ລັດວິສາຫະກິດບໍລິການ ຄວາມປອດໄພ (ລບຄ) ເຜີຍແຜ່ເອກະສານສຳຄັນ ຄື: ດຳລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ແລະ ມູນເຊື້ອວັນເກີດ ປະທານ ສຸພານຸວົງ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວ ບັນດາເຜົ່າ ຄົບຮອບ 110 ປີ ( 13 ກໍລະກົດ 1909-13 ກໍລະ ກົດ 2019); ໃຫ້ພະນັກງານທົ່ວ ລບຄ ຮັບຮູ້ ແລະ ເຊື່ອມຊຶມແລ້ວນຳໄປໜູນໃຊ້ເຂົ້າໃນການເຄື່ອນ ໄຫວເຮັດວຽກງານໃຫ້ມີຜົນສຳເລັດ.

ກອງປະຊຸມລັດວິສາຫະກິດ ບໍລິການຄວາມປອດໄພ ເຜີຍແຜ່ເອກະສານ
ກອງປະຊຸມລັດວິສາຫະກິດ ບໍລິການຄວາມປອດໄພ ເຜີຍແຜ່ເອກະສານ

ພັອ ບຸນຮຸ່ງ ມະຫາໄຊ ຫົວໜ້າ ອຳນວຍການ ລບຄ ເຜີຍແຜ່ໃຫ້ຮູ້ ວ່າ:

ດໍາລັດວ່າດ້ວຍ ຈັນຍາບັນຂອງ ພະນັກງານ-ລັກຖະກອນ ສະບັບ ເລກທີ 184/ລບ ວັນທີີ 26 ມິ ຖຸນາ 2019 ປະກອບມີ 4 ໝວດ 14 ມາດຕາ; ສຳລັບມາດຕາ 9 ລະບຸວ່າ: ພະນັກງານ-ລັດຖະກອນຕ້ອງບໍລິການ, ຮັບໃຊ້ປະຊາຊົນ ແລະ ສັງຄົມ ດ້ວຍຄວາມຈິງໃຈ, ສະເໝີພາບ, ໂປ່ງໃສ, ມີກິລິຍາມາລະຍາດດີ; ຖະໜອມຖ່ອມຕົວ, ບໍ່ຮຽກ ຮ້ອງສິ່ງຕອບແທນ, ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ແລະ ສັງຄົມ ໃນເວລາປະຕິບັດໜ້າທີ່ ວຽກງານ ຄື: ມີຄວາມຍຸຕິທຳ, ມີນໍ້າໃຈເສຍສະຫຼະ, ສຸພາບອ່ອນ ໂຍນ, ຊີ້ແຈງແນະນຳເຫດຜົນ ແລະ ຈິງໃຈ; ໃຫ້ບໍລິການດ້ວຍຄວາມສະເໝີພາບ, ວ່ອງໄວ, ເປັນທຳໂດຍ ບໍ່ຈຳແນກເພດ, ອາຍຸ, ເຜົ່າ; ຖານະທາງສັງຄົມ, ລະດັບການສຶກສາ ແລະ ຄວາມເຊື່ອຖື; ອຳນວຍຄວາມສະດວກ ແລະ ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນໃນການເຂົ້າເຖິງຂໍ້ມູນຂ່າວສານທີ່ສາມາດເປີດເຜີຍໄດ້ ແລະ ຮັກສາຄວາມລັບທາງ ລັດຖະການ; ຄຸ້ມຄອງ, ຮັກສາຊັບ ສົມບັດຂອງລັດ, ຂອງລວມໝູ່ໂດຍຖືເອົາຜົນປະໂຫຍດຂອງຊາດ, ປະຊາຊົນ ແລະ ສັງຄົມເປັນສຳຄັນ; ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງ, ສິດ, ອຳນາດຂົ່ມຂູ່, ຮຽກຮ້ອງສິ່ງຕອບ ແທນ ແລະ ຮັບຜົນປະໂຫຍດຈາກບຸກຄົນ, ນິຕິບຸກຄົນ, ປະຊາຊົນ ແລະ ສັງຄົມ.

ກອງປະຊຸມລັດວິສາຫະກິດ ບໍລິການຄວາມປອດໄພ ເຜີຍແຜ່ເອກະສານ
ກອງປະຊຸມລັດວິສາຫະກິດ ບໍລິການຄວາມປອດໄພ ເຜີຍແຜ່ເອກະສານ

ພ້ອມນີ້, ກໍໄດ້ປາຖະກະຖາມູນເຊື້ອວັນເກີດຂອງ ປະທານ ສຸພາ ນຸວົງ; ໂດຍທ່ານຫົວໜ້າອໍານວຍ ການ ລບຄ ໃຫ້ຮູ້ເຖິງຄຸນງາມຄວາມດີຕະຫຼອດຊີວິດຂອງປະທານ ສຸ ພານຸວົງ, ບໍ່ວ່າຈະຢູ່ໃນຕຳແໜ່ງໃດ; ຄວາມຮັບຜິດຊອບອັນໃດເພິ່ນກໍໄດ້ອຸທິດໝົດຈິດໃຈ, ໝົດຄວາມສາມາດ ແລະ ຫົວຄິດປະດິດສ້າງ ຂອງຕົນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອເອກະລາດ; ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນເຮົາ; ປະທານ ສຸພາ ນຸງວົງ ໄດ້ເດີນຕາມເສັ້ນທາງຂອງພັກ, ຄວາມສາມາດ, ຄຸນນະທຳ ແລະ ອິດທິພົນຂອງທ່ານໄດ້ກາຍເປັນສິ່ງກະຕຸກຊຸກຍູ້ປຸກລະດົມດຶງດູດປະຊາຊົນເຜົ່າຕ່າງໆ, ຊັ້ນຄົນ ຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນສ້າງກ້ອນກຳລັງສາມັກຄີເປັນອັນໜຶ່ງອັນດຽວກັນໃນ ແນວໂຮມເອກະລາດແຫ່ງຊາດ ເຊິ່ງອັນນັ້ນໄດ້ກາຍເປັນອັນໜຶ່ງໃນ ບັນດາປັດໄຈອັນສຳຄັນຮັບປະກັນໄຊຊະນະຂອງການປະຕິວັດປະເທດເຮົາໃນແຕ່ລະໄລຍະ; ເພິ່ນເຄີຍຕັກເຕືອນພະນັກງານ, ສະມາຊິກພັກຢູ່ສະເໝີ ຕ້ອງຮູ້ຈັກສົມທົບ ນໍ້າໃຈຮັກຊາດອັນເລິກເຊິ່ງກັບນໍ້າໃຈສາກົນອັນແທ້ຈິງ.