ໃນວັນທີ 14 ສິງຫາ 2019, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງພຽງ ແຂວງໄຊຍະບູລີ , ໃຫ້ການຕ້ອນຮັບໂດຍ ທ່ານ ເສີດ ແສງສຸລິນ ເຈົ້າເມືອງພຽງ ພ້ອມຄະນະ.

 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ
ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ

ທ່ານ ເສີດ ແສງສຸລິນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ ເປັນຕົ້ນແມ່ນວຽກງານເສດຖະກິດ ໄດ້ຂຸ້ນຂ້ຽວກະຕຸກຊຸກຍູ້ປະຊາຊົນສືບຕໍ່ທໍາການຜະລິດລະດູຝົນ ພາຍຫຼັງທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ ແລະ ສັດຕູພືດທໍາລາຍໃນໄລຍະຜ່ານມາ, ຮອດປະຈຸບັນຊາວກະສິກອນສາມາດປູກເຂົ້ານາປີ ບັນລຸ 5.671,25 ເຮັກຕາ ເທົ່າກັບ 100,02% ຂອງແຜນການປີ; ໃນນັ້ນ, ມີເນື້ອທີ່ນາເພີ່ມຂຶ້ນ (ນາຊ່າວໃໝ່) 1,25 ເຮັກຕາ, ເຂົ້າໄຮ່ປະຕິບັດໄດ້ 690,5 ເຮັກຕາ ເທົ່າກັບ 101,54% ຂອງແຜນການປີ, ສ່ວນການປູກພືດລະດູຝົນປະຕິບັດໄດ້ 8.852,48 ເຮັກຕາ ເທົ່າກັບ 100,02% ຂອງແຜນການ; ປັດຈຸບັນ, ທົ່ວເມືອງມີໂຮງງານປຸງແຕ່ງໄມ້ 5 ໂຮງ, ໂຮງສີ ແລະ ອົບໝາກເດືອຍ 4 ໂຮງ, ໂຮງງານປຸງແຕ່ງປຸຍຊີວະພາບ 1 ໂຮງ, ໂຮງສີເຂົ້າທັນສະໄໝສາມາດແຍກເກດໄດ້ 7 ໂຮງ; ທົ່ວເມືອງມີໄຟຟ້າຖາວອນໃຊ້ແລ້ວ 100%; ການຈັດຕັ້ງປະຕິບັດໂຄງການທັງໝົດ 33 ໂຄງການ, ມູນຄ່າ 107 ຕື້ກີບ ໃນນີ້, ໂຄງການລົງທຶນຂອງລັດມີ 10 ໂຄງການ, ມູນຄ່າ 36 ຕື້ກີບ; ໂຄງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 11 ໂຄງການ, ມູນຄ່າ 64,5 ຕື້ກີບ ແລະ ໂຄງການລົງທຶນຂອງປະຊາຊົນ 13 ໂຄງການ, ມູນຄ່າ 9,5 ຕື້ກີບ.

6 ເດືອນຕົ້ນປີ, ສາມາດເກັບລາຍຮັບໄດ້ 5,19 ຕື້ກວ່າກີບ, ເທົ່າກັບ 38,44% ຂອງແຜນການປີ; ສົ່ງອອກສິນຄ້າມູນຄ່າ 40 ຕື້ກີບ ແລະ ນໍາເຂົ້າສິນຄ້າມູນຄ່າ 24 ຕື້ກີບ, ສ່ວນ ວຽກງານວັດທະນະທໍາ-ສັງຄົມ ກໍໄດ້ຮັບການພັດທະນາເປັນກ້າວໆ; ເດັກໃນເກນອາຍຸແມ່ນໄດ້ເຂົ້າໂຮງຮຽນຊັ້ນປະຖົມ ບັນລຸ 99,5%, ມັດທະຍົມຕົ້ນ 80,8%, ມັດທະຍົມປາຍ 53,5%, ອັດ ຕາການຊົມໃຊ້ນໍ້າສະອາດ 85,54%.

ທ່ານ ພົງສະຫວັນ ສິດທະວົງ ໄດ້ເນັ້ນໜັກໃຫ້ການນໍາຂອງເມືອງ ຈົ່ງເອົາໃຈໃສ່ໃນການປັບປຸງແບບແຜນວິທີເຮັດວຽກແບບແຜນນໍາພາຢູ່ຂັ້ນຮາກຖານໃຫ້ເຂັ້ມແຂງ, ເອົາໃຈໃສ່ລົງເກັບກໍາຂໍ້ມູນຫົວໜ່ວຍທຸລະກິດໃຫ້ລະອຽດ ເພື່ອເປັນບ່ອນອີງໃນການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ; ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດຂອງປະຊາຊົນໃຫ້ເປັນຂະບວນຕາມລະດູການ ຕິດພັນກັບການປຸງແຕ່ງເພື່ອສົ່ງອອກ, ສົ່ງເສີມການລ້ຽງສັດໃຫ້ເປັນກຸ່ມ-ເປັນຟາມ, ກະກຽມໃຫ້ແກ່ການໄຂສົກຮຽນໃໝ່, ພ້ອມທັງເຝົ້າລະວັງການລະບາດຂອງພະຍາດໄຂ້ຍຸງລາຍ, ປາບ ແລະ ທໍາລາຍແຫຼ່ງເພາະພັນຂອງຍຸງລາຍ; ວາງແຜນຕ້ານໄພແລ້ງ-ຕ້ານຖ້ວມໃຫ້ເປັນລະບົບຕໍ່ເນື່ອງ, ສືບຕໍ່ເຝົ້າລະວັງການລະບາດຂອງສັດຕູພືດ, ຮັກສາ ຄວາມສາມັກຄີພາຍໃນ-ພາຍນອກໃຫ້ແໜ້ນແຟ້ນ, ຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງເຜົ່າໄວ້ໃຫ້ໝັ້ນຄົງ ແລະ ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ມັກເກີດຂຶ້ນພາຍໃນເມືອງ ໂດຍສະເພາະແມ່ນບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງ ຖະໜົນ, ອາລະວາດຕີກັນ ແລະອື່ນໆ.