ຍ້ອນຫຍັງກັນແທ້ ບັນຫາການຈອດລົດຊະຊາຍ ຢູ່ໜ້າ ມຊ - ຕະຫຼາດດອນໜູນ ຈຶ່ງຍັງແກ້ບໍ່ຕົກ
ຍ້ອນຫຍັງກັນແທ້ ບັນຫາການຈອດລົດຊະຊາຍ ຢູ່ໜ້າ ມຊ - ຕະຫຼາດດອນໜູນ ຈຶ່ງຍັງແກ້ບໍ່ຕົກ

ບັນຫາການຈອດລົດຊະຊາຍ ຢູ່ເຂດໜ້າມະຫາວິທະຍາໄລແຫ່ງຊາດ ( ມຊ ) ແລະ ບັນດາຮ້ານຂາຍເຄື່ອງ ຢູ່ເຂດຕະຫຼາດດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນປະກົດການຊໍາເຮື້ອມາຫຼາຍປີແລ້ວ ທີ່ຍັງບໍ່ສາມາດແກ້ໄຂໄດ້, ເນື່ອງຈາກວ່າ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ບໍ່ມີບ່ອນອີງໃນການໃຊ້ມາດຕະການ ປະຕິບັດລະບຽບຕໍ່ຜູ້ລະເມີດ ຢ່າງເຂັ້ມງວດ ເຮັດໃຫ້ພົບຄວາມຫຍຸ້ງຍາກຕໍ່ ການປະຕິບັດໜ້າທີ່ ກໍຄື ເຂັ້ມງວດຫຼາຍ ກໍຖືກຕໍານິວິຈານຈາກສັງຄົມ ແລະ ຖ້າບໍ່ເຮັດ ກໍຖືກຕໍານິເຊັ່ນກັນ; ຍິ່ງໄປກວ່ານັ້ນ, ການສັນຈອນເຂດດັ່ງກ່າວ ແມ່ນພົບກັບ ຄວາມຫຍຸ້ງຍາກ ຍ້ອນຄວາມມັກງ່າຍ ແລະ ເຫັນແກ່ຕົວຂອງບາງຄົນ.

ພັຕ ສຸນີ ໄຊຍະວົງ ຫົວໜ້າກອງ ຮ້ອຍຕໍາຫຼວດຈະລາຈອນ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ສໍາ ພາດຕໍ່ ນັກຂ່າວໜັງສືພິມຄວາມສະຫງົບ ໃນວັນທີ 12 ສິງຫາ ວ່າ:

ບັນຫາການຈອດລົດຊະຊາຍ ພາຍໃນເຂດເມືອງໄຊທານີ ບໍ່ພຽງແຕ່ 2 ຈຸດນີ້ ແຕ່ຍັງມີຫຼາຍບ່ອນຕາມເສັ້ນທາງສາຍຫຼັກ, ທີ່ເຮັດໃຫ້ການສັນຈອນພົບຄວາມຫຍຸ້ງຍາກສັບສົນ ພໍສົມຄວນ ໂດຍສະເພາະ ໃນໂມງເລັ່ງດ່ວນ; ແຕ່ບ່ອນສັບສົນກວ່າໝູ່ ແລະ ແກ້ໄຂຍັງບໍ່ໄດ້ ຢ່າງເດັດຂາດ ກໍຄື ເຂດຕໍ່ໜ້າ ມະຫາວິທະຍາໄລແຫ່ງຊາດ ( ມຊ ) ແລະ ເຂດຕະຫຼາດດອນໜູນ.

ໄລຍະຜ່ານມາ, ການແກ້ໄຂ ບັນຫາການຈອດລົດຊະຊາຍ ຢູ່ທັງສອງຈຸດນີ້ ແມ່ນພົບຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກວ່າ ເຂດດັ່ງກ່າວບໍ່ມີປ້າຍຫ້າມຢຸດ – ຫ້າມຈອດ, ເຮັດໃຫ້ຫຍຸ້ງຍາກໃນການປະຕິບັດລະບຽບໃສ່ ຜູ້ຝ່າຝືນ ໂດຍອາໄສແຕ່ເຄື່ອງໝາຍຫ້າມຂອບທາງຂາວ – ແດງ ແລະ ຫ້າມຈອດນັ້ນ ເປັນບ່ອນອ້າງອີງ ໃນການປະຕິບັດ ແລະ ກໍຕ້ອງເລືອກປະຕິບັດອີກ ເຊັ່ນວ່າ:

