ທ້າວອໍາພອນ ອາຍຸ 36 ປີ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຄີຍຖືກສານຕັດສິນມາແລ້ວ 1 ຄັ້ງ ຈຳຄຸກ 3 ປີ ຄະດີລັກຊັບພົນລະເມືອງ, ພາຍຫຼັງພົ້ນໂທດອອກມາ ຜູ້ກ່ຽວ ກໍບໍ່ມີທ່າທີຈະປ່ຽນແປງ ຍັງກະທຳຜິດອີກແບບເກົ່າ ຈຶ່ງຖືກ ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈັບຕົວໄປດຳເນີນຄະດີ ໃນຕົ້ນເດືອນກໍລະກົດ 2019 ເຊິ່ງຄັ້ງນີ້ ເປັນຄັ້ງທີ 2.

ຜ່ານການສອບສວນຂອງ ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ, ທ້າວ ອໍາພອນ ຮັບສາລະພາບວ່າ:

ຜູ້ກໍ່ເຫດ ຄະດີລັກຊັບພົນລະເມືອງ ເຊິ່ງລັກໄດ້ ລົດຈັກ ເວັບ 100 ສີແດງດໍາ
ຜູ້ກໍ່ເຫດ ຄະດີລັກຊັບພົນລະເມືອງ ເຊິ່ງລັກໄດ້ ລົດຈັກ ເວັບ 100 ສີແດງດໍາ

ໃນໄລຍະຜ່ານມາ, ຜູ້ກ່ຽວ ຍັງເຄີຍຖືກສານຕັດສິນຈຳຄຸກ 3 ປີ ຄະດີລັກຊັບພົນລະເມືອງ, ພາຍຫຼັງພົ້ນໂທດອອກຈາກ ການປະຕິບັດໂທດ ຜູ້ກ່ຽວ ໄດ້ເລີ່ມເສບຢາບ້າ ມາແຕ່ຕົ້ນປີ 2019 ພ້ອມທັງ ເຄື່ອນໄຫວລັກຊັບພົນລະເມືອງ ເພື່ອໄປຊື້ຢາບ້າມາເສບ.

+ ມາຮອດວັນທີ 3 ກໍລະກົດ, ໄດ້ຍ່າງໄປຕາມເສັ້ນທາງທ່າງ່ອນ ເພື່ອຊອກວຽກເຮັດ ແຕ່ພໍຍ່າງໄປຮອດບ້ານນາສ້ຽວ ເມືອງນາຊາຍທອງ ພົບເຫັນລົດຈັກ ເວັບ 100 ສີແດງດໍາ ມີກະແຈສຽບຄາຢູ່ ເຊິ່ງຈອດຢູ່ໜ້າເຮືອນ; ຜູ້ກ່ຽວ ກໍຍ່າງເຂົ້າໄປເບິ່ງ ແລະ ເມື່ອບໍ່ເຫັນຄົນ ຈຶ່ງລັກເອົາລົດຄັນດັ່ງກ່າວ ຂີ່ອອກໄປບ້ານໂນນບໍ່ແກ້ວ ເມືອງໄຊທານີ.

ທ້າວອໍາພອນ ອາຍຸ 36 ປີ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຄີຍຖືກສານຕັດສິນມາແລ້ວ 1 ຄັ້ງ ຈຳຄຸກ 3 ປີ ຄະດີລັກຊັບພົນລະເມືອງ
ທ້າວອໍາພອນ ອາຍຸ 36 ປີ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຄີຍຖືກສານຕັດສິນມາແລ້ວ 1 ຄັ້ງ ຈຳຄຸກ 3 ປີ ຄະດີລັກຊັບພົນລະເມືອງ

+ ຫຼັງຈາກນັ້ນ, ກໍກວດເບິ່ງເບາະລົດ ເຫັນເງິນຈໍານວນ 580.000 ກີບ, ໂທລະສັບຊໍາຊຸງ ເຈ 7 ຈໍານວນ 1 ໜ່ວຍ ແລະ ໂທລະສັບຕັ້ງໂຕ 1 ໜ່ວຍ, ປື້ມບັນຊີເງິນຝາກທະນາຄານ 2 ຫົວ, ບັດເອທີເອັມ – ບັດພີເອັດ ແລະ ທະບຽນລົດ ອອກຊື່ ທ້າວ ສີທົນ.

+ ຈາກນັ້ນ, ມື້ຕໍ່ມາ ຜູ້ກ່ຽວ ກໍຂີ່ລົດຈັກທີ່ລັກມາໄດ້ນັ້ນ ໄປຂາຍໃຫ້ ທ້າວ ວັນນາ ອາຍຸ 26 ປີ ຢູ່ບ້ານໂນນບໍ່ແກ້ວ ໃນລາຄາ 1.700.000 ກີບ ແລະ ໄດ້ປະມານ 10 ວັນ ກໍເອົາໂທລະສັບຊໍາຊຸງ ເຈ 7 ໄປຈໍາຢູ່ຮ້ານຂາຍໂທລະສັບຂອງ ທ້າວ ອາລີ້ ອາຍຸ 30 ປີ ສັນຊາດຈີນ ພັກເຊົາຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ ໃນລາຄາ 500.000 ກີບ.

+ ແລ້ວ 3 ມື້ຕໍ່ມາ, ຜູ້ກ່ຽວ ຈຶ່ງໄປບອກເຈົ້າຂອງຮ້ານວ່າ ບໍ່ໄຖ່ໂທລະສັບຄືນແລ້ວ, ເຈົ້າຂອງຮ້ານຈຶ່ງໄດ້ຕື່ມເງິນໃຫ້ອີກ ຈໍານວນ 100.000 ກີບ; ສ່ວນວ່າ ເອກະສານຕ່າງໆທີ່ຕິດມານໍາລົດ, ຜູ້ກ່ຽວ ໄດ້ຖິ້ມລົງນໍ້າເຂດບ້ານໂນນບໍ່ແກ້ວ.

ສຸດທ້າຍ ມາຮອດວັນທີ 24 ກໍລະກົດ, ທ້າວ ອຳພອນ ໄດ້ຂັບຂີ່ລົດຈັກເວັບ ໄປຫຼິ້ນຢູ່ບ້ານນາສ້ຽວ ຈຶ່ງຖືກ ເຈົ້າໜ້າທີ່ ກັກຕົວໄປດໍາເນີນຄະດີ.

ບັນຫາການລັກຊັບພົນລະເມືອງ ກໍເປັນອີກບັນຫາໜຶ່ງ ທີ່ເປັນປະກົດການຫຍໍ້ທໍ້ໃນສັງຄົມ
ບັນຫາການລັກຊັບພົນລະເມືອງ ກໍເປັນອີກບັນຫາໜຶ່ງ ທີ່ເປັນປະກົດການຫຍໍ້ທໍ້ໃນສັງຄົມ