ຂະນະທີ່ ເຈົ້າໜ້າທີ່ຕຳຫຼວດ ຫ້ອງຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ແຂວງຟູເຖາະ ກຳລັງເລັ່ງຕິດຕາມ ເປົ້າໝາຍ ຊື່ ທ້າວ ຫງວຽນແທ່ງນາມ ເກີດປີ 1985 ຢູ່ຄຸ້ມ 5 ຕາແສງຈຸ້ງຢາບ ເມືອງຟູນິ້ງ ແຂວງຟູເຖາະ, ເຊິ່ງເປັນ ເປົ້າໝາຍປຸ້ນຊັບທະນາຄານ ຢູ່ໜ່ວຍບໍລິການຂອງທະນາຄານແຫ່ງໜຶ່ງ ໃນເມືອງແທ້ງບາ ແຂວງຟູເຖາະ ໄດ້ເງິນໄປທັງໝົດ 527 ລ້ານດົ່ງ ແລ້ວເອົາຕົວຫຼົບໜີ.

ຜ່ານການຕິດຕາມເປົ້າໝາຍຂອງ ເຈົ້າໜ້າທີ່ ຕະຫຼອດ 36 ຊົ່ວໂມງ ຈຶ່ງສາມາດນຳຈັບຕົວຜູ້ກ່ຽວ ມາດຳເນີນຕາມລະບຽບກົດໝາຍໄດ້.

ເຊິ່ງຜູ້ລົງຊີ້ນຳ ຂະບວນການຕາມລ່າເປົ້າໝາຍ ໃນຄັ້ງນີ້ ແມ່ນ ພັອ ລິ້ວດຶກຕີງ ຮອງຫົວໜ້າກອງບັນຊາການຕຳຫຼວດ ແຂວງຟູເຖາະ ຜູ້ຊີ້ນຳວຽກງານ ອົງການສືບສວນ – ສອບສວນ ກອງບັນຊາການຕຳຫຼວດ ແຂວງ ແລະ ເປັນ ຫົວໜ້າຄະນະມ້າງລາຍຄະດີນີ້ ແລະ ພັທ ຟາມດິ່ງທີ ຫົວໜ້າຫ້ອງຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ແຂວງ ເປັນ ຮອງຫົວໜ້າຄະນະມ້າງລາຍຄະດີ ພ້ອມດ້ວຍ ພະນັກງານວິຊາສະເພາະ ທີ່ເປັນພະນັກງານຕິດຕາມເປົ້າໝາຍ ແລະ ວິຊາການອື່ນໆອີກຈຳນວນຫຼາຍຄົນ.

ຕໍ່ກັບ ການຈັດຕັ້ງປະຕິບັດຄຳສັ່ງຕາມລ່າ ເປົ້າໝາຍປຸ້ນຊັບທະນາຄານ ລາຍນີ້, ຕາງໜ້າຜູ້ຮັບຜິດຊອບ ໄດ້ເລົ່າວ່າ:

ໃນເບື້ອງຕົ້ນ, ຫຼັງຈາກໄດ້ຮັບການແຈ້ງຄວາມ ຈາກໜ່ວຍບໍລິການຂອງທະນາຄານ ວ່າ: ຖືກຄົນຮ້າຍປຸ້ນເອົາເງິນໄປ ຈຳນວນ 527 ລ້ານດົ່ງ.

  • ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ກວດກາສະຖານທີ່ເກີດເຫດ ຢ່າງລະອຽດ ພ້ອມທັງພະຍາຍາມເອົາຄຳໃຫ້ການຈາກຜູ້ເຫັນເຫດການ ແລະ ຢູ່ໃນເຫດການ, ເມື່ອໄດ້ຂໍ້ມູນທີ່ເຫັນວ່າ ມີວີ່ແວວແລ້ວ ເຈົ້າໜ້າທີ່ ຈຶ່ງເລັ່ງຕິດຕາມ ຜູ້ກໍ່ເຫດ ຕາມຮ່ອງຮອຍໂຕນໜີຂອງຜູ້ກ່ຽວທັນທີ.
ເຈົ້າໜ້າທີ່ ຕາມຈັບ ເປົ້າໝາຍປຸ້ນຊັບທະນາຄານ ໄດ້ພາຍໃນ 36 ຊົ່ວໂມງ ເຊິ່ງຄົນຮ້າຍ  ຊື່ ທ້າວ ຫງວຽນແທ່ງນາມ ເກີດປີ 1985
ເຈົ້າໜ້າທີ່ ຕາມຈັບ ເປົ້າໝາຍປຸ້ນຊັບທະນາຄານ ໄດ້ພາຍໃນ 36 ຊົ່ວໂມງ ເຊິ່ງຄົນຮ້າຍ ຊື່ ທ້າວ ຫງວຽນແທ່ງນາມ ເກີດປີ 1985

ຕາມການລາຍງານເຫດການທີ່ເກີດຂຶ້ນ ນາງ ຫງວຽນທິງາ ຮອງຫົວໜ້າໜ່ວຍບໍລິການ ກັບ ພະນັກງານທີ່ເຮັດວຽກຢູ່ຮ່ວມກັນ ເລົ່າວ່າ:

ເຫດເກີດເວລາປະມານ 10:30 ໂມງ ຂອງວັນທີ 31 ພຶດສະພາ 2019, ເຊິ່ງຢູ່ທີ່ບໍລິເວນໜ່ວຍບໍລິການ ແມ່ນບໍ່ມີຄ່ອຍມີຄົນກາຍໄປມາ ຫຼື ມາໃຊ້ບໍລິການ ແລະ ໃນຂະນະນັ້ນເອງ ກໍໄດ້ມີເປົ້າໝາຍທີ່ເປັນຊາຍ ນຸ່ງເສື້ອກັນຝົນສີຟ້າ, ໃສ່ຜ້າອັດປາກ, ໃສ່ໝວກກັນກະທົບສີປອນເງິນ ແລະ ຂັບຂີ່ລົດຈັກເວັບສີຟ້າ ມາຈອດທີ່ຕໍ່ໜ້າຫ້ອງການຂອງ ໜ່ວຍບໍລິການທະນາຄານ.

  • ຫຼັງຈາກຜູ້ກ່ຽວຈອດລົດ ກໍຍ່າງມຸ່ງໜ້າເຂົ້າມາທີ່ ຫ້ອງບໍລິການ ທັນທີ ແລ້ວຈົກເອົາມີດອອກມາຈີ້ຄໍ ນາງ ງາ ອີກມືໜຶ່ງຈົກເອົາອາວຸດປືນອອກມາ; ຈາກນັ້ນ, ຜູ້ກ່ຽວໄດ້ບັງຄັບ ພະນັກງານທີ່ປະຈຳຢູ່ຫ້ອງນັ້ນທັງ 2 ຄົນ ແລະ ຍ້ອນຄວາມຢ້ານກົວຕໍ່ອັນຕະລາຍທີ່ອາດແຕະຕ້ອງເຖິງຊີວິດ ພະນັກງານທັງໝົດ ຈຶ່ງຈຳເປັນຕ້ອງໄດ້ປະຕິບັດຕາມສັ່ງຂອງຜູ້ກ່ຽວ ໂດຍໄດ້ເອົາເງິນທີ່ມີໃຫ້ຜູ້ກ່ຽວໄປທັງໝົດ 527 ລ້ານດົ່ງ; ຫຼັງຈາກທີ່ໄດ້ເງິນແລ້ວ, ຜູ້ກ່ຽວກໍຮີບຮ້ອນເອົາຕົວຫຼົບໜີ ຢ່າງໄວວາ.