  • ຖ້າລົດໃຫຍ່ຄັນໃດ ຈອດກວມຫົນທາງຊ້ອນກັນ ແມ່ນຈະໄດ້ລັອກລໍ້ ແລ້ວປັບໃໝຕາມລະບຽບການ.
  • ຖ້າພົບເຫັນຈອດກວມເອົາທາງເລນດຽວ ກໍປະປ່ອຍໄປ.
ການຈອດລົດຊະຊາຍ ຈົນກີດຂວາງການສັນຈອນ ຍັງເປັນບັນຫາໜຶ່ງ ທີ່ຕ້ອງເລັ່ງແກ້ໄຂ
ການຈອດລົດຊະຊາຍ ຈົນກີດຂວາງການສັນຈອນ ຍັງເປັນບັນຫາໜຶ່ງ ທີ່ຕ້ອງເລັ່ງແກ້ໄຂ

ນອກຈາກນີ້, ຖ້າປະຕິບັດເຂັ້ມງວດຫຼາຍ ກໍມີສຽງວິຈານ ແລະ ໃສ່ຮ້າຍປ້າຍສີຈາກສັງຄົມ, ແຕ່ຖ້າບໍ່ປະຕິບັດ ເຈົ້າໜ້າທີ່ ກໍຖືກວິຈານເຊັ່ນກັນວ່າ: ຕໍາຫຼວດຈະລາຈອນ ໄປໃສ, ຄືບໍ່ມາກວດກາ ຄວາມເປັນລະບຽບຮຽບຮ້ອຍ ຢູ່ເສັ້ນທາງ.

ເວົ້າຢ່າງໜຶ່ງ ກໍຄືວ່າ: ປະຕິບັດ ກໍເວົ້າ, ບໍ່ປະຕິບັດກໍມີຫາງສຽງຈາກສັງຄົມ; ສະນັ້ນ, ເຮັດໃຫ້ເຈົ້າໜ້າທີ່ ພົບຄວາມລຳບາກໃຈພໍສົມຄວນ ແລະ ພ້ອມກັນນັ້ນ, ກໍາລັງຕໍາຫຼວດຈະລາຈອນ ກໍບໍ່ພຽງພໍໃນການປະຕິບັດໜ້າທີ່ ຕ້ອງໄດ້ຈັດແບ່ງປະຕິບັດ ເປັນໂມງເວລາ ເພື່ອໃຫ້ເໝາະສົມ.

ໃນຄວາມເປັນຈິງແລ້ວ, ສາເຫດທີ່ຜູ້ຂັບຂີ່ຈອດລົດຊະຊາຍ ຢູ່ໜ້າ ມຊ ແມ່ນຍ້ອນວ່າ: ເຂດດັ່ງກ່າວ ມີສະຖາບັນການສຶກສາຫຼາຍແຫ່ງ, ຮ້ານອາຫານ, ທະນາຄານ ແລະ ຮ້ານຄ້າທົ່ວໄປ; ບາງບ່ອນ ມີບ່ອນຈອດລົດບໍ່ພຽງພໍກັບພະນັກງານ, ບາງບ່ອນຕິດແຄມທາງ ບໍ່ມີຮອດບ່ອນສີຈອດລົດ ແລະ ບັນດາລູກຄ້າທີ່ໄປໃຊ້ບໍລິການ ຈຶ່ງເອົາຫົນທາງເປັນບ່ອນຈອດລົດ ກວມເອົາ 1-2 ເລນ, ເຮັດໃຫ້ຫົນທາງແຄບເຂົ້າຕື່ມ ພາໃຫ້ກີດຂວາງ ການສັນຈອນ.

ສ່ວນຢູ່ເຂດຕະຫຼາດດອນໜູນ ທັງສອງເບື້້ອງ, ສ່ວນຫຼາຍເບື້້ອງຂາອອກ ນັບແຕ່ເຂດຮ້ານຂາຍເຄື່ອງສົ່ງ ເຈ້ຜົງ ໄປຮອດ ຕະຫຼາດດອນໜູນ ທີ່ພົບຄວາມຫຍຸ້ງຍາກສັບສົນໃນການສັນຈອນ ກໍຍ້ອນວ່າ ຫຼາຍຮ້ານຂາຍເຄື່ອງຍ່ອຍທີ່ຕິດແຄມທາງ ບໍ່ມີບ່ອນຈອດລົດ ຈຶ່ງອາໄສເອົາຫົນທາງເປັນບ່ອນຈອດລົດໃຫ້ລູກຄ້າ.

