ຄະນະໜ່ວຍພັກບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນ ຫຼວງວຽງຈັນ (ນວ) ໄດ້ເອົາໃຈໃສ່ ເຮັດວຽກງານກໍ່ສ້າງພັກ-ພະນັກງານເປັນປົກກະຕິ ແລະ ຫຼາຍຮູບການ ເພື່ອເຮັດໃຫ້ສະມາຊິກພັກ ມີຄວາມໜັກແໜ້ນທາງດ້ານແນວຄິດ; ເຂັ້ມແຂງທາງດ້ານການຈັດຕັ້ງຕິດພັນກັບການນຳພາສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ ພາຍໃນບ້ານມີຜົນສຳເລັດ.

ກອງປະຊຸມຄະນະໜ່ວຍພັກບ້ານແສງສະຫວ່າງ ເອົາໃຈໃສ່ວຽກງານກໍ່ສ້າງພັກ
ກອງປະຊຸມຄະນະໜ່ວຍພັກບ້ານແສງສະຫວ່າງ ເອົາໃຈໃສ່ວຽກງານກໍ່ສ້າງພັກ

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກບ້ານແສງສະຫວ່າງ ຄັ້ງວັນທີ 14 ສິງຫາຜ່ານມາ; ໂດຍມີສະຫາຍ ຖະໜອມ ທຳທອງ ກຳມະການພັກ ນວ ເຈົ້າເມືອງໆໄຊເສດຖາ, ມີແຂກຮັບເຊີນ ແລະ ສະມາຊິກພັກເຂົ້າຮ່ວມ, ສະຫາຍ ນາງ ແສງຈັນ ມະນີວົງ ຮອງເລຂາ ໜ່ວຍພັກບ້ານແສງສະຫວ່າງ ຜ່ານບົດລາຍການການເມືອງ ໃຫ້ຮູ້ວ່າ: ຊຸມປີ 2014-2019 ຜ່ານມາ; ຄະນະໜ່ວຍພັກບ້ານແສງສະຫວ່າງ ໄດ້ເອົາໃຈໃສ່ເຮັດວຽກງານກໍ່ສ້າງພັກດ້ວຍຫຼາຍວິທີ ໂດຍສະ ເພາະນຳພາກໍ່ສ້າງທາງດ້ານການ ເມືອງ-ແນວຄິດ ນຳເອົາແນວທາງ; ນະໂຍບາຍ, ມະຕິ, ຄຳສັ່ງ, ລະບຽບກົດໝາຍຂອງພັກ-ລັດ ແລະ ລະ ບຽບຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມາຈັດ ຕັ້ງເຜີຍແຜ່, ເຊື່ອມຊຶມ ເພື່ອເຮັດໃຫ້ສະມາຊິກພັກທຸກສະຫາຍມີ ຄວາມອຸ່ນອຽນທຸ່ນທ່ຽງ, ຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ; ສາມາດຂະຫຍາຍມະຫາຊົນກ້າວໜ້າເຂົ້າພັກ ໄດ້ 5 ສະຫາຍ, ສົ່ງໄປສຶກສາຮໍ່າ ຮຽນກົດໝາຍຊັ້ນຕົ້ນ 2 ສະຫາຍ ຍິງ 1 ສະຫາຍ.

ກອງປະຊຸມຄະນະໜ່ວຍພັກບ້ານແສງສະຫວ່າງ ເອົາໃຈໃສ່ວຽກງານກໍ່ສ້າງພັກ
ກອງປະຊຸມຄະນະໜ່ວຍພັກບ້ານແສງສະຫວ່າງ ເອົາໃຈໃສ່ວຽກງານກໍ່ສ້າງພັກ

ກອງປະຊຸມໄດ້ປ່ອນບັດ ເລືອກເອົາຄະນະໜ່ວຍພັກບ້ານ ແສງສະຫວ່າງຊຸດໃໝ່ ໃນນັ້ນ, ເລືອກໄດ້ສະຫາຍ ຈັນທະລັງສີ ຊາມຸນຕີ ເປັນເລຂາ, ສະຫາຍ ນາງ ຄຳພູ ຫອມສົມບັດ ເປັນຮອງເລຂາ ແລະ ສະຫາຍ ບຸນແພງ ບຸນ ປະເສີດ ເປັນປະທານກວດກາພັກ ເພື່ອພ້ອມກັນສືບຕໍ່ເຮັດວຽກງານກໍ່ສ້າງພັກຢ່າງຕໍ່ເນື່ອງ ໂດຍສະເພາະທາງດ້ານການເມືອງ-ແນວ ຄິດດ້ວຍການເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກເຂົ້າຮ່ວມຮັບຟັງການ ເຜີຍແຜ່ບັນດາເອກະສານສຳຄັນ ຕ່າງໆຂອງພັກ-ຂອງຊາດ; ເພື່ອສ້າງໃຫ້ແຕ່ລະສະຫາຍມີຄຸນສົມ ບັດສິນທຳປະຕິວັດ, ສ້າງຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກຕໍ່ ເສັ້ນທາງ ແລະ ບາດກ້າວເດີນຂອງການປະຕິວັດຢ່າງໜັກແໜ້ນສູ້ ຊົນປະຕິບັດໃຫ້ໄດ້ 60 ຄັ້ງຂຶ້ນໄປ; ເອົາໃຈໃສ່ປັບປຸງການຈັດຕັ້ງ ພັກໃຫ້ຖືກຕ້ອງຕາມກົດລະບຽບພັກ, ເສີມຂະຫຍາຍປະຊາທິປະໄຕພາຍໃນພັກ, ຖືເອົາການຕຳນິຕິຊົມຕົນເອງ ແລະ ສະມາຊິກພາຍໃນພັກ ເພື່ອເຮັດໃຫ້ການຂະຫຍາຍພັກ ແລະ ມະຫາຊົນກ້າວໜ້າເຂົ້າພັກ ໃຫ້ໄດ້ 6-10 ສະຫາຍຂຶ້ນໄປ.