ເຫດການປຸ້ນຊັບຄັ້ງນີ້ ແມ່ນ ທ້າວ ແທ່ງ ເປັນຜູ້ກໍ່ເຫດ ເຊິ່ງເກີດຂຶ້ນໃນໄລຍະເວລາບໍ່ຮອດ 5 ນາທີ, ຜູ້ກ່ຽວ ມີ ການກະກຽມ ແລະ ວາງແຜນການມາ ຢ່າງລະອຽດ ກ່ອນຈະລົງມືປຸ້ນ. ສະນັ້ນ, ພະນັກງານພວກເຮົາ ຈຶ່ງບໍ່ສາມາດຕິດຕໍ່ ຫຼື ສົ່ງລາຍງານໃຫ້ ເຈົ້າໜ້າທີ່ ຢ່າງທັນເວລາ.

ພັຕ ຫງວຽນກວາງຮວ່າ ໃຫ້ຮູ້ຕື່ມ ວ່າ: ຈາກການກວດເບິ່ງພາບ ຢູ່ກ້ອງວົງຈອນປິດໃນສະຖານທີ່ເກີດເຫດ ແມ່ນບໍ່ສາມາດຮູ້ໄດ້ຕົວຜູ້ກໍ່ເຫດ ຢ່າງເຕັມສ່ວນ

ຜ່ານການເກັບກູ້ຫຼັກຖານ ແລະ ຂໍ້ມູນທີ່ກ່ຽວຂ້ອງ, ເຈົ້າໜ້າທີ່ວິຊາສະເພາະ ສາມາດຢືນຢັນໄດ້ທາດແທ້ຂອງເຫດ ການທີ່ເກີດຂຶ້ນ ພ້ອມດຽວກັນນັ້ນ ກໍສາມາດຮູ້ໄດ້ວ່າ ຜູ້ລົງມືກໍ່ເຫດຄັ້ງນີ້ ແມ່ນຄົນໃນທ້ອງຖິ່ນ.

  • ການກໍ່ເຫດ ແມ່ນມີການຕິດຕາມການເຄື່ອນໄຫວຂອງ ພະນັກງານ ເປັນຢ່າງດີ, ຈຶ່ງຮູ້ວ່າ ເວລາໃດເໝາະສົມຈະລົງມືທີ່ສຸດ;
  • ພ້ອມນັ້ນ, ຜູ້ກ່ຽວ ກໍມີການກຽມພ້ອມ ເພື່ອຫຼີກລ່ຽງການຖືກຈັບຕົວໄດ້ງ່າຍ ໂດຍໃຊ້ຜ້າອັດປາກ ແລະ ໃສ່ໝວກກັນກະທົບ ເພື່ອປິດໜ້າຂອງຕົນເອງ;
  • ເມື່ອເຫັນວ່າ ເວລາທີ່ບໍ່ມີຄົນມາໃຊ້ບໍລິການແລ້ວ ຜູ້ກ່ຽວ ກໍລົງມືທັນທີ ແລະ ກໍເອົາຕົວຫຼົບໜີ ຕາມເສັ້ນທາງທີ່ເຫັນວ່າ ຕົນເອງມີຄວາມຊຳນານທີ່ສຸດ.

ຕໍ່ກັບເຫດການດັ່ງກ່າວ, ພັອ ລິ້ວດຶກຕີງ ຮອງຫົວໜ້າກອງບັນຊາການຕຳຫຼວດ ແຂວງຟູເຖາະ ໄດ້ລົງກວດກາ ແລະ ວາງແຜນຕາມຈັບຕົວ ຜູ້ກໍ່ເຫດ ໃນທັນທີ, ໂດຍໄດ້ຊີ້ນຳ ພະນັກງານວິຊາສະເພາະທີ່ກ່ຽວຂ້ອງ ດຳເນີນການນຳຈັບຕົວຜູ້ກໍ່ເຫດໃຫ້ໄດ້ໄວທີ່ສຸດ ພ້ອມທັງເກັບກູ້ຊັບທີ່ຜູ້ກ່ຽວປຸ້ນໄປ ກັບຄືນມາໃຫ້ກັບ ທະນາຄານ.

( ຕິດຕາມຕອນຕໍ່ໄປ… )