ເຊິ່ງທັງສອງຈຸດ ທີ່ກ່າວມານີ້, ພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ມີວິທີແກ້ໄຂ ຢ່າງເດັດຂາດ, ມີພຽງແຕ່ໃຫ້ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງໄຊທານີ ແກ້ໄຂສະເພາະໜ້າ ເທົ່ານັ້ນ ຄື: ຈັດກໍາລັງໄປລະບາຍ ໃນໂມງຮີບດ່ວນ ແລະ ໃຫ້ຄໍາແນະນໍາບໍ່ໃຫ້ມາຈອດ ເນື່ອງຈາກກີດຂວາງການສັນຈອນຄົນອື່ນ ແລະ ບາງວັນ ກໍບໍ່ມີຕໍາຫຼວດ ລະບາຍການສັນຈອນ ເຮັດໃຫ້ລົດມີການອັ່ງອໍ ຕິດຂັດຫຼາຍສົມຄວນ.

ການຈອດລົດຊະຊາຍ ຕັນທາງການສັນຈອນ ຍັງເປັນບັນຫາໜຶ່ງ ທີ່ແກ້ບໍ່ຕົກ ໂດຍສະເພາະ ບໍລິເວນໜ້າ ມຊ ກັບ ຕະຫຼາດດອນໜູນ
ການຈອດລົດຊະຊາຍ ຕັນທາງການສັນຈອນ ຍັງເປັນບັນຫາໜຶ່ງ ທີ່ແກ້ບໍ່ຕົກ ໂດຍສະເພາະ ບໍລິເວນໜ້າ ມຊ ກັບ ຕະຫຼາດດອນໜູນ

+ ສຳຫຼັບ ບັນຫາການຈອດລົດຊະຊາຍ ນີ້ ຫຼາຍຄົນໃຫ້ທັດສະນະ ວ່າ:

ບັນຫາດັ່ງກ່າວ ຕ້ອງພົວພັນເຖິງພາກສ່ວນທີ່ອະນຸມັດໃຫ້ເຂົາເຈົ້າປຸກສ້າງ ໂດຍສະເພາະ ຮ້ານອາຫານ, ຮ້ານຂາຍເຄື່ອງ ທີ່ບໍ່ມີບ່ອນຈອດລົດ ຄືຍັງອະນຸຍາດປຸກສ້າງໄດ້.

ສ່ວນ ຜູ້ທີ່ໄປໃຊ້ບໍລິການ ກໍໄດ້ໃຫ້ທັດສະນະ ວ່າ:

ຖ້າບໍ່ໃຫ້ຈອດຢູ່ແຄມທາງ, ກໍບໍ່ຮູ້ວ່າຈະໄປຈອດຢູ່ໃສ ເພາະວ່າ ຮ້ານຕິດກັບຫົນທາງ ແລະ ບໍ່ມີບ່ອນໃຫ້ຈອດລົດ.

ຢ່າງໃດກໍຕາມ, ພັຕ ສຸນີ ໄຊຍະວົງ ໄດ້ຮຽກຮ້ອງໃຫ້ ພາກສ່ວນທີ່ກ່ຽວຂ້ອງຂັ້ນເທິງ ຊ່ວຍຫາວິທີແກ້ໄຂ ໂດຍສະເພາະແມ່ນ ຕິດປ້າຍຫ້າມຈອດ ຢູ່ບ່ອນທີ່ແອອັດຊຸມຊົນ ເພື່ອເປັນບ່ອນອີງໃນການປະຕິບັດໜ້າທີ່ ໃຫ້ມີຄວາມສະດວກ ແລະ ທາງດ້ານ ຜູ້ໃຊ້ລົດ – ໃຊ້ຖະໜົນ ກໍຄວນມີສະຕິຕໍ່ ກົດລະບຽບການສັນຈອນ ກໍຄື ບໍ່ໃຫ້ຈອດລົດຊະຊາຍ ເພາະມັນຈະໄປກີດຂວາງ ການສັນຈອນ ແກ່ຜູ້ອື່ນທີ່ໃຊ້ຖະໜົນຮ່ວມກັນ.