ ກຣໍຊາ ທີ່ຈະພັດຖະຫຼົ່ມ ໃນໄລຍະທີ່ປະຊາຊົນເດີນທາງກັບເຂົ້າມາໃນເມືອງໃຫຍ່ ຫຼັງຈາກໄປຢ້ຽມຢາມບ້ານເກີດ ໃນໄລຍະວັນພັກຜ່ອນ ເທດສະການ ໂອບົງ ໂດຍຫຼ້າສຸດ ໄດ້ຍົກເລີກຖ້ຽວບິນ ແລະ ຢຸດການເດີນທາງດ້ວຍລົດໄຟຄວາມໄວສູງແລ້ວ ຫຼາຍຖ້ຽວ.

ລາຍງານ ລະບຸວ່າ: ໃນວັນທີ 14 ສິງຫາ, ສານການບິນ ເຈແປນ ແອລາຍ ໄດ້ຍົກເລີກຖ້ຽວບິນໃນປະເທດ 62 ຖ້ຽວບິນ ທັງຂາເຂົ້າ ແລະ ຂາອອກແລ້ວ ຈາກສະໜາມບິນ ມິຢາຊາກິ ແລະ ທາເນກາຊິມາ ແລະ ບາງຖ້ຽວບິນຂອງ ສະໜາມບິນ ອະມາມິ ເຊິ່ງຢູ່ທາງພາກໃຕ້ຂອງປະເທດ.

ຂະນະທີ່ ສາຍການບິນ ອອນນິບປອນ ແອລາຍ ໄດ້ຍົກເລີກ 34 ຖ້ຽວບິນ ທີ່ຈະບິນໄປຍັງ ສະໜ!ມບິນ ມິຢາຊາກິ, ສ່ວນຖ້ຽວບິນຂອງວັນທີ 15 ສິງຫາ ຈະພິຈາລະນາອີກຄັ້ງ; ສ່ວນ ການບໍລິການລົດໄຟ ສາຍຕາເວັນຕົກຂອງຍີ່ປຸ່ນ ໄດ້ຍົກເລີກ ການແລ່ນລົດໄຟ ຊິນຄັນເຊັນ ລະຫວ່າງ ນະຄອນໂອຊາກາ ກັບ ເມືອງທາງຕາເວັນຕົກສຽງໃຕ້ຂອງປະເທດ ໃນວັນທີ 15 ສິງຫາ.

ສຳນັກງານອຸຕຸນິຍົມວິທະຍາ ຍີ່ປຸ່ນ ລາຍງານວ່າ:

ພາຍຸກຣໍຊາ ຈະພັດຖະຫຼົ່ມ ເກາະຊິໂກກຸ ທາງທິດຕາເວັນຕົກສຽງໃຕ້ຂອງປະເທດ ໃນວັນທີ 15 ສິງຫານີ້ ໂດຍຈະເຮັດໃຫ້ມີຝົນຕົກໜັ, ພ້ອມນັ້ນ ກໍໄດ້ອອກປະກາດເຕືອນໄພ ນໍ້າຖ້ວມ ແລະ ດິນເຈື່ອນ ແລ້ວ.